ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ໃຫ້ຄໍາເຫັນວ່າ ທ່ານມີຄວາມສຳພັນທີ່ດີ ກັບທ່ານ ກິມ ຈົງ ອຶນ


An Israeli drone flies over Gaza City.
An Israeli drone flies over Gaza City.

ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​ໄດ້​ສະ​ເໜີ​ໃນ​ວັນອັງຄານ​ທີ່​ຜ່າ​ນມານີ້​ວ່າ ທ່ານ​ມີ​ຄວາມ​
ສຳພັນ​ທີ່​ດີ ​ກັບຜູ້ນຳ​ເກົາຫຼີ​ເໜືອ ທ່ານກິມ ຈົງ ອຶນ ​ເຖິງ​ແມ່ນ​ວ່າ​ພວກທ່ານທັງສອງໄດ້
​ໂຕ້​ຖຽງ​ກັນ ກ່ຽວກັບ​ວ່າ ​ໂຕະ​ໃຜ​ມີ​ປຸ່ມ​ກົດ​ລະເບີດນິວ​ເຄລຍ​ທີ່ໃຫຍ່ກ່ອນກັນ.

ປະທານາທິບໍດີ​ທຣໍາ ກ່າວເພີ້​ມ​ຕໍ່​ໜັງສືພິມ Wall Street ​ໃນ​ວັນ​ພະ​ຫັດ​ວານ​ນີ້​ ວ່າ
“ຂ້າພະ​ເຈົ້າ​ອາດ​ມີ​ຄວາມ​ສຳ​ພັນທີ່​ດີ​ກັບທ່ານ ກິມ ຈົງ ອຶນ” ແລະທ່ານກ່າວຕື່ມວ່າ
“ຂ້າພະ​ເຈົ້າ​ມີ​ຄວາມ​ສຳພັນ​ ກັບ​ຜູ້ຄົນທັງຫຼາຍ. ຂ້າພະ​ເຂົ້າ​ຄິດ​ວ່າ ພວກ​ທ່ານອາດຈະ
​ຕື່ນ​ຕົກ​ໃຈ.”

​ເວລາ​ຖາມ​ວ່າ​ທ່ານ​ໄດ້​ໂອ້​ລົມ​ກັບ​ທ່ານ​ກິມຫຼືບໍ່ ທ່ານ​ທຣໍາຕອບ​ວ່າ “ຂ້າພະ​ເຈົ້າ​ບໍ່​ຕ້ອ​ງ
ການ​ເວົ້າກ່ຽວ​ກັບເລື້ອງ​ນີ້. ຂ້າພະ​ເຈົ້າ​ບໍ່​ໄດ້​ເວົ້າ​ວ່າ ຂ້າພ​ະ​ເຈົ້າ​ໄດ້​ລົມຫລື​ບໍ່​ໄດ້​ລົມ.
ຂ້າພະ​ເຈົ້າ​ພຽງ​ແຕ່​ບໍ່​ຢາກ​ໃຫ້ຄວາມເຫັນກ່ຽວກັບເລື້ອງນີ້.”

ປະທານາທິບໍດີ​ທຣໍາ ​ໃນໄລຍະ​ຜ່າ​ມນາ​ໄດ້​ຮ້ອງ​ທ່ານ​ກິ​ມວ່າ “​ເຕັ້ຍ ​ແລະ​ຕຸ້ຍ ​ແລະ
“​ຄົນ​ບໍ່​ດີ.” ທ່ານ​ດີ​ໃຈ​ທີ່​ໄດ້​ລໍ້​ຫລິ້ນ​ກັບ​ທ່ານ​ກິ​ມວ່າ “ມະນຸດ​ຈະ​ຫລວດ​ນ້ອຍ” ຍ້ອນ
ເກົາຫຼີ​ເໜືອ​ໄດ້​ທົດ​ລອງ​ລູກ​ສອນ​ໄຟ.

ທ່ານ​ກິມ ​ໄດ້​ຮ້ອງ​ທ່ານ​ທຣໍາວ່າ “ຜູ້​ເຖົ້າ​ສະໝອງ​ບໍ່​ດີ” ​ແລະ​ໄດ້​ຂົ່ມຂູ່​ທີ່​ຈະ​ຕອບ​ໂຕ້
​ດ້ວຍ​ໄຟ.

ປະທານາທິບໍດີ​ທຣໍາ ປາກົດວ່າໄດ້​ກ່າວຕໍ່ໜັງສືພິມ Wall Street ວ່າ ການ​ຂຽນຂໍ້
ຄວາມລົງ​ທວີດ​ເທີ ທີ່ໃຫ້ຄວາມເຫັນແບບ​ດູ​ໝິ່ນ​ແລະ​ມີຄວາມໝາຍແບບບໍ່ຈະແຈ້ງ
​ກ່ຽວ​ກັບ​ການມີຄວາມ​ສຳພັນທີ່ດີ ກັບທ່ານ​ກິມ ແມ່ນເປັນສ່ວນ​ນຶ່ງໃນຍຸດ​ທະ​ສາດ​
ຂອງທ່ານ.

ທ່ານ​ໄດ້​ເວົ້າ​ກ່ຽວ​ກັບ​ການ​ຂຽນ​ຂໍ້ຄວາມລົງ​ທາງທວິດ​ເຕີຂອງທ່ານວ່າ “ທ່ານ​ຈະ​ເຫັນ
ສິ່ງນັ້ນຫລາຍກັບ​ຂ້າພະ​ເຈົ້າ​. ​ແລະໃນທັນ​ທີ ທັນໃດ ຜູ້ໃດ​ຜູ້​ນຶ່ງກໍມາເປັນ​ເພື່ອນ​ທີ່​ດີ
ຂອງ​ຂ້າພະ​ເຈົ້າ. ຂ້າພ​ະ​ເຈົ້າ​ໃຫ້​ທ່ານ​ໄດ້ 20 ​ໂຕຢ່າງ. ຂ້າພະ​ເຈົ້າ​ເປັນ​ຄົນ​ກົງ​ໄປ​ກົງ​ມາ.”

ປະທານາທິບໍດີ​ໄດ້ເວົ້າ​ກັບ​ໄປ​ກັບ​ມາ​ ລະຫວ່າງອັນທີ່ປາກົດວ່າ ເປັນຄວາມເຕັມໃຈ​ໃນ​
ການພົບ​ປະ​ກັບ​ທ່ານ​ກິ​ມ ​ແລະ​ຮ້ອງ​ການ​ເຈລະຈາຕ່າງໆ ຮວມທັງການສະເໜີຂອງ
​ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ​ເຣັກສ໌ ທິລ​ເລີ​ສັນ ທີ່ຈະລິເລີ້ມກັບ​ເກົາຫຼີ​ເໜືອ
ນັ້ນ ເປັນການເສຍເວລາ.

ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ນີ້ ປະທານາທິບໍດີ​ທຣໍາ ​ໄດ້​ກ່າວ​ຕໍ່​ປະທານາທິບໍດີ​ເກົາຫຼີ​ໃຕ້ ທ່ານ
​ມູນ ​ແຈ ອິນ ​ໂດຍ​ທາງ​ໂທລະສັບ​ວ່າ ປັດຈຸບັນ​ນີ້ ​ທ່ານ​ແມ່ນເປີດກວ້າງທີ່​ຈະ​ໂອ້​ລົມ​ກັບ
​ເກົາຫຼີ​ເໜືອ “ພາຍໃນ​ເວລາທີ່​ເໝາະ​ສົມ​ແລະສະພາບການທີ່ເຫັນວ່າ ສົມຄວນ.”

ປະທານາທິບໍດີ​ທຣໍາ ຍັງ​ກ່າວ​ວ່າ ທ່ານ​ຫວັງ​ວ່າ ການ​ເຈລະຈາໃນ​ອາທິດ​ນີ້​ລະ​ຫວ່າງ​
ເກົາ​ຫຼີ​ເໜືອ ​ແລະ​ເກົາຫຼີ​ໃຕ້ ​ຊຶ່ງເປັນເທື່ອ​ທຳ​ອິດ​ໃນຮອບສອງ​ປີຈະ “ນຳ​ໄປ​ສູ່​ຜົນສຳ
​ເລັດສຳລັບໂ​ລກນຳດ້ວຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG