ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ຮ້ອງຂໍໃຫ້ສານສູງສຸດຂອງປະເທດ
ຟື້ນຟູດຳລັດ ຫ້າມບໍ່ໃຫ້ພວກເດີນທາງ ຈາກ 6 ປະເທດ ທີ່ປະຊາຊົນສ່ວນໃຫຍ່ ເປັນ
ຊາວມຸສລິມ ເຂົ້າມາໃນສະຫະລັດເປັນການຊົ່ວຄາວ.
ໃນວັນພະຫັດວານນີ້ ລັດຖະບານຂອງປະທານາທິບໍດີທຣຳໄດ້ຮ້ອງຂໍໃຫ້ສານສູງສຸດ
ຂອງສະຫະລັດ ທົບທວນເບິ່ງຄວາມຖືກຕ້ອງຊອບທຳທາງດ້ານກົດໝາຍຂອງຄຳສັ່ງ
ຫ້າມ ທີ່ໄດ້ຖືກປະຕິເສດໂດຍສານຊັ້ນຕົ້ນ.
ການຕັດສິນເທື່ອຫລ້າສຸດ ຕໍ່ຄຳສັ່ງຫ້າມເດີນທາງ ແມ່ນມີຂຶ້ຶ້ນໂດຍສານອຸທອນຂອງ
ລັດຖະບານກາງ ໃນເດືອນພຶດສະພາແລ້ວນີ້.
ສານອຸທອນເຂດ 4 ທີ່ນະຄອນຣິສມັນ ລັດເວີຈີເນຍ ເວົ້າວ່າ ດຳລັດດັ່ງກ່າວແມ່ນເທົ່າ
ກັບເປັນຄຳສັ່ງຫ້າມ ຕໍ່ຊາວມຸສລິມ. ພວກຜູ້ພິພາກສາຂອງສານອຸທອນ ກ່າວຢູ່ໃນຄຳ
ຕັດສິນ ທີ່ຍາວ 205 ໜ້າວ່າ “ເພື່ອແຈ້ງໃຫ້ຜູ້ຄົນຮູ້ ດຳລັດນີ້ ບໍ່ມີຫຍັງ ຫຼາຍໄປກວ່າທີ່ປະທານາທິບໍດີ ໄດ້ໃຫ້ຄຳໝັ້ນສັນຍາໄວ້ທັງກ່ອນແລະຫຼັງການເລືອກຕັ້ງກໍແມ່ນການ
ຈຳແນກກີດກັນຕໍ່ຊາວມຸສລິມຢ່າງຈະແຈ້ງ.”
ສ່ຽງສ່ວນຫຼາຍຂອງຄະນະຜູ້ພິພາກສາ 13 ທ່ານ ທີ່ທຳການຕັດສິນກ່ຽວກັບຄະດີນີ້ໄດ້
ອ້າງຂໍ້ຄວາມທີ່ທ່ານທຣຳໄດ້ຂຽນລົງທາງ Twitter ໃຫ້ສຳພາດທາງໂທລະພາບ ແລະ
ຄຳຖະແຫຼງຕ່າງໆທີ່ນຳອອກເຜີຍແຜ່ໂດຍເວັບໄຊໃນການໂຄສະນາຫາສຽງຂອງທ່ານ
ນັ້ນວ່າ ເປັນຄວາມຕັ້ງໃຈຂອງທ່ານ.