ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ ທ​ຣຳ ຍ້ອງ​ຕົນ​ເອງ ສຳ​ລັບ​ການ​ປ່ຽນ​ແປງ ອົງ​ການ NATO


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ເຫັນ ໃນ​ລະ​ຫວ່າງ​ການ​ພົບ​ປະກັບ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ຢູ່​ຫ້ອງ​ເຮັດ​ວຽກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 2 ເມ​ສາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ເຫັນ ໃນ​ລະ​ຫວ່າງ​ການ​ພົບ​ປະກັບ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ຢູ່​ຫ້ອງ​ເຮັດ​ວຽກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 2 ເມ​ສາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ​ປາ​ກົດ​ວ່າເລີ່ມ​ທີ່​ຈະ​ມັກ​ອົງ​ການ​ສົນ​ທິ​
ສັນຍາແອັດແລນຕິກເໜືອ ຫຼື NATO, ດ້ວຍການຍົກຍ້ອງກຸ່ມພັນທະມິດ ແລະ ຜູ້ນຳ
ຂອງອົງການ NATO ໃນວັນອັງຄານວານນີ້ ໃນລະຫວ່າງກອງປະຊຸມກັບເລຂາທິ
ການໃຫຍ່ຂອງອົງການດັ່ງກ່າວ.

ທ່ານ ທ​ຣຳ ໄດ້​ກ່າວ​ກ່ຽບ​ກັບ ​ການແບ່ງ​ປັນ​ພາ​ລະ​ທີ່​ດີ​ຂຶ້ນ ໃນ​ບັນ​ດາ​ສະ​ມາ​ຊິກ​ ເອ​ກະ​
ລາດ 29 ປະເທດຂອງກຸ່ມນັ້ນ, ແຕ່ໄດ້ກ່າວວ່າ “ເວົ້າຕາມຕົງແລ້ວ, ເຢຍຣະມັນ ແມ່ນ
ບໍ່ໄດ້ຈ່າຍຕາມຈຳນວນທີ່ເໝາະສົມຂອງເຂົາເຈົ້າ.”

ທ່ານ ທ​ຣຳ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ເປັນ​ຫ່ວງ​ຂອງ​ທ່ານ​ວ່າ ໃນ​ຂະ​ນະ​ທີ່ ອາ​ເມ​ຣິ​ກາ ໄດ້​
ໃຊ້ເງິນຢ່າງຫຼວງຫຼາຍເພື່ອປົກປ້ອງ ຢູໂຣບ ນັ້ນ, “ເຂົາເຈົ້າໄດ້ເອົາລັດເອົາປຽບຂອງ
ພວກເຮົາໃນດ້ານການຄ້າ.”

ທ່ານ ທ​ຣຳ, ພ້ອມ​ກັບ​ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ ຢູ່​ຕໍ່​ໜ້າເຕົາ​ຜີງ​ໄຟໃນຫ້ອງ​ເຮັດ​
ວຽກຂອງປະທານາທິບໍດີນັ້ນ, ໄດ້ຍົກຍ້ອງທ່ານ ສຳລັບວຽກງານທີ່ດີເລີດໃນການບໍລິ
ຫານອົງການ NATO.

ທ່ານ ທ​ຣຳ ໄດ້​ກ່າວ ກ່ຽວ​ກັບ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນໍ​ເວ ​ນັ້ນວ່າ “ພວກ​ເຮົາ​ເຂົ້າ​
ກັນໄດ້ດີຫຼາຍ.”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ຍົກ​ຍ້ອງ​ຕົນ​ເອງ ສຳ​ລັບ​ການ​ປ່ຽນ​ແປງ​ພັນ​ທະ​ມິດ ທີ່​ກ່ອນ​ໜ້າ
ນີ້ທ່ານໄດ້ອ້າງວ່າ ລ້າສະໄໝ.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ດັ່ງ​ທີ່​ທ່ານ​ຮູ້ ຕອນ​ທີ່​ຂ້າ​ພະ​ເຈົ້າ​ມາ​ ມັນ​ບໍ່​ໄດ້​ດີຫຼາຍ​ປານ​ໃດ,
ແລະ ຕອນນີ້, ເຂົາເຈົ້າກຳລັງຈະຕາມທັນ” ເປົ້າໝາຍຂອງບັນດາສະມາຊິກ ໃນການ
ຈ່າຍເງິນສອງເປີເຊັນ ຂອງຍອດຜະລິດຕະພັນພາຍໃນຂອງເຂົາເຈົ້າໃນການປ້ອງກັນ
ປະເທດ.

ທ່ານ​ເວົ້າ​ຕື່ມ​ວ່າ “ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ ມັນ​ຄວນ​ສູງກວ່າ​ນັ້ນ.”

ທ່ານ ສ​ໂຕ​ລ​ເທັນ​ເບີກ ໄດ້​ຂອບ​ໃຈ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສຳ​ລັບ “ການ​ເປັນ​ຜູ້​ນຳ​ທີ່​ເຂັ້ມ​
ແຂງຂອງທ່ານ ກ່ຽວກັບ ການແບ່ງປັນພາລະ” ແລະ ເວົ້າຕື່ມວ່າ “ພວກເຮົາໄດ້ເພີ່ມທະ
ວີການຕໍ່ສູ້ຂອງພວກເຮົາ ກັບລັດທິກໍ່ການຮ້າຍ ແລະ ພວກເຮົາກໍກຳລັງລົງທຶນຫຼາຍ
ຂຶ້ນ.”

ທ່ານ ທ​ຣຳ ຍັງຖືກ​ຖາມ​ໂດຍ​ນັກ​ຂ່າວ​ຄົນ​ນຶ່ງ ກ່ຽວ​ກັບ ຣັດ​ເຊຍ, ​ເຊິ່ງ​ແມ່ນສັດ​ຕູ​ສົງ​ຄາມ​
ເຢັນ ທີ່ເປັນຜູ້ເຮັດໃຫ້ເກີດການກໍ່ຕັ້ງພັນທະມິດດັ່ງກ່າວຂຶ້ນມາ.

"ຂ້າ​ພະ​ເຈົ້າ​ຫວັງ​ວ່າ ມັນ​ຈະ​ບໍ່​ແມ່ນ​ເລື່ອງ​ການ​ຂົ່ມ​ຂູ່ໃນ​ດ້ານ​ຄວາມ​ປອດ​ໄພ. ຂ້າ​ພະ​
ເຈົ້າຄິດວ່າຂ້າພະເຈົ້າຈະຖືກກັນດີກັບຣັດເຊຍ" ນັ້ນຄືຄຳຕອບຂອງທ່ານທຣຳ ຜູ້​ຊຶ່ງ
ການໂຄສະນາຫາສຽງ ເລືອກຕັ້ງປະທານາທິບໍດີ ໃນປີ 2016 ໄດ້ຕົກເປັນເປົ້າໃນການ
ສືບສວນເປັນເວລາ 2 ປີ ໂດຍໄອຍະການພິເສດກ່ຽວກັບການກ່າວຫາວ່າມີຄວາມສຳ
ພັນກັບຣັດເຊຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG