ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ກ່າວວ່າ ພາຍໃຕ້ ລະບົບພາສີທ່ານ ຄອບຄົວອາເມຣິກັນ ຈະມີເງິນຕື່ມ 4 ພັນໂດລາ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຖະແຫຼງກ່ຽວກັບ ການປະຕິຮູບ ໃນປະທານາທິບໍດີດໍໂນລ ທຣຳ ຖະແຫຼງ
ກ່ຽວກັບການປະຕິຮູບ ໃນເຕົ້າໂຮມກັນທີ່ສະໜາມບິນນາໆຊາດ Harrisburg, 11 ຕຸລາ 2017, ໃນເມືອງ Middletown, ລັດ Pennsylvania.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຖະແຫຼງກ່ຽວກັບ ການປະຕິຮູບ ໃນປະທານາທິບໍດີດໍໂນລ ທຣຳ ຖະແຫຼງ ກ່ຽວກັບການປະຕິຮູບ ໃນເຕົ້າໂຮມກັນທີ່ສະໜາມບິນນາໆຊາດ Harrisburg, 11 ຕຸລາ 2017, ໃນເມືອງ Middletown, ລັດ Pennsylvania.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ໃຫ້ຄຳໝັ້ນສັນຍາຕໍ່ຊາວອາເມຣິກັນ ໃນວັນພຸດວານນີ້ວ່າ “ພວກເຂົາເຈົ້າຈະມີເງິນຢ່າງຫຼວງຫຼາຍ ເພື່ອການຈັບຈ່າຍໃຊ້
ສອຍ”
ຖ້າຫາກວ່າ ພວກສະມາຊິກລັດຖະສະພາ ຮັບຜ່ານແຜນການປະຕິຮູບພາສີ
ຂອງທ່ານ.

ທ່ານ ທຣຳ ຢູ່ທີ່ໂຮງເກັບເຮືອບິນ ເມືອງ Harrisburg, ລັດ Pennsyvania ໄດ້ກ່າວ
ຕໍ່ພວກຄົນຂັບລົດບັນທຸກວ່າ ຄອບຄົວຊາວອາເມຣິກັນໂດຍທົ່ວໄປ ຈະສາມາດມີເງິນ
ເພີ່ມ “4 ພັນໂດລາ” ກັບການປ່ຽນແປງທີ່ທ່ານຕ້ອງການນີ້, ເຖິງແມ່ນບັນດານັກເສດ
ຖະສາດກ່າວວ່າ ຜົນປະໂຫຍດນັ້ນ ແມ່ນຈະມີຂຶ້ນໃນໄລຍະ 8 ປີ ໃນອັດຕາສະເລ່ຍ
500 ໂດລາ ຕໍ່ປີ.

ທ່ານທຣຳ ແມ່ນໄດ້ຖະແຫຼງຕໍ່ພວກຄົນຂັບລົດບັນທຸກຫຼາຍຮ້ອຍຄົນຊຶ່ງຖືເປັນວຽກ
ການຂອງຜູ້ຄົນທຳມະດາສາມັນທົ່ວໄປ ຫຼາຍກວ່າເຄິ່ງ ຢູ່ໃນ 50 ລັດ ຊຶ່ງເປັນການ
ແນໃສ່ ເພື່ອຕອບໂຕ້ຕໍ່ຄວາມເຫັນຂອງພວກນັກວິເຄາະອິດສະຫຼະ ທີ່ວ່າ ແຜນແມ່ບົດ
ພາສີຂອງພັກ Republican ສ່ວນໃຫຍ່ແລ້ວ ຈະໃຫ້ຜົນປະໂຫຍດ ແກ່ພວກທີ່ມີລາຍ
ໄດ້ສູງ. ພວກນັກວິເຄາະເຫຼົ່ານີ້ ຕອບໂຕ້ວ່າ ຢ່າງນ້ອຍພວກທີ່ມີລາຍໄດ້ປານກາງຈຳ
ນວນນຶ່ງອາດຈະເສຍພາສີເພີ່ມອີກ, ບໍ່ແມ່ນໜ້ອຍລົງ ໃຫ້ແກ່ລັດຖະບານ ພາຍໃຕ້
ຂໍ້ສະເໜີຂອງທ່ານທຣຳ.

Trump on Taxes
please wait
Embed

No media source currently available

0:00 0:00:39 0:00

ປະທານາທິບໍດີ ຢູ່ໃນການຖະແຫຼງທີ່ລັດ Pennsyvania ບໍ່ໄດ້ລົງເລິກເຖິງລາຍລະອຽດ
ຕ່າງໆ ທີ່ວ່າ ແຜນການຂອງທ່ານຈະມີຜົນກະທົບຕໍ່ພວກທີ່ຮັ່ງມີຢ່າງໃດ. ທ່ານໄດ້ກ່າວວ່າ ເພື່ອນທີ່ລ້ຳລວຍຂອງທ່ານ ໄດ້ບອກກັບທ່ານວ່າ ພວກເຂົາເຈົ້າບໍ່ຕ້ອງການຫຍັງຈາກ
ແຜນ ການນີ້ ຮ້ອງຂໍໃຫ້ທ່ານ “ຍົກຜົນປະໂຫຍດນີ້ໃຫ້ພວກຊົນຊັ້ນກາງ ກໍແລ້ວກັນ.”

ເຈົ້າໜ້າທີ່ທຳນຽບຂາວ ກ່າວວ່າ ແຜນການດັ່ງກ່າວນີ້ ຈະເພີ່ມການຕັດພາສີແບບມາດຕະ ຖານເປັນສອງເທົ່າ ສະນັ້ນຈະມີລາຍໄດ້ຕື່ມຂຶ້ນ ເສຍພາສີໃນອັດຕາ 0 ເປີເຊັນ ຊຶ່ງເງິນ
ຈຳນວນ 12 ພັນ ທຳອິດ ຂອງສ່ວນບຸກຄົນ ແລະ 24 ພັນ ສຳຫຼັບຜູ້ທີ່ແຕ່ງງານແລ້ວນັ້ນ ຈະບໍ່ໄດ້ເສຍເງິນພາສີເລີຍ ແລະ 7 ແບບແຜນຂອງການເສຍພາສີທີ່ມີຢູ່ໃນເວລານີ້
ຈະຖືກຕັດລົງໃຫ້ເຫລືອຢູ່ 3 ແບບ ປະກອບດ້ວຍ 12 ເປີເຊັນ, 25 ເປີເຊັນ ແລະ 35 ເປີເຊັນ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຖະແຫຼງກ່ຽວກັບການປະຕິຮູບ ໃນເຕົ້າໂຮມກັນທີ່ສະໜາມບິນນາໆຊາດ Harrisburg, 11 ຕຸລາ 2017, ໃນເມືອງ Middletown, ລັດ Pennsylvania.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຖະແຫຼງກ່ຽວກັບການປະຕິຮູບ ໃນເຕົ້າໂຮມກັນທີ່ສະໜາມບິນນາໆຊາດ Harrisburg, 11 ຕຸລາ 2017, ໃນເມືອງ Middletown, ລັດ Pennsylvania.

XS
SM
MD
LG