ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຊຸກຍູ້ ໃຫ້ປະຕິຮູບ ພາສີ ແລະຖົກຖຽງ ກັບ ສະມາຊິກ ສະພາສູງ ຄົນສຳຄັນ


ປ. ດໍໂນລ ທຣຳ ຕິດຕາມໂດຍ ຜູ້ນຳສຽງສ່ວນຫຼາຍ ໃນສະພາສູງ ທ່ານ Mitch McConnell ໂບກມືໃຫ້ ຂະນະທີ່ທ່ານໄປເຖິງ ບ່ອນຮັບປະທານອາຫານທ່ຽງ ກັບສະມາຊິກສະພາສູງ ພັກຣີພັບບລີກັນ. (24 ຕຸລາ 2017)
ປ. ດໍໂນລ ທຣຳ ຕິດຕາມໂດຍ ຜູ້ນຳສຽງສ່ວນຫຼາຍ ໃນສະພາສູງ ທ່ານ Mitch McConnell ໂບກມືໃຫ້ ຂະນະທີ່ທ່ານໄປເຖິງ ບ່ອນຮັບປະທານອາຫານທ່ຽງ ກັບສະມາຊິກສະພາສູງ ພັກຣີພັບບລີກັນ. (24 ຕຸລາ 2017)

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນວັນອັງຄານວານນີ້ ໄດ້ພົບປະກັບສະ
ມາຊິກ ຂອງພັກຣີພັບບລີກັນ ທີ່ກຳສຽງສ່ວນຫຼາຍ ຢູ່ໃນສະພາສູງ ໂດຍຫວັງວ່າ ຢາກ
ໃຫ້ມີການຮັບຮອງເອົາແຜນການຂອງທ່ານ ເພື່ອຕັດພາສີໃຫ້ແກ່ບັນດາບໍລິສັດ ພວກ
ຊົນຊັ້ນກາງ ໃນຂະນະທີ່ທ່ານ ກ່າວໂຈມຕີຕອບໂຕ້ໄປມາກັບສະມາຊິກສະພາສູງຄົນ
ສຳຄັນ ທ່ານ Bob Corker ຈາກລັດເທັນເນັສຊີ.

ປະທານາທິບໍດີທຣຳ ໄດ້ຮັບປະທານອາຫານທ່ຽງກັບບັນດາສະມາຊິກສະພາສູງຮວມ
ທັງທ່ານ Corker ທີ່ຕຶກລັດຖະສະພາຂະນະທີ່ມີການປຶກສາຫາລືກັນຢ່າງກວ້າງຂວາງ ກ່ຽວກັບຮູບຮ່າງຂອງການປະຕິຮູບພາສີ.

ທ່ານທຣຳ ໄດ້ອອກຈາກບ່ອນປະຊຸມ ໂດຍບໍ່ໄດ້ຕອບຄຳຖາມຂອງພວກນັກຂ່າວ ແຕ່
ທ່ານ Mitch McConnell ຜູ້ນຳສຽງສ່ວນຫຼາຍຂອງສະພາສູງກ່າວວ່າສະມາຊິກຂອງ ພັກຣີພັບບລີກັນແມ່ນມີຄວາມເປັນເອກກະພາບກັນກັບປະທານາທິບໍດີໃນການຊອກ ສະແຫວງຫາ ການປ່ຽນແປງຄັ້ງໃຫຍນ່ ກ່ຽວກັບກົດໝາຍເກັບພາສີຂອງປະເທດ.

ສະມາຊິກສະພາສູງ Bob Corker ຈາກລັດເທັນເນັສຊີ ພວມຖະແຫຼງຕໍ່ພວກນັກຂ່າວ
ສະມາຊິກສະພາສູງ Bob Corker ຈາກລັດເທັນເນັສຊີ ພວມຖະແຫຼງຕໍ່ພວກນັກຂ່າວ

ແຕ່ແນວໃດກໍຕາມ ທ່ານ McConnell ບໍ່ໄດ້ຕອບຄຳຖາມ ກ່ຽວກັບການຕໍ່ວ່າຕໍ່ຂານ
ທີ່ຍືດຍາວ ລະຫວ່າງປະທານາທິບໍດີທຣຳ ແລະທ່ານ Corker.

ທ່ານ McConnell ກ່າວວ່າ “ມີສຽງຟົດນອງນັນຢູ່ຂ້າງນອກພຸ້ນ ແຕ່ພວກເຮົາໄດ້ສຸມ
ໃສ່ເລື່ອງທີ່ປະຊາຊົນອາເມຣິກັນຕ້ອງການ ຂ້າພະເຈົ້າຄິດວ່າ ມີຄວາມເປັນປຶກແຜ່ນ ກັນຢ່າງໃຫຍ່ ໃນໝູ່ສະມາຊິກພັກຣີພັບບລີກັນທຸກໆຝ່າຍເພື່ອໃຫ້ບັນລຸເປົ້າໝາຍໃນ ການປະຕິຮູບພາສີ ກ່ອນທ້າຍປີນີ້.”

ໃນອາທິດແລ້ວນີ້ ສະພາສູງໄດ້ຮັບຮອງເອົາຮ່າງງົບປະມານຊຶ່ງໃນທີ່ສຸດອາດຈະນຳ ໄປສູ່ການຕັດພາສີ ຫຼາຍເຖິງ 1 ພັນ 500 ຕື້ໂດລາ ໃນທົດສະວັດຕໍ່ໜ້າ ຊຶ່ງອາດຈະ
ເພີ້ມໜີ້ສິນ ໃນມູນຄ່າດຽວກັນນີ້​ໃສ່ໜີ້ສິນທັງໝົດຂອງປະເທດທີ່ກຳລັງເພີ້ມຂຶ້ນ 20
ພັນຕື້ໂດລາ. ທ່ານທຣຳ ຮຽກຮ້ອງໃຫ້ ຮັບຮອງເອົາຮ່າງກົດໝາຍຕັດພາສີ ພາຍໃນ
ທ້າຍເດືອນທັນວານີ້.

ແຕ່ລັດຖະສະພາ ທີ່ຄວບຄຸມໂດຍພັກຣີພັບບລີກັນ ຍັງບໍ່ທັນໄຕົກລົງກັນ ກ່ຽວກັບການ ປ່ຽນແປງດ້ານພາສີທີ່ເຈາະຈົງໃດໆເທື່ອ ໂດຍມີການປຶກສາຫາລືແບບປິດລັບຢ່າງຂຸ້ນ ຂ້ຽວໄດ້ມີຂຶ້ນກ່ຽວກັບວ່າ ລະບຽບການເກັບພາສີທີ່ຊັບຊ້ອນຂອງປະເທດອັນໃດແດ່ຈະ
ຮັກສາໄວ້ແລະອັນໃດແດ່ທີ່ຈະລືບລ້າງ. ທ່ານທຣຳໄດ້ປະຕິເສດເຖິງຄວາມເປັນໄປໄດ້ ກ່ຽວກັບການທີ່ຈະຕັດບຳນານເບ້ຍລ້ຽງຂອງລັດຖະບານ ສຳລັບພວກທີ່ສູງອາຍຸ ແລະ
ແກ້ໄຂກົດລະບຽບຍົກເວັ້ນພາສີກ່ຽວກັບແຜນ ການໃຫ້ຜົນປະໂຫຍດ ແກ່ພວກຄົນອາ
ເມຣິກັນ ເວລາເຂົາເຈົ້າອອກກິນເບ້ຍບຳນານ.

ທ່ານ Corker ທີ່ພວມຈະລາອອກຈາກການ ເປັນສະມາຊິກສະພາສູງ ຫລັຈາກການ
ເລືອກຕັ້ງປີ 2018 ແລະໄດ້ກາຍມາເປັນຜູ້ຕ້ອງຕິປະທານາທິບໍດີເລື້ອຍໆນັ້ນ ກ່າວຕໍ່
ລາຍກ່ານຂ່າວໂທລະພາບ ABC ວ່າ ທ່ານທຣຳຄວນປ່ອຍໃຫ້ເປັນໜ້າທີ່ຂອງຄະນະ ກຳມະການສະພາ ໃນການປ່ຽນແປງເລື້ອງກົດໝາຍພາສີ ເພື່ອຈະຕັດສິນໃຈ ແລະບໍ່ ຄວນຈຳກັດ ຄວາມສາມາດຂອງສະມາຊິກສະພາ ໃນການເຫັນພ້ອມກ່ຽວກັບວ່າ ຈະ ຕັດຫຍັງແດ່ຢູ່ໃນແຜນການນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG