ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ແຜນ​ການ ພົບ​ປະ​ສຸດຍອດ ຂອງ ປ. ທ​ຣຳ ສົ່ງ​ສັນ​ຍານ ​ບໍ່​ຈະ​ແຈ້ງ ​ໃນການ​ເຈ​ລະ​ຈາ ກັບເກົາ​ຫຼີ​ເໜືອ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ (ຂວາ) ພົບ​ປະກັບ​ຜູ້​ນຳ ເກົາ​ຫຼີ​ເໜືອ ທ່ານ​ກິມ​ຈົງ​ອຶນ ທີ່​ເກາະ​ຊັງ​ໂຕ​ຊາ ຂອງ​ສິງ​ກະ​ໂປ ເມື່ອ ວັນ​ທີ 12 ມິ​ຖຸ​ນາ 2018.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ (ຂວາ) ພົບ​ປະກັບ​ຜູ້​ນຳ ເກົາ​ຫຼີ​ເໜືອ ທ່ານ​ກິມ​ຈົງ​ອຶນ ທີ່​ເກາະ​ຊັງ​ໂຕ​ຊາ ຂອງ​ສິງ​ກະ​ໂປ ເມື່ອ ວັນ​ທີ 12 ມິ​ຖຸ​ນາ 2018.

ໃນ​ການ​ປະ​ກາດ ກ່ຽວ​ກັບ​ຄວາມ​ສົນ​ໃຈ​ຂອງ​ທ່ານ ທີ່​ຈະ​ຈັດ​ການ​ພົບ​ປະ​ຮອບ​ໃໝ່ ກັບ​ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມຈົງອຶນ ນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ​ທ່ານດໍ​ໂນ​ລ ທ​ຣຳ ປາ​ກົດ​ວ່າ​ໄດ້​ຂັດ​ຂືນ​ຕໍ່​ແຜນ​ການ​ລັດ​ຖະ​ບານທ່ານ ທີ່​ຈະ​ຈັດ​ໃຫ້​ມີການ​ພົບ​ປະ​ຂອງ​ພວກ​ເຈົ້າ​ໜ້າ​ທີ່ ໃນ​ລະ​ດັບ​ທີ່​ມີ​ການ​ເຮັດ​ວຽກ ກ່ອນ​ໜ້າ​ການ​ເຈລະ​ຈາ ກ່ຽວ​ກັບ​ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ວິ​ເຄາະ.

ໃນ​ລະ​ຫວ່າງ​ທີ່​ເດີນ​ທາງ​ກັບ ຈາກກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ​ຈີ 20 ທີ່​ປະ​ເທດອາ​ເຈັນ​ຕິ​ນາເມື່ອ​ຕົ້ນ​ເດືອນນີ້ ທ່ານ​ທ​ຣຳ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ການ​ພົບ​ປະ​ສຸດ ຍອດ​ຄັ້ງ​ທີ 2 ກັບ​ທ່ານ​ກິມ​ ເບິ່ງ​ຊົງ​ວ່າ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ມັງ​ກອນຫຼື​ບໍ່​ກໍ​ເດືອນ​ກຸມພາ​ປີ 2019.

ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ​ຍັງ​ສືບ​ຕໍ່​ໃຫ້​ຄວາມ​ໝັ້ນ​ໝາຍ​ທີ່​ຈະ​ທຳ​ການ​ເຈ​ລະ​ຈາ​ໂອ້​ລົມ​ກັບ​ເກົາ​ຫຼີ​ເໜືອ​ຢູ່ນັ້ນແຕ່​ກໍ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງວ່າຄວາມ​ພະ​ຍາ​ຍາມ​ທາງ​ດ້ານການ​ທູດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ສາ​ມາດ​ສ້າງ​ຄວາມ​ກ້າວ​ໜ້າ​ກັບ​ພຽງ​ຢາງ​ໄດ້ຫຼື​ບໍ່. ໃນ​ອັນ​ທີ່​ປາ​ກົດ​ວ່າ ເປັນ​ຄວາມ​ເສຍ​ຫາຍ​ໃນ​ຄວາມ​ພະ​ຍາ​ຍາມ​ຂອງ​ລັດ​ຖະບານ ​ທີ່​ຈະ​ປົດ​ອາ​ວຸດ​ນິວ​ເຄ​ລຍເກົາ​ຫຼີ​ເໜືອ​ຢູ່ນັ້ນ ສື່ມວນ​ຊົນ​ຂອງ​ປະ​ເທດຄອມ​ມູ​ນິ​ສ​ທີ່​ໂດດ​ດ່ຽວດັ່ງ​ກ່າວ ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້ ລາຍ​ງານ​ວ່າ ເກົາ​ຫຼີ​ເໜືອ​ຈະ​ບໍ່ຍອມ​ປົດ​ອາ​ວຸດ​ນິວ​ເຄ​ລຍ ນອກ​ຈາກວ່າ ກ່ອນ​ອື່ນ​ໝົດສະ​ຫະ​ລັດ​ຕ້ອງ​ໄດ້​ກຳ​ຈັດໃນ​ອັນ​ທີ່​ພຽງ​ຢາງ​ເອີ້ນ​ວ່າ ການ​ຂົ່ມ​ຂູ່​ທາງ​ດ້ານ​ນິວ​ເລຍ ໃຫ້​ໝົດ​ໄປ​ເສຍ​ກ່ອນ.

ອົງ​ການ​ຂ່າວ​ສູນ​ກາງ​ຂອງ​ທາງ​ການ​ເກົາ​ຫຼີ​ເໜືອ​ກ່າ​ວ​ວ່າ “ເມື່​ອ​ພວກ​ເຮົາ​ອ້າງ​ອີງ​ເຖິງ ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ​ຢູ່​ໃນ​ແຫຼມ​ເກົາ​ຫຼີ ມັນ​ໝາຍ​ເຖິງ​ການ​ກຳ​ຈັດ​ທຸກໆໄພ​ຂົ່ມ​ຂູ່​ທາງ​ດ້ານ​ນິວ​ເຄ​ລຍ ບໍ່​ພຽງ​ແຕ່​ຈາກ​ເກົາ​ຫຼີ​ເໜືອ ແລະ​ເກົາ​ຫຼີ​ໃຕ້​ເທົ່າ​ນັ້ນແຕ່​ຍັງ​ໝາຍ​ເຖິງ​ຈາກ​ທຸກໆ​ປ​ະ​ເທດ​ເພື່ອນ​ບ້ານ​ທັງ​ໝົດ ທີ່​ແນ​ໃສ່​ແຫຼມ​ເກົາ​ຫຼີ.”

ການ​ບໍ່​ລົງ​ລອຍ​ກັນ ກ່ຽວ​ກັບ​ຄຳ​ວ່າ “ປົດ​ອາ​ວຸດ​ນິວ​ເຄ​ລຍ” ໄດ້​ກາຍ​ມາ​ເປັນ​ບັນຫາ​ຄ້າງ​ຄາ ແມ່ນ​ກະ​ທັງ ກ່ອນ​ທີ່​ທ່ານ​ທ​ຣຳ ແລະ​ທ່ານ​ກິມ​ໄດ້​ພົບ​ປະ​ກັນ ເປັນເທື່ອ​ທຳ​ອິດ​ໃນ​ເດືອນ​ມິ​ຖຸ​ນາ ທີ່​ປະ​ເທດ​ສິງ​ກະ​ໂປບ່ອນ​ທີ່​ພວກ​ທ່ານ​ໄດ້​ອອກ​ຖະ​ແຫຼງ​ການ​ທີ່​ບໍ່​ຈະແຈ້ງ​ສະ​ບັບ​ນຶ່ງ ກ່ຽວ​ກັບ​ການ​ປົດ​ອາ​ວຸດ​ນິວ​ເຄ​ລຍ ຢູ່​ໃນ​ແຫຼມເກົາ​ຫຼີ.

ນັບ​ແຕ່ນັ້ນ​ມາ ກໍ​ບໍ່​ມີ​ຫຍັງ​ຫຼາຍ​ໃນ​ອັນ​ທີ່​ປາ​ກົດ​ວ່າ​ເປັນ​ຄວາມ​ກ້າວ​ໜ້າ ໃນ​ການ​ເຈ​ລະ​ຈາ. ຄວາມ​ເຕັມ​ໃຈ​ຂອງ​ທ່ານ​ທ​ຣຳ ທີ່​ຈະ​ພົບ​ປະ​ກັບ​ທ່ານ​ກິມ​ຕື່ມ​ອີກແມ່ນເບິ່ງ​ກັນ​ວ່າ ເປັນ​ການ​ແຊກ​ແຊງ​ໃນ​ລະ​ດັບ​ສູງ ເພື່ອ​ທັບ​ມ້າງ​ສະ​ພາບ​ການ​ບໍ່​ໄປບໍ່​ມາ​ດັ່ງ​ກ່າວ.


ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG