ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ປ. ທ​ຣໍ​າ ຮຽກ​ຮ້ອງ​ໃຫ້​ຢຸດ ການ​ຖີ້ມ​ລະ​ເບ​ີດ ​ໃນແຂວງ ​ອິດ​ລິບ ​ຊີ​ເຣຍ


ຄວັນ​ໄຟ​ພຸ້ງ​ຂຶ້​ນ ຈາກ​ສະ​ຖານ​ທີ່​ແຮງ​ນຶ່ງ ທີ່​ເມືອງ​ຄານ ອາ​ລ ຊູ​ບູລ ແຂວງ​ອິດ​ລິບ ປະ​ເທດ​ຊີ​ເຣຍ ວັ​ນ​ທີ 28 ມິ​ຖຸ​ນາ 2019.
ຄວັນ​ໄຟ​ພຸ້ງ​ຂຶ້​ນ ຈາກ​ສະ​ຖານ​ທີ່​ແຮງ​ນຶ່ງ ທີ່​ເມືອງ​ຄານ ອາ​ລ ຊູ​ບູລ ແຂວງ​ອິດ​ລິບ ປະ​ເທດ​ຊີ​ເຣຍ ວັ​ນ​ທີ 28 ມິ​ຖຸ​ນາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້ຮຽກ​ຮ້ອງ​ໃຫ້ ຊີ​ເຣຍ, ຣັດ​ເຊຍ ແລະ​
ອີ​ຣ່ານ ຢຸດ “ການ​ຖິ້ມ​ລະ​ເບີດໃສ່​ແຂ​ວງ ​ອິດ​ລິບ ໃນ​ປະ​ເທດ ຊີ​ເຣຍ.”

ປະ​ທາ​ນາ​ທິບໍ​ດີ ​ທ​ຣຳ ໄດ້ກ່າວ​ຢູ່​ ​ທວິດເຕີ ​ໃນ​ຕອນ​ແລງວັນ​ອາ​ທິດ​ວ່າ ການ​ຖິ້ມ​ລະ​ເບີດ
​ເປັນ “ການ​ຂ້າ​ພົນ​ລະ​ເຮືອນ​ຜູ້​ບໍ​ລິ​ສຸດ​ຈຳ​ນວນຫຼາຍ​ຢ່າງບໍ່​ເລືອກ​ໜ້າ.”

ທ່ານ​ຂຽນ​ວ່າ “ໂລກ​ກຳ​ລັງ​ເບິ່ງ​ການເຂັ່ນ​ຂ້າ. ເພື່ອ​ຈຸດ​ປະ​ສົງ​ຫຍັງ? ເຈົ້າ​ຊິ​ໄດ້​ຫຍັງ? ຈົ່ງ\
ຢຸດມັນ.”

ຄຳ​ເຫັນ​ຂອງ​ທ່ານ​ ທ​ຣຳ ຕໍ່​ບັນ​ດາ​ນັກ​ຂ່າວ​ຢູ່​ທຳ​ນຽບ​ຂາວ​ໃນ​ວັນ​ອາ​ທິດ​ວານ​ນີ້ ຍັງ​ໄດ້​ໃຫ້
​ຂໍ້​ສັງ​ເກດ​ວ່າ ການ​ຮຽກ​ຮ້ອງ​ຂອງທ່ານປີ​ກາຍ​ນີ້ສຳ​ລັບ​ຊີ​ເຣຍ ແລະ​ບັນ​ດາ​ພັດ​ທະ​ມິດ​ເຂົາ
​ເຈົ້າ ກໍ​ເພື່ອ​ຫລີກ​ລ່ຽງ​ການ​ໂຈມ​ຕີ​ຢ່າງ​ເຕັມ​ທີ່ໃນແຂວງ ​ອິດ​ລິບ ຍ້ອນ​ບັນ​ຫາ​ດ້ານມະ​ນຸດ​
ສະ​ທຳ.

ປະ​ທ​າ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່​ານ ວ​ລາ​ເດີ​ເມຍ ປູ​ຕິນ ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ທີ່​ຄ້າຍ​ຄື​ກັນ​
ໃນ​ທ້າຍ​ເດືອນ​ເມ​ສານີ້ ແຕ່​ລັດ​ຖະ​ບານ​ຂອງ​ທ່ານ​ຍັງ​ໄດ້​ເຕືອນ​ວ່າ ການ​ປາ​ກົດ​ໂຕ​ຂອງ
​ພວກ​ຫົວ​ຮຸນ​ແຮງ​ຢູ່​ໃນ​ແຂວງ ອິດ​ລິບ ໄດ້​ເປັນ​ການ​ທຳ​ລ​າຍ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສິ້ນ​
ສຸດ​ການ​ຂັດ​ແຍ້ງ​ດົນແປດ​ປີ​ຂອງ ​ຊີ​ເຣຍ.

ຊາວ​ຊີ​ເຣຍ ທີ່​ບໍ່​ມີ​ບ່ອນ​ຢູ່​ອາ​ໄສ ເຕົ້າ​ໂຮມ​ກັນ​ປະ​ທ້ວງ ໃຫ້​ຢຸດ​ເຊົາ​ການ​ຖີ້ມ​ລະ​ເບີດ ໃນ​ແຂວງ​ອິດ​ລິບ ປະ​ເທດ​ຊີ​ເຣຍ ວັນ​ທີ 31 ພຶດ​ສະ​ພາ 2019.
ຊາວ​ຊີ​ເຣຍ ທີ່​ບໍ່​ມີ​ບ່ອນ​ຢູ່​ອາ​ໄສ ເຕົ້າ​ໂຮມ​ກັນ​ປະ​ທ້ວງ ໃຫ້​ຢຸດ​ເຊົາ​ການ​ຖີ້ມ​ລະ​ເບີດ ໃນ​ແຂວງ​ອິດ​ລິບ ປະ​ເທດ​ຊີ​ເຣຍ ວັນ​ທີ 31 ພຶດ​ສະ​ພາ 2019.

ແຂວງ​ ອິດ​ລິບ ຕັ້ງ​ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ ຊີ​ເຣຍ ຢູ່ຕາມ​ຊາຍ​ແດນ​ຕິດ
​ກັບ​ປະ​ເທດ ​ເທີ​ກີ. ເປັນ​ພາກ​ສ່ວນ​ແຫ່ງ​ສຸດທ້າຍ​ຂອງ ​ຊີ​ເຣຍ ທີ່​ຍັງຖືກ​ຄວ​ບຄຸມໂດຍ
​ພ​ວກ​ກະ​ບົດ ທີ່​ພະ​ຍາມ​ໂຄ່ນ​ລົ້ມ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຊາ​ຣ ອາລ-ອາ​ຊ​ຊາດ.

ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ ແລະ ​ຄອບ​ຄົວຂອງເຂົາ​ເຈົ້າ ຜູ້​ທີ່​ໄດ້​ຍອມ​ຈຳ​ນົນພາກ​ສ່ວນ​ອື່ນໆ​
ຂອງ​ຊີ​ເ​ຣຍ ພາຍ​ໃຕ້​ການ​ຂົ່ມ​ຂູ່​ໂຈມ​ຕີນອງ​ເລືອດນັ້ນ ໄດ້​ພາ​ກັນ​ຫຼັ່ງ​ໄຫຼເຂົ້າ​ສູ່ແຂວງ ​ອິດ
​ລິບ ເພື່ອຊ​ອກ​ຫາ​ບ່ອນ​ຢູ່ທີ່ປອດ​ໄພ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG