ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣໍາ ອອກຈາກຄຸກໃນລັດຈໍເຈຍ ຫຼັງຈາກການຈັບກຸມຢ່າງເປັນທາງການ, ທ່ານໄດ້ຖືກຖ່າຍຮູບຢູ່ທີ່ນັ້ນ


ອະດີດປະທານາທິບໍດີ ໂດໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ກ່ອນອອກເດີນທາງຈາກສະໜາມບິນສາກົນ Hartsfield-Jackson ຂອງນະຄອນແອັດແລນຕາ, ວັນທີ 24 ສິງຫາ 2023 ຢູ່ນະຄອນແອດແລນຕາ
ອະດີດປະທານາທິບໍດີ ໂດໂນລ ທຣຳ ກ່າວຕໍ່ບັນດານັກຂ່າວ ກ່ອນອອກເດີນທາງຈາກສະໜາມບິນສາກົນ Hartsfield-Jackson ຂອງນະຄອນແອັດແລນຕາ, ວັນທີ 24 ສິງຫາ 2023 ຢູ່ນະຄອນແອດແລນຕາ

ອະດີດປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ອອກຈາກຄຸກເມືອງ ຟູລຕັນ ຄາວຕີ (Fulton County) ໃນນະຄອນແອັດແລນຕາ (Atlanta) ປະມານ 20 ນາທີ ຫລັງຈາກທີ່ທ່ານໄປຮອດ ເພື່ອຈົດ​ບັນ​ທຶກໃນຂໍ້ຫາຄວາມຜິດທາງອາຍາ ຖານສໍ້ໂກງ ແລະ ສົມຮູ້ຮ່ວມຄິດ ທີ່ພົວພັນກັບຄວາມພະຍາ ຍາມຂອງທ່ານ ທີ່ຈະຕ່າວປີ້ນຜົນການເລືອກຕັ້ງປີ 2020 ໃນລັດຈໍເຈຍ.

ທ່ານໄປຮອດຄຸກບໍ່ດົນຫລັງຈາກ 7:30 ໂມງແລງຕາມເວລາເຂດເວລາຕາເວັນອອກ ແລະ ໄດ້ຖ່າຍຮູບຂອງທ່ານຢູ່ທີ່ນັ້ນ.

ນີ້​ເປັນ​ເທື່ອ​ທີ​ 4 ​ທີ່​ບໍ່​ເຄີຍເກີດຂຶ້ນ​ມາ​ກ່ອນ​ທີ່​ທ່ານທຣຳ ​ຖືກ​ຈັບ​ກຸມ ​ແລະຖືກ​ຈົດ​ບັນ​ທຶກ ​ໃນຊ່ວງ​ຫ້າ​ເດືອນ​ທີ່​ຜ່ານ​ມາ.

ທ່ານທຣຳ ໄດ້ຖືກປ່ອຍຕົວລະຫວ່າງການພິຈາລະນາຄະດີ ຫຼັງຈາກໄດ້ຈ່າຍເງິນ ປະກັນຕົວ 200,000 ໂດລາ ທີ່ທະນາຍຄວາມຂອງທ່ານ ໄດ້ເຈລະຈາໄວ້ໃນຕົ້ນອາທິດນີ້ ກັບໄອຍະການຂອງເມືອງ ຟູລຕັນ ຄາວຕີ ທ່ານນາງ ຟານີ ວີລລິສ (Fani Willis).

ກ່ອນທີ່ຈະຂຶ້ນເຮືອບິນຂອງທ່ານ ຢູ່ທີ່ສະຫນາມບິນໃນນະຄອນແອັດແລນຕາ, ທ່ານໄດ້ເວົ້າສັ້ນໆກັບບັນດານັກຂ່າວ ກ່ຽວກັບການຈັບກຸມທ່ານ.

XS
SM
MD
LG