ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທຣຳ ຫັນມາເພັ່ງເລັງໃສ່ການປະຕິຮູບ ການເສຍພາສີ


ຜູ້ຊ່ຽວຊານດ້ານພາສີ ແລະ ເຈົ້າຂອງບໍລິສັດຮ່າງພາສີ ທ່ານນາງ Alicia Utley ຈັບເອກະສານພາສີ ໃນໄລຍະ
ເລີ່ມຕົ້ນຂອງລະດູເສຍພາສີໃນຫ້ອງການຂອງທ່ານນາງ
ຢູ່ເມືອງ Boulder, ລັດ Colorado. 14 ມັງກອນ, 2017.
ຜູ້ຊ່ຽວຊານດ້ານພາສີ ແລະ ເຈົ້າຂອງບໍລິສັດຮ່າງພາສີ ທ່ານນາງ Alicia Utley ຈັບເອກະສານພາສີ ໃນໄລຍະ ເລີ່ມຕົ້ນຂອງລະດູເສຍພາສີໃນຫ້ອງການຂອງທ່ານນາງ ຢູ່ເມືອງ Boulder, ລັດ Colorado. 14 ມັງກອນ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກຳລັງຫັນຈຸດສົນໃຈຂອງທ່ານໄປຫາການ ປະຕິຮູບການເກັບພາສີ ລຸນຫຼັງການລົ້ມລະລາຍຂອງຄວາມພະຍາຍາມທີ່ຈະຍົກເລີກ
ແລະ ປ່ຽນແຜນການປະກັນໄພສຸຂະພາບຂອງປະເທດ.

ທ່ານ ທຣຳ ໄດ້ກ່າວຢູ່ທຳນຽບຂາວ ໃນວັນສຸກທີ່ຜ່ານມາ ຫລັງຈາກພັກຣີພັບບລີກັນໄດ້
ຖອນມະຕິ ເພື່ອປ່ຽນກົດໝາຍປະກັນສຸຂະພາບ ທີ່ຮູ້ຈັກກັນໂດຍທົ່ວໄປວ່າ
Obamacare ວ່າ “ຂ້າພະເຈົ້າຈະເວົ້າວ່າ ພວກເຮົາຄົງຈະເລີ່ມເຮັດຢ່າງແຂງຂັນຂຶ້ນ ສຳລັບການຕັດພາສີຄັ້ງໃຫຍ່ ແລະ ການປະຕິຮູບພາສີ. ນັ້ນຈະເປັນວຽກງານຕໍ່ໄປ.”

ພັກຣີພັບບລີກັນໄດ້ຖືກບັງຄັບໃຫ້ຍົກເລີກການລົງຄະແນນສຽງ ກ່ຽວກັບ ການປ່ຽນກົດ ໝາຍໃນສະພາຕໍ່າ ຍ້ອນວ່າມັນບໍ່ໄດ້ຮັບການສະໜັບສະໜູນພຽງພໍ.

ໃນຕອນເຊົ້າຂອງວັນສຸກທີ່ຜ່ານມາ, ລັດຖະມົນຕີກະຊວງການເງິນ ທ່ານ Steven
Mnuchin ໄດ້ກ່າວໃນລະຫວ່າງການສຳພາດກັບເວັບໄຊຂ່າວ Axios ວ່າ ທ່ານໄດ້ກວດ
ສອບກົດໝາຍປະຕິຮູບພາສີຂອງລັດຖະບານເປັນເວລາສອງເດືອນຜ່ານມາແລ້ວ.

ທ່ານໄດ້ກ່າວວ່າ ກົດໝາຍດັ່ງກ່າວຈະລວມ ມີຂໍ້ສະເໜີເພື່ອຕັດພາສີສ່ວນບຸກຄົນ ແລະ
ບໍລິສັດ. ທ່ານກ່າວວ່າ “ຈຸດເພັ່ງເລັງທຳອິດຂອງພວກເຮົາແມ່ນການຕັດພາສີສຳລັບ
ຄົນທີ່ມີລາຍໄດ້ປານກາງ ແລະ ບໍ່ແມ່ນຂັ້ນສູງສຸດ.”

ທ່ານ Mnuchin ໄດ້ປະຕິເສດທີ່ຈະເວົ້າວ່າ ຈະມີການສະເໜີລະດັບພາສີບໍລິສັດຫຍັງ, ນອກຈາກວ່າມັນຈະ “ຕໍ່າຫຼາຍກວ່າ” ລະດັບ 35 ເປີເຊັນຂອງປະຈຸບັນ.

ທ່ານ Mnuchin ບໍ່ໄດ້ເປີດເຜີຍວ່າ ຂໍ້ສະເໜີພາສີ ຈະລວມມີພາສີການໄຫຼວຽນຂອງເງິນ ທີ່ມັັກເປັນຂໍ້ໂຕ້ແຍ້ງ ເຊິ່ງເປັນສ່ວນໜຶ່ງຂອງແຜນການພາສີສະພາຕໍ່າ ຫຼື ບໍ່. ພາສີການ
ໄຫຼວຽນຂອງເງິນ ໄດ້ຮຽກຮ້ອງໃຫ້ຕັດພາສີ 20 ເປີເຊັນສຳລັບສິນຄ້ານຳເຂົ້າ ແລະ ທ່ານ Mnuchin ໄດ້ຮັບຮູ້ວ່າ ມັນມີລັກສະນະທັງໃນແງ່ບວກ ແລະ ແງ່ລົບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Spicer: Health Care Tackled First to 'Achieve Savings' for Tax Reform
please wait

No media source currently available

0:00 0:01:12 0:00

XS
SM
MD
LG