ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາ ຜູ້ສະໜັບສະໜູນ ທ່ານ Trump ແລະ ຝ່າຍຄ້ານ ປະທະກັນ ຢູ່ລັດຄາລິຟໍເນຍ


ຜູ້ສະໜັບສະໜູນທ່ານ Trump ຄົນນຶ່ງ ປະທະກັນກັບ ພວກປະ ທ້ວງຢູ່ນອກ ບ່ອນໂຄສະນາຫາສຽງທ່ານ Trump ທີ່ເມືອງ Costa Mesa ລັດ California.
ຜູ້ສະໜັບສະໜູນທ່ານ Trump ຄົນນຶ່ງ ປະທະກັນກັບ ພວກປະ ທ້ວງຢູ່ນອກ ບ່ອນໂຄສະນາຫາສຽງທ່ານ Trump ທີ່ເມືອງ Costa Mesa ລັດ California.

ຫລາຍຄົນໄດ້ຖືກຈັບໃນຕອນແລງວັນພະຫັດວານນີ້ ໃນຂະນະທີ່ຕຳຫລວດທັບມ້າງ ການປະທະກັນ ລະຫວ່າງບັນດາຜູ້ສະໜັບສະໜູນແລະພວກ​ຄັດຄ້ານຕໍ່ຜູ້ ສະມັກປະ ທານາທິບໍດີສະຫະລັດ ທີ່ມີ​ຄະ​ແນນ​ສຽງນຳໜ້າຂອງພັກຣີພັບບລິກັນ ທ່ານ Donald Trump ຢູ່ພາກໃຕ້ລັດ California.

ໃນຕອນນຶ່ງ ຕຳຫລວດທີ່ຢູ່ໃນຊຸດປາບປາມຈາລະຈົນ ແລະຂີ່ມ້າ ໄດ້ຕັ້ງສິ່ງກີດຂວາງ ຂຶ້ນລະຫວ່າງສອງກຸ່ມຢູ່ນອກ Pacific Amphitheater ​ໃນ​ເຂດເມືອງ Orange ບ່ອນ ທີ່ທ່ານ Trump ກ່າວຖະແຫລງ​ໃນການໂຄສະນາຫາສຽງ .

​ແວ່ນ​ແກ້ວຂອງລົດຕຳຫລວດໄດ້ຖືກທຸບແຕກ ແລະຫລາຍຄົນໄດ້ຮັບບາດເຈັບກ່ອນທີ່ ຝູງຊົນ ເປັນ​ຈຳນວນ​ຫຼວງຫຼາຍ ຈະໄດ້​ຮັບ​ການຄວບຄຸມ​ໄວ້​ໄດ້.

ຜູ້ສະໝັກປະທານາທິບໍດີ ສະຫະລັດ ພັກເດໂມແຄຣັດ ທ່ານນາງ Hillary Clinton.
ຜູ້ສະໝັກປະທານາທິບໍດີ ສະຫະລັດ ພັກເດໂມແຄຣັດ ທ່ານນາງ Hillary Clinton.

ໃນຕອນເຊົ້າວັນພະຫັດວານນີ້ທ່ານ Trump ນັກທຸລະກິດມະຫາເສດຖີພັນລ້ານ ໄດ້ກ່າວ ຢຽດຢາມ ການ​ສະໝັກເປັນປະທານາທິບໍດີ ຂອງທ່ານນາງ Hillary Clinton ຈາກພັກ ເດໂມແຄຣັດ ​ໂດຍເວົ້າວ່າ ທ່າມນາງຈະບໍ່ມີໂອກາດ​ເລີຍ ຍົກເວັ້ນ​ແຕ່ໃນຄວາມຈິງທີ່ວ່າ ທ່ານນາງຫລິ້ນ “ໄພ້ຂອງການເປັນແມ່ຍິງ” ໃນ ຄວາມຫວັງ ທີ່ຈະເປັນປະທານາທິບໍດີ ແມ່ຍິງຄົນທຳອິດຂອງສະຫະລັດ.

ຜູ້ສະໝັກປະທານາທິບໍດີ ສະຫະລັດ ສະມາຊິກສະພາສູງ ພັກຣີພັບບລິກັນ ຈາກລັດ Texas ທ່ານ Ted Cruz, ຮ່ວມກັບອະດີດຫົວໜ້າບໍລິຫານ Hewlett-Packard ທ່ານນາງ Carly Fiorina.
ຜູ້ສະໝັກປະທານາທິບໍດີ ສະຫະລັດ ສະມາຊິກສະພາສູງ ພັກຣີພັບບລິກັນ ຈາກລັດ Texas ທ່ານ Ted Cruz, ຮ່ວມກັບອະດີດຫົວໜ້າບໍລິຫານ Hewlett-Packard ທ່ານນາງ Carly Fiorina.

ມະຫາເສດຖີອະສັງຫາລິມະຊັບ ໄດ້ກ່າວຕໍ່ໂທລະພາບ NBC ວ່າ “ທ່ານນາງຫລິ້ນໄພ້ ດັ່ງກ່າວ ໃນ​ແບບ​ທີ່​ຂ້າພະ​ເຈົ້າບໍ່​ເຄີຍ​ເຫັນໃຜຫລິ້ນມາກ່ອນ. ສິ່ງທີ່ຂ້າພະເຈົ້ານຳອອກ ມາກ່າວຢ່າງຈະແຈ້ງກໍຄືຖ້າປາດສະຈາກໄພ້​ແມ່ຍິງ​ແລ້ວ ທ່ານ ນາງ Hillary Clinton ບໍ່ສາມາດ​ແມ່ນກະທັ້ງທີ່ຈະລົງສະໝັກ​ແຂ່ງຂັນ​ເອົາ​ຕຳ​ແໜ່​ງ​ເປັນ​ສະມາຊິ​ກສະພາ​ເທດ ສະ​ບານ​ໄດ້.”

US Presidential Politics
please wait

No media source currently available

0:00 0:01:06 0:00

ທ່ານ Donald Trump ຜູ້ມີຄະແນນຳໜ້າຂອງພັກຣີພັບບລິກັນ

ມັນເປັນການໂຈມຕີຫລ້າສຸດ ທີ່ພົວພັນທາງເພດຂອງທ່ານ Trump ຕໍ່ຜູ້ທີ່ອາດຈະ​ໄດ້ ຮັບການ​ແຕ່ງຕັ້ງເປັນຜູ້​ສະໝັກປະທານາທິບໍດີພັກເດໂມແຄຣັດ ພັນລະຍາ ຂອງອະດີດ ປະທານາທິບໍດີ Bill Clinton ແລະອະດີດສະມາຊິກສະພາສູງ ແລະລັດຖະມົນຕີຕ່າງ ປະເທດ ໃນສິດທິຂອງທ່ານນາງ. ຫລັງຈາກໄດ້ຊະນະຢູ່​ໃນຫ້າລັດ ແລະ​ເຂົ້າຄວບ​ຄຸມ​ ການແຂ່ງຂັນ ​ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງຂອງພັກຮີພັບ ບລິກັນ​ ໃນຕົ້ນອາທິດນີ້ ທ່ານ Trump ກ່າວວ່າ ຖ້າຫາກທ່ານນາງ Clinton ເປັນຜູ້ຊາຍ ທ່ານນາງຈະໄດ້ພຽງແຕ່ 5 ເປີເຊັນ ຂອງການລົງຄະແນນສຽງ​ໃນ ການເລືອກຕັ້ງຂອງ​ສະຫະລັດ.

US Pres Politics
please wait
Embed

No media source currently available

0:00 0:01:19 0:00

ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ

XS
SM
MD
LG