ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການເລືອກເອົາ ຜູ້ພິພາກສາ ສານສູງສຸດ ຂອງ ປ. ທຣໍາ ຈະພາໃຫ້ ມີການຕໍ່ສູ້ກັນ ຢູ່ສະພາສູງ


​ຜູ້ນຳ​ສຽງ​ສ່ວນ​ຫຼາຍໃນ​ສະພາ​ສູງ ທ່ານ​ມິ​ຕຈ໌ ​ແມັກຄອລ​ແນ​ລ (ຊ້າຍ) ​ຕ້ອນຮັບຜູ້ຖືກສະເໜີເປັນຜູ້ພິພາກສາສານສູງສຸດ ທ່ານ ແບຣັຕ ​ຄາ​​ເວ​​ນໍ ​(ກາງ) ແລະຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຢູ່ທີ່ລັດຖະສະພາ ວັນທີ 10 ກໍລະກົດ 2018.
​ຜູ້ນຳ​ສຽງ​ສ່ວນ​ຫຼາຍໃນ​ສະພາ​ສູງ ທ່ານ​ມິ​ຕຈ໌ ​ແມັກຄອລ​ແນ​ລ (ຊ້າຍ) ​ຕ້ອນຮັບຜູ້ຖືກສະເໜີເປັນຜູ້ພິພາກສາສານສູງສຸດ ທ່ານ ແບຣັຕ ​ຄາ​​ເວ​​ນໍ ​(ກາງ) ແລະຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຢູ່ທີ່ລັດຖະສະພາ ວັນທີ 10 ກໍລະກົດ 2018.

ນຶ່ງ​ມື້​ຫຼັງ​ຈາກ​ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ​ໄດ້​ສະ​ເໜີ​ແຕ່ງຕັ້ງທ່ານ ໃຫ້ເປັນຜູ້ພິ ພາກ
ສາສານ​ສູງ​ສຸດແລ້ວ ຜູ້​ພິພາກສາ​ສານ​ລັດຖະບານ​ກາງ ທ່ານ ແບຣັຕ ​ຄາເວນໍ ​ໃນ​ວັນ​
ອັງຄານ​ວານ​ນີ້​ໄດ້ພົບ​ປະ​ກັບ​ຜູ້ນຳ​ສຽງ​ສ່ວນ​ຫຼາຍໃນ​ສະພາ​ສູງ ທ່ານ​ມິ​ຕຈ໌ ​ແມັກຄອລ​
ແນ​ລ ​ແລະ​ຜູ້ນຳ​ຄົນສຳຄັນອື່ນໆຂອງ​ພັກຣີພັບ​ບລິ​ກັນ​ຄົນ​ ທີ່​ໄດ້ ຕິດຕາມ​ໂດຍ​ຮອງ​ປະທານາທິບໍດີ ​ໄມ​ຄ໌ ​ເພັນ​ສ໌​.

ທ່ານ​ແມັກ​ຄອລ​ແນ​ລ ທີ່ຕາງ​ໜ້າໃຫ້ແກ່​ລັດ​ເຄັນ​ຕັກ​ກີ ກ່າວ​ຫຼັງ​ຈາກ​ການພົບ​ປະ ວ່າ
“ປະທານ​າທິບໍດີ​ບໍ່​ສາມາດ​ທີ່​ຈະ​ເຮັດ​ໄດ້ດີ​ກວ່າ​ນີ້​ໃນ​ການ​ເລືອກ​ເອົາ​ຜູ້​ສະ​ເໜີ​ທີ່​ມີ​ຄຸນ​
ນະ​ວຸດ​ທິ ທີ​ພິເສດແບບນີ້. ພວກ​ເຮົາ​ເຊື່ອວ່າມີຄວາມເປັນ​ໄປ​ໄດ້​ທີ່​ຈະຈັດ​ ການ ກ່ຽວ
ກັບການສະ​ເໜີ​ແຕ່າງຕັ້ງຢ່າງ​ເຕັມທີ່​ ພາຍໃນ​ລະດູ​ໃບ​ໄມ້​ຫຼົ່ນທີ່​ຈະ​ມາ​ເຖິງ​ນີ້.”

ທ່ານ​ຄາ​ເວ​ນໍ ອາຍຸ 53 ປີ ​ໄດ້​ເຂົ້າ​ຮ່ວມ​ຢູ່​ໃນການ​ສືບສວນ​ອະດີດ​ປະທາ​ທິບໍດີ ບິ​ລ
ຄລິນ​ຕັນ ​ເຄີຍໄດ້​ຊ່ວຍອະດີດ​ປະທານາທິບໍດີຈອຣ໌​ຈ ດັບເບີີ​ນຢູ ບຸຊ ໃຫ້ ເປັນຜູ້ຊະນະ​ການເລືອກຕັ້ງ ໂດຍ​ການ​ນັບ​ຄະ​ແນນ​ສຽງຄືນ​ໃໝ່ໃນ​ປີ 2000 ທີ່​ລັດຟຣໍຣິດາ ​ແລະ​ໄດ້​
ຮັບ​ໃຊ້​ຢູ່​ໃນ​ລັດຖະບານ​ປະທານ​າທິບໍດີ​ບຸຊ ກ່ອນ​ທີ່​ປະທາ ນ​າທິບໍດີ​ບຸຊ​ ​ໄດ້​ສະ​ເໜີໃຫ້
ທ່ານ​ເປັນຜູ້​ພິພາກສາ​ລັດຖະບານ​ກາງ. ຖ້າ​ຫາກ​ຖືກ​ຮັບຮອງເອົາ ທ່ານຈະເຂົ້າຮັບໜ້າ
ທີ່ແທນ​ຜູ້​ພິພາກສາ​ສານ​ສູງ​ສຸດ​ທີ່​ອອກ​ບຳນານ ທ່ານ​ແອນ​ໂທ​ນີ ​ເຄນເນ​ດີ ຊຶ່ງ​ເປັນ​ຜູ້​ທີ່
​ທ່ານ​ຄາ​ເວ​ນໍ ​ເຄີຍ​ຮັບ​ໃຊ້ເປັນຈ່າສານມາ​ຄັ້ງ​ນຶ່ງແລ້ວ.

ປະທານາທິບໍດີ ດໍໂນລ ທຣໍາ ໂອ້ລົມກັບ ຜູ້​ພິພາກສາ​ສານ​ລັດຖະບານ​ກາງ ທ່ານ ແບຣັຕ ​ຄາເວນໍ ແລະຄອບຄົວຂອງທ່ານ ວັນທີ 9 ກໍລະກົດ 2018.
ປະທານາທິບໍດີ ດໍໂນລ ທຣໍາ ໂອ້ລົມກັບ ຜູ້​ພິພາກສາ​ສານ​ລັດຖະບານ​ກາງ ທ່ານ ແບຣັຕ ​ຄາເວນໍ ແລະຄອບຄົວຂອງທ່ານ ວັນທີ 9 ກໍລະກົດ 2018.

ການສະ​ເໜີ​ຊື່​ທ່ານ ​ໄດ້​ພາໃຫ້ມີການຄັດ​ຄ້ານຢ່າງແຂງຂັນຈາກ​ສະມາຊິກ​ສະພາ​ສູງ​
ພັກ​ເດ​ໂມ​ແຄຣັດຫຼາຍທ່ານ ທີ່ຍັງ​ມີ​ຄວາມ​ບໍ່ພໍໃຈ​ກ່ຽວ​ກັບການທີ່​ພັກຣີພັບ​ບລິ​ກັນ ໄດ້​
ປະຕິ​ເສດ ບໍ່ຍອມພິຈາລະນາ​ການສະ​ເໜີຊື່ ຂອງອະດີດ​ປະ​ທາ​ນາ​ທິບໍດີ ບາຣັກ ​ໂອ
​ບາ​ມາ ຕໍ່​ສານ​ສູງ​ສຸດ​ເທື່ອ​ສຸດ​ທ້າຍ​ແລະຄວາມ​ຢ້ານ​ກົວ​ ກ່ຽວກັບການ ທີ່ອາດເຮັດໃຫ້
ສານສູງສຸດອຽງໄປທາງຂວາຫຼາຍຂຶ້ນ ຊຶ່ງ​ອາດ​ຈະມີຜົນທາງດ້ານ​ກົດໝາຍ​ຂອງ​
ອາ​ເມຣິກາ.

ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ສະພາສູງ ທ່ານ​ຈັກ ຊູ​ເມີ ພ້ອມດ້ວຍ ຜູ້ນຳສຽງສ່ວນນ້ອຍສະພາຕໍ່າ ທ່ານນາງແນນຊີ ພາໂລຊີ ກ່າວຕໍ່ບັນດານັກຂ່າວ ວັນທີ 22 ມີນາ 2018.
ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ສະພາສູງ ທ່ານ​ຈັກ ຊູ​ເມີ ພ້ອມດ້ວຍ ຜູ້ນຳສຽງສ່ວນນ້ອຍສະພາຕໍ່າ ທ່ານນາງແນນຊີ ພາໂລຊີ ກ່າວຕໍ່ບັນດານັກຂ່າວ ວັນທີ 22 ມີນາ 2018.

ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ທ່ານ​ຈັກ ຊູ​ເມີ ກ່າວ​ວ່າ “ປະທານາທິບໍດີ​ທຣໍາ ​ໄດ້ເຮັດ​ດັ່ງ​ທີ່​ທ່ານ​
ໄດ້ກ່າວ​ໄວ້ ໃນລະຫວ່າງ​ການ​ໂຄສະ​ນາ​ຫາ​ສຽງ​ ໃນ​ປີ 2016 ໂດຍໄດ້ສະ​ເໜີໃຜ​ຜູ້​ນຶ່ງ
ທີ່ຈະ​ຕ່າວປີ້ນສິດທິ ​ໃນການວາງແຜນຄອບຄົວ ​ແລະກີດ​ກັ້ນການມີປະກັນໄພ​ສຸຂະ
ພາບ​ສຳລັບຊາ​ວອາ​ເມຣິກາຫຼາ​ຍລ້າ​ນຄົນ” ແລະທ່ານກ່າວຕື່ມວ່າ “ສິດທິ​ພົນລະເມືອງ
ສິດທິ​ດ້ານແຮງງານ ສິດທິກ່ຽວກັບສິ່ງ​ແວດ​ລ້ອມ ສິດ​ທິ ຂອງພວກຄົນກຸ່ມ​ນ້ອຍທີ່ເອີນ
ວ່າ LGBTQ” ກຳລັງຕົກ​ຢູ່​ໃນ​ຄວາມ​ສ່ຽງ.

Trump Nominates Conservative-leaning Kavanaugh to Supreme Court
please wait

No media source currently available

0:00 0:02:48 0:00

ສະມາຊິກ​ພັກເດ​ໂມ​ແຄຣັດອີກ​ຄົນ​ນຶ່ງ ທ່ານ​ຄໍຣີ ບຸກ​ເກີ ຈາກ​ລັດ​ນິວ​ເຈີ​ຊີ ​ໄດ້​ໃຫ້​ຂໍ້​ສັງ
​ເກດ​ວ່າ​ ທ່ານ​ຄາ​ເວ​ນໍໄດ້​ຂຽນ​ໄວ້​ວ່າບັນດາ​ປະທານາທິບໍດີ​ຄວນ​ໄດ້ຮັບການ ​ຍົກ​ເວັ້ນ
ຈາກ​ການ​ດຳເນີນຄະດີໃນ​ຂະນະ​ທີ່ຢູ່​ໃນ​ຕຳ​ແໜ່​ງ​ຊຶ່ງເປັນແນວ​ຄິດ​ທີ່​ອາດ​ໄດ້ຮັບການ
ທົດສອບ ສຸດແລ້ວແຕ່​ຜົນ​ຂັ້ນສຸດທ້າຍທີ່ອອກ​ມາ ​ຂອງ​ການສືບສວນ​ໂດຍໄອຍະການ
ພິ​ເສດ ກ່ຽວກັບເລື້ອງຣັດ​ເຊຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG