ຜູ້ທີ່ຄາດວ່າຈະຖືກແຕ່ງຕັ້ງໃຫ້ເປັນຕົວແທນຂອງພັກ Republican ໃນການແຂງຂັນເປັນປະທານາທິບໍດີສະຫະລັດ ທ່ານ Donald Trump ແມ່ນໄດ້ເລີ້ມຊອກຫາບັນດາທີ່ປຶກສາຄົນສຳຄັນໆ ໃນການເອົາບາດກ້າວໄປສູ່ທຳນຽບຂາວ ຖ້າຫາກທ່ານຊະນະການເລືອກຕັ້ງທົ່ວໄປ ໃນເດືອນພະຈິກທີ່ຈະມາເຖິງນີ້.
ມະຫາເສດຖີ ອະສັງຫາລິມະສັບ ໃນວັນຈັນວານນີ້ ໄດ້ສະເໜີຊື່ຊອງຜູ້ປົກຄອງລັດ New Jersey ທ່ານ Chris Christie ນຶ່ງໃນຜູ້ທ້າທາຍຂອງພັກ Republican ທີ່ໄດ້ປາໄຊຕໍ່ທ່ານ Trump ໃນການຫາສຽງເປັນເວລາຍາວນານຫຼາຍເດືອນນັ້ນ ໃຫ້ດຳລົງຕຳແໜ່ງເປັນປະ ທານ ຂອງຄະນະມອບໂອນອຳນາດຂອງທ່ານ ຖ້າຫາກວ່າ ທ່ານຈະໄດ້ຮັບໄຊຊະນະເປັນຜູ້ສືບທອດຕຳແໜ່ງ ຕໍ່ຈາກປະທານາທິບໍດີ ບາຣັກ ໂອບາມາ.
ທ່ານ Christie ກໍຄ້າຍຄືກັນກັບ ທ່ານ Trump ໃນການເປັນຜູ້ທີ່ກ້າປາກກ້າເວົ້າຕໍ່ສາທາ
ລະນະ ທີ່ໄດ້ຖອນຕົວອອກຈາກການເປັນຜູ້ແຂງຂັນເອົາປະທານາທີບໍດີ ໃນເດືອນກຸມພາຜ່ານມານີ້ ຫຼັງຈາກທີ່ໄດ້ຕົກມາເປັນຜູ້ທີ 6 ຂອງການເລືອກຕັ້ງຂັ້ນຕົ້ນ ໃນລັດ New Hampshire ທາງພາກເໜືອຂອງສະຫະລັດ ຊຶ່ງທ່ານ Trump ໄດ້ຊະນະ. ທ່ານ Christie ແມ່ນໄດ້ສະເໜີຊື່ທ່ານ Trump ໃນການຖືກແຕ່ງຕັ້ງໃຫ້ເປັນຕົວແທນຂອງພັກ Republican ໃນການແຂ່ງຂັນເພື່ອເປັນປະທານາທິບໍດີ ແລະກໍໄດ້ຕິດຕາມແລະປະກົດ ຕົວ ໃນຫຼາຍໆໂອກາດຂອງການຫາສຽງຕ່າງໆນຳ.
ພວກນັກວິໄຈທາງການເມືອງບາງຄົນ ໄດ້ເອີຍຊື່ຂອງທ່ານ Christie ໄວ 53 ປີ ຜູ້ຊຶ່ງຄັ້ງນຶ່ງເຄີຍດຳລົງຕຳແໜ່ງເປັນໄອຍະການ ຊຶ່ງມີຄວາມເປັນໄປໄດ້ສູງທີ່ຈະເຂົ້າຮ່ວມການແຂ່ງຂັນຮ່ວມກັນກັບທ່ານ Trump ໃນຖານະຮອງປະທານາທິບໍດີ ເຖິງແມ່ນວ່າ ທ່ານ Trump ຍັງບໍ່ທັນໄດ້ປະກາດຕໍ່ສາທາລະນະຊົນເທື່ອວ່າ ແມ່ນຜູ້ໃດກັນແທ້ທີ່ທ່ານຈະເລືອກເຂົ້າຮ່ວມເປັນຄະນະດຽວກັນນັ້ນ.