ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ສະ​ເໜີ​ແນະ ວ່າ ການ​ເຈ​ລະ​ຈາ​ ສັນ​ຕິ​ພາບ ກັບ ກຸ່ມ​ຕາ​ລີ​ບານ ໃນ​ອັ​ຟ​ກາ​ນິ​ສຖານ ກັບ​ຄືນ​ມາ​ຖືກ​ເສັ້ນ​ທາງ​


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໂອ້​ລົມ​ກັ​ບ​​ສື່ມວນ​ຊົນ ​ໃນ​ຂະ​ນະ​ທີ່ ອອກ​ມາ​ຈາກ​ທຳ​ນຽບ​ຂາວ ເພື່ອ​ຈະ​ໄປ​ຂຶ້ນ​ເຮືອ​ບິນ​ເຮ​ລີ​ຄ​ັອບ​ເຕີ Marine One, ວັນ​ທີ 20 ພະ​ຈິກ 2019,​ໃນ​ວໍ​ຊິງ​ຕັນ ໃນ​ການ​ເດີນ​ທາງ​ຕໍ່​ໄປ​ຍັງ ​ລັດ​ເທັກ​ຊ​ັ​ສ.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໂອ້​ລົມ​ກັ​ບ​​ສື່ມວນ​ຊົນ ​ໃນ​ຂະ​ນະ​ທີ່ ອອກ​ມາ​ຈາກ​ທຳ​ນຽບ​ຂາວ ເພື່ອ​ຈະ​ໄປ​ຂຶ້ນ​ເຮືອ​ບິນ​ເຮ​ລີ​ຄ​ັອບ​ເຕີ Marine One, ວັນ​ທີ 20 ພະ​ຈິກ 2019,​ໃນ​ວໍ​ຊິງ​ຕັນ ໃນ​ການ​ເດີນ​ທາງ​ຕໍ່​ໄປ​ຍັງ ​ລັດ​ເທັກ​ຊ​ັ​ສ.

ປະ​ທາ​ນາ​ທິ​ບໍ​ດີ ​ສ​ະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້ບົ່ງ​ບອກ​ວ່າ ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ກັບ​ພວກ​ກຸ່ມ​ກະ​ບົດ​ຕາ​ລີ​ບານ ໃນ​ອັ​ຟ​ກາ​ນິ​ສ​ຖານ ແມ່ນ​ກັບ​ຄືນ​ສູ່​ເສັ້ນ​ທາງແລ້ວ ແລະ​ໄດ້​ປະ​ຕິ​ຍານ​ອີກ​ຄັ້ງ​ນຶ່ງວ່າ ຈະ​ຖອນກອງ​ກຳ​ລັງ​ຂອງ​ອາ​ເມ​ຣິ​ກາ ອອກ​ຈາກ​ປະ​ເທດ​ດັ່ງ​ກ່າວ.

“ທ່ານ​ຮູ້ບໍ່ ພວກ​ເຮົາ​ໄດ້​ຖອນ​ກຳ​ລັງ​ລົງ​ຢ່າງຫຼວງຫຼາຍ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ. ພວກ​ເຮົາ​ກຳ​ລັງ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ໃນ​ເວ​ລານີ້ ກັບ​ກຸ່ມ​ຕາ​ລີ​ບານ. ຖ້າ​ເບິ່ງວ່າ​ມັນ​ຫຍັງ​ຈະ​ເກີດ​ຂຶ້ນ” ທ່ານ​ທ​ຣຳ ໄດ້​ກ່າວ​ຕໍ່​ອົງາກນ​ຂ່າວ Fox News ໃນ​ວັນ​ສຸກ ​ໂດຍ​ການ​ໂທ​ລະ​ສັບ​ເຂົ້າ​ມາ ໃນ​ລາຍ​ການ “Fox and Friends.” ແລະທ່ານ​ທ​ຣຳ ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ໃດໆ​ຕື່ມ​ອີກ.

ຄວາມ​ເຫັນ​ຂອງ​ທ່ານ​ທ​ຣຳ ມີ​ຂຶ້ນຫຼັງ​ຈາກ​ໄດ້​ມີ​ການ​ແລກ​ປ່ຽນ​ນັກ​ໂທດກັນ​ເປັນ​ທີ່​ສຳ​ເລັດ ໂດຍ​ການ​ປ່ອຍ​ຕົວ​ເປັນ​ອິ​ດ​ສະ​ຫລະ ອາ​ຈານ​ຊາວ​ອາ​ເມ​ຣິ​ກັນ ແລະ​ຊາວອອ​ສ​ເຕ​ຣ​ເລຍ ໃນ​ການ​ແລກ​ປ່ຽນ​ກັບ​ການ​ປ່ອຍ​ຕົວ ພວກ​ນັກ​ໂທດ​ກະ​ບົດ ​ລະ​ດັບ​ສູງ 3 ຄົນ ໂດຍ​ລັດ​ຖະ​ບານ​ອັ​ຟ​ກາ​ນິ​ສ​ຖານ ທີ່​ໄດ້​ຮັບ​ການ​ໜຸນຫຼັງ​ຈາກ​ສະ​ຫະ​ລັດ.

ມັນ​ເປັນ​ທີ່​ຮູ້​ຈັກ​ກັນ​ໂດຍ​ທົ່ວ​ໄປ​ວ່າ ການ​ປ່ອຍ​ຕົວ​ຊາວ​ອາ​ເມ​ຣິ​ກັນ ທ່ານເຄັບ​ວິນ ຄິງ ແລະ ຊາວອອ​ສ​ເຕ​ຣ​ເລຍ ທ່ານ​ທິມ​ໂມ​ຕີ ວີກ​ສ໌ ຜູ້​ທີ່​ໄດ້​ຖືກ​ຈັບ​ເປັນ​ໂຕ​ປະ​ກັນ ນັບ​ຕັ້ງ​ແຕ່​ເດືອນ​ສິງ​ຫາ ປີ 2016 ນັ້ນ ອາດ​ນຳ​ໄປ​ສູ່​ການ​ກັບ​ຄືນ​ມາ​ເຈ​ລະ​ຈາ​ກັນ​ອີກ ລະ​ຫວ່າງ ສະ​ຫະ​ລັດ ແລະ​ກຸ່ມ​ຕາ​ລີ​ບານ.

ທ່ານ​ທ​ຣຳ ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ ໃນ​ວັນ​ອັງ​ຄານ​ຜ່ານ​ມາ ໃນ​ຂະ​ນະ​ທີ່​ກ່າວ​ຍົກ​ຍ້ອງ​ການ​ປ່ອຍ​ຕົວ​ໂຕ​ປະ​ກັນ​ນັ້ນ​ວ່າ “ຫວັງ​ວ່າ ອັນ​ນີ້ ຈະ​ນຳ​ໄປ​ສູ່​ສິ່ງ​ທີ່​ດີໆ ກ່ຽວ​ກັບດ້ານ​ສັນ​ຕິ​ພາບ ເຊັ່ນ​ວ່າ ​ການ​ສະ​ຫງົບ​ເສີກ ທີ່​ຈະ​ຊ່ອຍ​ໃຫ້​ຍຸ​ຕິ​ສົງ​ຄາມ​ທີ່​ແກ່​ຍາວມາ​ດົນ​ນານ.”

ສ່ວນໂຄ​ສົກ​ຂອງ​ກຸ່ມ​ຕາ​ລີ​ບານ ທ້າວຊາບີ​ຮູ​ລາ ມູ​ຈາ​ຮີດ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ໃນ​ເວ​ລາ​ຖືກ​ຂໍ​ຮ້ອງໃຫ້​ສະ​ແດງ​ຄວາມ​ເຫັນ ​ຕໍ່​ຄຳເຫັນ​ຂອງ​ທ່ານ​ທ​ຣຳ ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ຊຶ່ງ​ຜູ້​ກ່ຽວ​ກ່າວວ່າ “​ມັນ​ໄວ​ເກີນ​ໄປທີ່​ຈະ​ກ່າວ​ໃນ​ສິ່ງ​ໃດໆ ກ່ຽວ​ກັບ​ອັນ​ນີ້.”

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG