ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ທຣຳ ໄດ້​ພົບ​ປະ ​ກັບຜູ້ສະໝັກ ເຂົ້າຮັບ ຕຳແໜ່ງ​​ ໃນ​ສານ​ ສູງ​ສຸດ 4 ທ່ານ ວານນີ້


ປະທານາທິບໍດີສະຫະລັດ ທ່ານ ດໍ​ໂນ​ລ ທຣຳ ກ່າວຕໍ່ສື່ມວນຊົນ ຢູ່ທຳນຽບຂາວ, ວໍຊີງຕັນ, 2 ກໍລະກົດ 2018.
ປະທານາທິບໍດີສະຫະລັດ ທ່ານ ດໍ​ໂນ​ລ ທຣຳ ກ່າວຕໍ່ສື່ມວນຊົນ ຢູ່ທຳນຽບຂາວ, ວໍຊີງຕັນ, 2 ກໍລະກົດ 2018.

ປະທານາທິບໍດີສະຫະລັດ ທ່ານ ດໍ​ໂນ​ລ ທຣຳ ​ກ່າວ​ວ່າ ທ່ານ​ໄດ້​ພົບ​ປະ​ກັບຜູ້ສະໝັກ
4 ທ່ານ ເພື່ອເຂົ້າຮັບຕຳແໜ່ງໃນ​ສານ​ສູງ​ສຸດ ​ແລະ​ວາງ​ແຜນ​ທີ່​ຈະ​ພົບປະ​ຕື່ມອີກກັບ
2 ຫາ 3 ທ່ານ ​ໃນ​ຂະນະ​ທີ່​ທ່ານ​ຊອກ​ຫາ ບຸກຄົນທີ່ທ່ານຈະ​ສະ​ເໜີ​ແຕ່ງຕັ້ງ ​ເພື່ອ​ໃຫ້​

ເຂົ້າຮັບໜ້າທີ່ ແທນຜູ້​ພິພາກສາ​ສານ​ສູງ​ສຸດແອນ​ໂທ​ນີ ​ເຄນ​ເນ​ດີ ທີ່​ລາ​ອອກ​ບຳນານ​ນັ້ນ.

ທ່ານ​ທຣຳ ​ໄດ້​ກ່າວຕໍ່​ພວກ​ນັກ​ຂ່າວ​ທີ່​ວໍ​ຊີງ​ຕັນ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ບັນດາຜູ້ສະໝັກ
​ທີ່​ທ່ານໄດ້​ພົບ​ນັ້ນ ​ແມ່ນເປັນບຸກຄົນທີ່ “ວິ​ເສດ​ຫຼາຍ​ ໃນ​ແຕ່​ລະ​ດ້ານ ​ທີ່​ແຕກ​ຕ່າງ​ກັນ​,
ບໍ່ວ່າໃນດ້ານຄວາມ​ຮູ້​ການ​ສຶກສາ ​ແລະ​ດ້ານ​ອື່ນໆ.”

ໂຄສົກ​ຂອງທຳນຽບຂາວ ທ່ານ​ນາງ​ຊາຣາ ຮັກ​ກາ​ບີ ​ແຊນ​ເດີຣ໌ສ ​ໄດ້​ກ່າວ​ວ່າ ທ່ານ​ທຣຳ ​
ແມ່ນໄດ້​ໂອ້​ລົມ​ກັບ​ຜູ້​ສະໝັກ​ແຕ່ລະ​ທ່ານ​ປະມານ 45 ນາ​ທີ​ ​ໃນ​ວັນ​ຈັນ​ວານ​ນີ້. ທ່ານ​ນາງ
ບໍ່​ໄດ້​ເປີດ​ເຜີຍຊື່​ຂອງ​ບັນດາ​ຜູ້​ສະໝັກ ​ແຕ່​ວ່າ ທ່ານ​ທຣຳ​ແມ່ນ​ຊອກ​ຫາຜູ້​ທີ່​ຈະ​ຍຶດໝັ້ນ​
ໃນ​ລັດຖະທຳ​ມະນູນ ​ແລະ ຜູ້​ທີ່​ມີ “ຄວາມ​ສະຫຼາດ​ທີ່​ຖືກຕ້ອງ​ເໝາະ​ສົມ” ​ແລະ “ອຸບປະນິໄສທີ່ເໝາະສົມ​ນຳດ້ວຍ.”

ເວລາມີການ​ຖາມ​ວ່າ ທ່ານ​ທຣຳ ແມ່ນ​ຊອກ​ຫາ​ຜູ້​ສະໝັກ ທີ່​ຈະ​ຍົກ​ເລີກ​ກົດໝາຍ​ໂຣສູ້ກັບ
ເວດບໍ ຊຶ່ງເປັນການຕັດສິນທີ່ສຳຄັນ ຂອງ​ສານ​ສູງ​ສຸດ ກ່ຽວກັບການເຮັດ​ແທ້ງ​ລູກ
ນັ້ນ, ທ່ານ​ນາງແຊນ​ເດີຣ໌ສ​ໄດ້​ກ່າວ​ຢ້ຳ ​ເຖິງ​ຈຸດ​ຢືນ​ຂອງ​ທ່ານ​ທຣຳ ທີ່​ວ່າ ທ່ານ​ບໍ່​ໄດ້​ຖາມ
​ເຖິງ​ມຸມ​ມອງ​ຂອງ​ພວກ​ເພິ່ນ ກ່ຽວ​ກັບ​ສິດ​ໃນ​ການ​ເຮັດ​ແທ້ງ.

ຊຶ່ງ​ທ່ານ​ນາງແຊນເດີຣ໌ສ ​ໄດ້​ກ່າວວ່າ “ປະທານາທິບໍດີທຣຳ ​ແມ່ນ ສະໜັບສະໜູນພວກ
ທີ່ຄັດຄ້ານຕໍ່ການຮີດລູກ, ​ແຕ່ເມື່ອເວົ້າເຖິງ​ຂັ້ນ​ຕອນ ໃນການ​ເລືອກເອົາ​ຜູ້ສະໝັກ​ເປັນ
ຜູ້​ພິພາກສາ​ສານ​ສູງ​ສຸດແລ້ວ ​ດັ່ງ​ທີ່​ປະທານາທິບໍດີ ​ໄດ້​ກ່າວໄວ້​ໃນ​ສັບປະດາ​ແລ້ວ​ນີ້ວ່າ
ທ່ານ​ຈະ​ບໍ່​ສົນທະນາໃນກໍລະນີທີ່ສະ​ເພາະ​ເຈາະ​ຈົງກັບພວກ​ຜູ້ສະໝັກ​.”

ທ່ານ​ທຣຳ ​ໄ​ດ້ກ່າວ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ວ່າ ທ່ານ​ຄິດ​ວ່າ ເລື້ອງໂຣ ສູ້ກັບ ເວດ ນັ້ນ
“​ແມ່ນ​ບໍ່ສົມຄວນ ​ທີ່ຈະຍົກຂຶ້ນມາໂອ້​ລົມ​ສົນທະນາ.”

ທ່ານ​ທຣຳຍັງ​ໄ​ດ້ກ່າວອີກ​ວ່າ ລາຍ​ຊື່ຂັ້ນ​ສຸດ​ທ້າຍ​ກ່ຽວກັບບັນດາຜູ້ສະໝັກ​ເປັນຜູ້​ພິພາກສາ
​ສານ​ສູງ​ສຸດ ແມ່ນ​ຮວມທັງ ​ແມ່ຍິງ 2 ຄົນ ​ແລະ​ວ່າ ​ທ່ານ​ຈະ​ເລືອກ​ເອົາຜູ້ສະໝັກ​ເປັນຜູ້​ພິ
ພາກສາ​ສານ​ສູງ​ສຸດ ພາຍ​ໃນ​ວັນ​ທີ 9 ກໍລະກົດນີ້.

​ໃນ​ວັນ​ຈັນ​ວານ​ນີ້ ຜູ້ນຳສະພາສູງສຽງສ່ວນນ້ອຍ ຢູ່ໃນສະພາສູງ ທ່່ານຈັກ ຊູເມີຣ໌ ​
ໄດ້​ຂຽນຄວາມ​ຄິດ​ເຫັນ​ຂອງ​ທ່ານລົງໃນໜັງສືພິມນິວຢອກໄທມ໌ວ່າ ປະຊາຊົນ​ຄວນ​ຈະ
​ກົດ​ດັນ​ໃຫ້​ບັນດາ​ສະມາຊິກ​ສະພາ​ສູງ ​ໃຫ້​ຄັດຄ້ານ​ຕໍ່​ກາ​ນສະ​ເໜີຊື່​ຂອງ​ຜູ້​ສະ​ໜັກ ​ທີ່​ຈະ
​ຍົກ​ເລີກສິດ​ໃນ​ການເຮັດ​ແທ້ງ​ລູກ​. ທ່ານຊູເມີຣ໌ ​ໂຕ້​ຖຽງ​ວ່າ ​ໃນ​ຂະນະ​ທີ່​ພັກ​ເດ​ໂມ​ແຄຣັດ
​ແມ່ນ​ມີ​ຈຳນວນ​ໜ້ອຍ​ກວ່າ​ ໃນ​ສະພາ​ສູງ ທີ່​ແບ່ງ​ແຍກ​ກັນພຽງເລັກນ້ອຍນັ້ນ ແຕ່​ສະມາຊິກ
ສະພາ​ສູງສ່ວນ​ໃຫຍ່ ​ແມ່ນ​ສະໜັບສະໜຸນສິດທິ​ໃນ​ການ​ເຮັດ​ແທ້ງລູກ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG