ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ທຣຳ ສະເໜີຊື່ ທ່ານນາງ ຄຣານິງເກີ ເປັນຫົວໜ້າສຳນັກງານ ປົກປ້ອງຜູ້ບໍລິໂພກ


ພາບສ່ວນນຶ່ງຂອງໜ້າຫຼັກເວັບໄຊທ໌ ສຳນັກງານ ປົກປ້ອງການເງິນ ຂອງຜູ້ບໍລິໂພກ.
ພາບສ່ວນນຶ່ງຂອງໜ້າຫຼັກເວັບໄຊທ໌ ສຳນັກງານ ປົກປ້ອງການເງິນ ຂອງຜູ້ບໍລິໂພກ.

ທຳນຽບຂາວ ໄດ້ປະກາດວ່າ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ມີແຜນ
ຈະແຕ່ງຕັ້ງທ່ານນາງ ແຄທີ ຄຣານິງເກີ, ຮອງຜູ້ອຳນວຍການຫ້ອງການບໍລິຫານ ແລະ
ງົບປະມານ, ເປັນຫົວໜ້າສຳນັກງານປົກປ້ອງການເງິນຂອງຜູ້ບໍລິໂພກ, ເຊິ່ງໄດ້ພະ
ຍາຍາມປ້ອງກັນ ການລ່ວງລະເມີດດ້ານການເງິນຕໍ່ບັນດາຜູ້ບໍລິໂພກທັງຫຼາຍ.

ໃນຖະແຫຼງການສະບັບນຶ່ງ, ທຳນຽບຂາວ ໄດ້ກ່າວວ່າ ທ່ານນາງ ຄຣານິງເກີ ຈະສືບຕໍ່
ວຽກງານຂອງຜູ້ທີ່ດຳລົງຕຳແໜ່ງກ່ອນໜ້າເພິ່ນ ຄືທ່ານ ມິກ ມັລເວນີ, ເພື່ອຫຼຸດຜ່ອນ
ອຳນາດໃນການຄວບຄຸມຂອງອົງການລົງ ໃນຂະນະທີ່ສືບຕໍ່ຮັກສາການຄວບຄຸມ
ການສໍ້ໂກງດ້ານ ການເງິນໄວ້ຄືເກົ່າ.

ທ່ານ ມັລເວນີ, ຜູ້ທີ່ເປັນຜູ້ອຳນວຍການດ້ານງົບປະມານຂອງປະທານາທິບໍດີນັ້ນ,
ໄດ້ເຂົ້າກຳຕຳແໜ່ງຊົ່ວຄາວແທນທີ່ທ່ານ ຣິເຈີດ ຄໍເດຣ, ເຊິ່ງໄດ້ຮັບການແຕ່ງຕັ້ງໂດຍ
ທ່ານ ໂອບາມາ, ຜູ້ທີ່ໄດ້ນຳພາອົງການດັງກ່າວແຕ່ປີ 2012 ຈົນທ່ານອອກບຳນານ
ໃນປີກາຍນີ້.

ສຳນັກງານປົກປ້ອງການເງິນຂອງຜູ້ບໍລິໂພກ ຖືກສ້າງຕັ້ງຂຶ້ນພາຍຫຼັງ ວິກິດການດ້ານ
ການເງິນສະຫະລັດ ໃນປີ 2007 ຫາ 2008, ໄດ້ຮັບອະນຸຍາດໂດຍກົດໝາຍການ
ປະຕິຮູບ ດອດ-ແຟຣັງ ວອລ ສຕຣີດ (Dodd-Frank Wall Street) ແລະ ການປົກ
ປ້ອງຜູ້ບໍລິໂພກ. ໜ້າທີ່ຂອງເຂົາເຈົ້າ ແມ່ນເພື່ອປົກປ້ອງບັນດາຜູ້ບໍລິໂພກ ຈາກການ
ຖືກສໍ້ໂກງໂດຍທະນາຄານ, ສະຖາບັນການເງິນ ເຄຣດິດ ຢູນຽນ, ບໍລິສັດ ຮັກສາ
ຄວາມປອດໄພ, ບໍລິສັດກູ້ຢືມ ເງິນ, ການບໍລິການຊ່ວຍເຫຼືອ ຈາກການຍຶດອະສັງຫາ
ລິມະຊັບ, ແລະ ບໍລິສັດການເງິນອື່ນໆ.

ວຽກງານໃນປັດຈຸບັນຂອງທ່ານນາງ ຄຣານິງເກີ ແມ່ນຮອງຜູ້ອຳນວຍການສຳລັບ
ໂຄງການລັດຖະບານທົ່ວໂປ ໃນຫ້ອງການການບໍລິຫານ ແລະ ງົບປະມານ, ເຊິ່ງກຳ
ກັບການໃຊ້ຈ່າຍຂອງລັດຖະບານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG