ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທຣຳ ໂຈມຕີ ອົງການອະນາໄມໂລກ ທ່າມກາງການລະບາດ ຂອງໄວຣັສໂຄໂຣນາ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ຽວກັບ ໄວຣັສໂຄໂຣນາ ໃນຫ້ອງປະຊຸມລາຍງານຂ່າວ ເຈມສ໌ ເບຣດີ ຂອງທຳນຽບຂາວ. 8 ເມສາ, 2020. (AP Photo/Alex Brandon)
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ຽວກັບ ໄວຣັສໂຄໂຣນາ ໃນຫ້ອງປະຊຸມລາຍງານຂ່າວ ເຈມສ໌ ເບຣດີ ຂອງທຳນຽບຂາວ. 8 ເມສາ, 2020. (AP Photo/Alex Brandon)

ວັນພະຫັດວານນີ້ເປັນຂີດໝາຍຄົບຮອບ 100 ວັນນັບຕັ້ງແຕ່ ຈີນ ໄດ້ແຈ້ງໃຫ້ ອົງການ ອະນາໄມໂລກຊາບວ່າ ເຂົາເຈົ້າກຳລັງຮັບມືກັບກໍລະນີຕ່າງໆທີ່ຕໍ່ມາຖືກ ລະບຸວ່າເປັນ COVID-19, ເຊິ່ງແມ່ນໄວຣັສທີ່ຮ້າຍແຮງ ທີ່ແຜ່ລາມໄປສູ່ເກືອບ ທຸກແຈທຸກມຸມຂອງໂລກ.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວຫາອົງການອະນະໄມໂລກ ກ່ຽວກັບ ການລຳອຽງຕໍ່ ຈີນ ໂພດ ແລະ ເວົ້າວ່າ ອົງການອະນາໄມຂອງສະຫະປະ ຊາຊາດນັ້ນ ຄວນເຕືອນ ກ່ຽວ ກັບ ວິກິດການທີ່ກຳລັງຫຍັບໃກ້ ເຂົ້າມາ ຫຼາຍເດືອນກ່ອນໜ້ານັ້ນ.

ທ່ານ ທຣຳ ໄດ້ກ່າວ ກ່ຽວກັບ ອົງການອະນາໄມໂລກໃນວັນອັງຄານທີ່ຜ່ານມາ ວ່າ “ເຂົາເຈົ້າເອີ້ນມັນວ່າບໍ່ຖືກຕ້ອງ. ເຂົາເຈົ້າໄດ້ຜິດພາດໃນການແຈ້ງນັ້ນແທ້ໆ. ເຂົາເຈົ້າຄວນແຈ້ງມັນຫຼາຍເດືອນກ່ອນໜ້ານັ້ນ. ເຂົາເຈົ້າໜ້າຈະຮູ້ ແລະ ເຂົາ ເຈົ້າຄວນຈະຮູ້. ແລະ ເຂົາເຈົ້າຄົງຮູ້ແລ້ວ, ສະນັ້ນພວກເຮົາຈະກວດສອບເບິ່ງ ຢ່າງລະມັດລະວັງ.”

ໃນວັນພຸດທີ່ຜ່ານມາ, ລັດຖະມົນຕີການຕ່າງປະເທດສະຫະລັດທ່ານ ໄມຄ໌ ພອມພຽວ, ເຊິ່ງຢືນຢູ່ທາງຂ້າງທ່ານ ທຣຳ ນັ້ນ, ໄດ້ກ່າວວ່າ ອົງການດັ່ງກ່າວ “ບໍ່ໄດ້ບັນ ລຸໃນສິ່ງທີ່ເຂົາເຈົ້າມີຈຸດປະສົງທີ່ຈະເຮັດ,” ແລະ ວ່າ ສະຫະລັດ ແມ່ນກຳລັງ “ປະເມີນການໃຫ້ທຶນຂອງພວກເຮົາຄືນໃໝ່,” ຊຶ່ງເປັນການກ່າວຢໍ້າການຂົ່ມຂູ່ ຂອງທ່ານ ທຣຳ ໃນຕົ້ນອາທິດນີ້.

ນຶ່ງໃນຄຳຕຳໜິຕ່າງໆຂອງລັດຖະບານທ່ານ ທຣຳ ກໍແມ່ນການກີດກັ້ນການເຂົ້າ ຮ່ວມອົງການອະນາໄມໂລກຂອງ ໄຕ້ຫວັນ.

ເຈົ້າໜ້າທີ່ອາວຸໂສຂອງລັດຖະບານຄົນນຶ່ງໄດ້ກ່າວໃນອາທິດນີ້ວ່າ “ພວກເຮົາສະ ໜັບສະໜູນເປັນຢ່າງຍິ່ງ ໃຫ້ເຂົາເຈົ້າຖືກເຊື້ອເຊີນເປັນຜູ້ສັງເກດການ ໂດຍເລ ຂາທິການໃຫຍ່, ຄືກັບທີ່ເຂົາເຈົ້າໄດ້ເຮັດໃນອະດີດ.”

ຄວາມຕຶງຄຽດລະຫວ່າງ ການນຳຂອງອົງການອະນາໄມໂລກ ແລະ ໄຕ້ຫວັນ ແມ່ນຈະແຈ້ງໃນກອງປະຊຸມຖະແຫຼງຂ່າວເມື່ອວັນພຸດມື້ກ່ອນນີ້, ເມື່ອຜູ້ອຳນວຍ ການໃຫຍ່ ຂອງອົງການອະນາໄມໂລກ ທ່ານ ເທດຣອສ ອາດານອມ ເກເບຣເຢຊຸສ ໄດ້ກ່າວວ່າທ່ານ ມັນເປັນກໍລະນີຂອງການປຸກລະດົມ ກ່ຽວກັບ ຄຳເວົ້າແບ່ງແຍກເຊື້ອຊາດຜິວພັນ ທີ່ແນເປົ້າໃສ່ທ່ານຈາກລັດທີ່ເປັນເກາະນັ້ນ.

ທ່ານ ເທດຣອສ ໄດ້ປະກາດຕໍ່ບັນດານັກຂ່າວວ່າ “ຈາກ ໄຕ້ຫວັນ. ໄຕ້ຫວັນ, ກະຊວງການຕ່າງປະເທດກໍຮູ້ຈັກ ກ່ຽວກັບ ການປຸກລະດົມດັ່ງກ່າວເຊັ່ນກັນ. ເຂົາເຈົ້າບໍ່ໄດ້ສະກັດກັ້ນມັນດ້ວຍຕົນ ເອງ. ເຂົາເຈົ້າຍັງໄດ້ເລີ່ມຕຳໜິວິຈານ ຂ້າພະເຈົ້າໃນລະຫວ່າງການດູຖືກ ແລະ ຄຳເວົ້າທັງໝົດນັ້ນດ້ວຍຊໍ້າ. ແຕ່ຂ້າ ພະເຈົ້າບໍ່ສົນໃຈ.”

ປະທານາທິບໍດີຂອງ ໄຕ້ຫວັນ ໄດ້ປະຕິເສດຕໍ່ການກ່າວຫານັ້ນຢ່າງຮຸນແຮງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG