ປະທານາທິບໍດີ ດໍໂນລ ທຣຳ ໄດ້ສະເໜີແຕ່ງຕັ້ງ ທ່ານ Neil Gorsuch ຜູ້ພິພາສາ
ລັດຖະບານກາງ ຈາກລັດ Colorado ເພື່ອເຂົ້າຮັບຕຳແໜ່ງຜູ້ພິພາກສາສານສູງສຸດ
ທີ່ໄດ້ເປົ່າຫວ່າງມາ ນັບຕັ້ງແຕ່ຜູ້ພິພາກສາ Antonin Scalia ໄດ້ເສຍຊີວິດໄປ ເມື່ອ
ເດືອນກຸມພາ ປີກາຍນີ້.
ທ່ານທຣຳ ໄດ້ປະກາດການເລືອກຂອງທ່ານ ເມື່ອຕອນແລງວັນອັງຄານວານນີ້ ໃນ
ພິທີທີ່ຈັດຂຶ້ນຢູ່ທີ່ທຳນຽບຂາວ ທີ່ໄດ້ຖ່າຍທອດອອກອາກາດທາງໂທລະພາບ ດ້ວຍ ການນຳສະເໜີໂຕ ທ່ານ Gorsuch ວ່າເປັນຜູ້ພິພາກສາທີ່ “ປະເທດຕ້ອງການຫຼາຍ
ທີ່ສຸດ” ແລະ ກ່າວວ່າ ຄຸນສົບບັດຂອງທ່ານນັ້ນ ແມ່ນເກີນກວ່າທີ່ຈະໂຕ້ແຍ້ງໄດ້.
ທ່ານທຣຳ ໄດ້ກ່າວວ່າ ທ່ານ Gorsuch ມີ “ສະຕິປັນຍາອັນທີ່ສະຫຼຽວສະຫຼາດ
ບໍ່ມີການສຶກສາດ້ານກົດໝາຍໃດທີ່ເທົ່າທຽມໄດ້ ແລະ ຄວາມໝັ້ນໝາຍ ທີ່ຈະ
ຕີຄວາມໝາຍລັດຖະທຳມະນູນ ຕາມເນື້ອໄນຂໍ້ຄວາມທີ່ມີຢູ່ໃນນັ້ນ.”
ສະພາສູງສະຫະລັດ ຕ້ອງໄດ້ລົງຄະແນນສຽງ ເພື່ອຢັ້ງຢືນການແຕ່ງຕັ້ງ ເປັນຜູ້
ພິພາກສາ ສານສູງສຸດ ຂອງທ່ານ Gorsuch. ທ່ານ Gorsuch ຈະເລີ້ມຕົ້ນປະຊຸມ ກັບບັນດາສະມາຊິກສະພາ ຢູ່ທີ່ຕຶກລັດຖະສະພາ ໃນວັນພຸດມື້ນີ້ ແລະໂຄສົກ ທຳນຽບ
ຂາວ ທ່ານ Sean Spicer ໄດ້ກ່າວວ່າ ຄະນະລັດຖະບານທ່ານທຣຳ ຍັງວາງແຜນ
ຈະຈັດກອງປະຊຸມຖະແຫລງຂ່າວ ເປັນລຳດັບ ໃຫ້ແກ່ບັນດາສະມາຊິກລັດຖະສະພາ
ກ່ຽວກັບຜູ້ຖືກສະເໜີຊື່ທ່ານນີ້.
ພັກຣີພັບບລີກັນ ມີສຽງສ່ວນຫຼາຍ 52-48 ໃນສະພາສູງ. ຜູ້ນຳຂອງພັກເດໂມແຄຣັດ
ໃນສະມາຊິກສະພາສູງ ທ່ານ Chuck Schumer ໄດ້ກ່າວວ່າ ທ່ານມີ “ຄວາມບໍ່ແນ່ ໃຈແທ້ໆ” ກ່ຽວກັບທ່ານ Gorsuch ແລະ ວ່າ ພັກຂອງທານ ຈະເນັ້ນໜັກໃຫ້ ຜູ້ຖືກ
ສະເໜີຊື່ຜູ້ໃດກໍຕາມທີ່ຈະເຂົ້າຮັບຕຳແໜ່ງໃນສານສູງສຸດຕ້ອງ ໄດ້ຮັບ 60 ສຽງ
ເພື່ອທີ່ຈະໄດ້ຖືກຮັບຮອງເອົາ.
ການຢັ້ງຢືນຮັບຮອງ ອາດຈະເປັນເລື່ອງຖົກຖຽງກັນ ຫຼັງຈາກທີ່ພັກຣີພັບບລີກັນ
ໄດ້ປະຕິເສດທີ່ຈະຮັບຟັງການຢັ້ງຢືນ ຂອງຜູ້ທີ່ອະດີດປະທານາທິບໍດີ ບາຣັກ
ໂອບາມາ ເລືອກເອົາ ເພື່ອເຂົ້າມາດຳລົງຕຳແໜ່ງ ທີ່ເປົ່າຫວ່າງນັ້ນ.
ສະມາຊິກສະພາສູງ ທ່ານ Ted Cruz ໄດ້ກ່າວວ່າ ສະພາສູງຄວນ “ເຄື່ອນໄຫວ ຢ່າງວ່ອງໄວ” ແລະວ່າ ທ່ານເຊື່ອວ່າ ທ່ານ Gorsuch ຈະໄດ້ຮັບການຢັ້ງຢືນ.
ຖ້າຫາກໄດ້ຮັບການຢັ້ງຢືນຮັບຮອບເອົາແລ້ວ ທ່ານ Gorsuch ຈະຟື້ນຟູການມີ
ຄະແນນສຽງ 5-4 ຂອງພວກຫົວອານຸລັກນິຍົມ ໃນສານທີ່ມີສະມາຊິກຈຳນວນ
9 ທ່ານ ພ້ອມກັບທ່ານ Scalia ນັ້ນ. ທ່ານ Gorsuch ອາຍຸ 49 ປີ ຍັງຈະເປັນຜູ້ທີ່ ມີອາຍຸນ້ອຍທີ່ສຸດ ໃນບັນດາຜູ້ພິພາກສາ ທີ່ປະຈຳການໃນສານ ບ່ອນທີ່ການແຕ່ງ
ຕັ້ງ ແມ່ນຮັບຕຳແໜ່ງ ຕະຫຼອດຊີວິດ ຈຶ່ງເຮັດໃຫ້ການຄັດເລືອກ ຂອງປະທານາທິບໍດີ
ມີຄວາມສຳຄັນ ທີ່ຍາວນານ ຫຼັງຈາກທີ່ທ່ານໄດ້ພົ້ນຈາກຕຳແໜ່ງໄປແລ້ວ.