ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ ທຣຳ ບໍ່ໄດ້ປະຕິເສດວ່າຈະບໍ່ພົບປະກັບຜູ້ນຳ ໄຕ້ຫວັນ


ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump, ພ້ອມພັນລະຍາ, ທ່ານນາງ Melania, ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງການສະຫຼອງປີໃໝ່ ທີ່ສະໂມສອນ Mar-a-Lago, ເມືອງ Palm Beach. 31 ທັນວາ, 2016.
ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump, ພ້ອມພັນລະຍາ, ທ່ານນາງ Melania, ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງການສະຫຼອງປີໃໝ່ ທີ່ສະໂມສອນ Mar-a-Lago, ເມືອງ Palm Beach. 31 ທັນວາ, 2016.

ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ບໍ່ໄດ້ເວົ້າວ່າ ທ່ານຈະບໍ່ພົບປະ ກັບປະທານາທິບໍດີຂອງ ໄຕ້ຫວັນ ຖ້າທ່ານນາງເດີນທາງຢ້ຽມຢາມ ສະຫະລັດ ຫຼັງຈາກ ທ່ານສາບານຕົວເຂົ້າຮັບຕຳແໜ່ງແລ້ວໃນວັນທີ 20 ມັງກອນນີ້.

ທ່ານ Trump ໄດ້ກ່າວໃນວັນເສົາວານນີ້ ເວລາສະເຫຼີິມສະຫຼອງປີໃໝ່ທີ່ສະໂມສອນ Mar-a-Lago ຂອງທ່ານວ່າ ການພົບປະກັບປະທານາທິບໍດີ ໄຕ້ຫວັນ ທ່ານນາງ Tsai Ing-wen ຈະ “ບໍ່ເໝາະສົມໜ້ອຍໜຶ່ງຕາມຫຼັກພິທີການທູດແລ້ວ, ແຕ່ກໍຖ້າເບິ່ງໄປ.”

ທ່ານໄດ້ຖືກກ່າວປະນາມຮອບດ້ານ ສຳລັບການລົມໂທລະສັບກັບປະທານາທິບໍດີ ໄຕ້ ຫວັນ ຫຼັງຈາກທ່ານ Trump ໄດ້ຊະນະການເລືອກຕັ້ງປະທານາທິບໍດີໃນເດືອນພະຈິກ ຜ່ານມາ.

ບໍ່ເຄີຍມີປະທານາທິບໍດີ ຫຼື ປະທານາທິບໍດີທີ່ຖືກເລືອກໃໝ່ຄົນໃດໄດ້ມີການຕິດຕໍ່ແບບດັ່ງ ກ່າວກັບຜູ້ນຳ ໄຕ້ຫວັນ ນັບຕັ້ງແຕ່ ວໍຊິງຕັນ ໄດ້ຕັດສຳພັນກັບ ໄຕ້ຫວັນ ໃນປີ 1979 ແລະ ໄດ້ຫັນໄປໃສ່ ຈີນ ທີ່ເປັນເທດໃຫຍ່ກວ່າ ແລະ ເຕີບໂຕໄວກວ່າ. ແຕ່ພວກເຂົາເຈົ້າກໍຍັງຄົງ ເປັນຜູ້ສະໜັບສະໜູນ ໄຕ້ຫວັນ ຢ່າງບໍ່ເປັນທາງການນັບຕັ້ງແຕ່ນັ້ນມາ.

ໃນຖະແຫຼງການຮ່ວມ ສະຫະລັດ ກັບ ຈີນ ປີ 1979 ນັ້ນ, ສະຫະລັດ ໄດ້ຮັບຮູ້ ປັກກິ່ງ ເປັນ ລັດຖະບານດຽວທີ່ຖືກຕ້ອງຕາມກົດໝາຍຂອງ ຈີນ, ຮັບຮູ້ຖານະຂອງ ຈີນ ທີ່ເປັນປະເທດ ດຽວ ແລະ ໄຕ້ຫວັນ ເປັນສ່ວນໜຶ່ງຂອງ ຈີນ.

ສື່ມວນຊົນລັດຖະບານ ຈີນ ໄດ້ກ່າວວ່າ “ຄວາມບໍ່ມີປະສົບການ” ຂອງທ່ານ Trump ເຮັດ ໃຫ້ເພິ່ນຮັບໂທລະສັບຈາກປະທານາທິບໍດີ ໄຕ້ ຫວັນ, ແຕ່ໄດ້ເຕືອນວ່າ ການລ່ວງລະເມີດ ນະໂຍບາຍ ຈີນດຽວ ອາດ “ທຳລາຍ” ສາຍພົວພັນ ລະຫວ່າງ ວໍຊິງຕັນ ກັບ ປັກກິ່ງ ກໍເປັນ ໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG