ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ສະເໜີວ່າ ຜູ້ສະໜັບສະໜູນປືນ ສາມາດຢຸດທ່ານນາງ Clinton ໄດ້


ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ຕົບມືໃນລະຫວ່າງການໂຄສະນາຫາສຽງ ທີ່ມະຫາວິທະຍາໄລ ແຫ່ງລັດ North Carolina ທີ່ Wilmington, 9 ສິງຫາ, 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ຕົບມືໃນລະຫວ່າງການໂຄສະນາຫາສຽງ ທີ່ມະຫາວິທະຍາໄລ ແຫ່ງລັດ North Carolina ທີ່ Wilmington, 9 ສິງຫາ, 2016.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທ່ານ Donald Trump ໄດ້ກ່າວ ຫາສື່ມວນຊົນ ກ່ຽວກັບ ການບິດເບືອນຄຳເຫັນຂອງທ່ານໃນວັນອັງຄານວານນີ້ ກ່ຽວກັບ ສິດທິໃນການນຳໃຊ້ປືນ ທີ່ຫຼາຍຄົນໄດ້ຕີຄວາມໝາຍວ່າ ທ່ານໄດ້ສະເໜີ​ໃຫ້​ໃຊ້ຄວາມຮຸນ ແຮງຕໍ່ຂູ່ແຂ່ງ ຂັນຂອງທ່ານຈາກພັກເດໂທແຄຣັດ ທ່ານນາງ Hillary Clinton.

ດ້ວຍຕຳແໜ່ງໜຶ່ງທີ່ຍັງຫວ່າງໃນສານສູງສຸດຂອງປະເທດ ແລະ ຄວາມເປັນໄປໄດ້ສຳລັບ ປະທານາທິບໍດີຄົນຕໍ່ໄປ ທີ່ຈະສະເໜີຊື່ຂອງຜູ້ພິພາກສາຄົນໃໝ່ອີກຫຼາຍຄົນ, ທ່ານ Trump ໄດ້ກ່າວວ່າ ທ່ານນາງ Clinton ຈະ “ທຳລາຍບົດ​ເພີ້ມ​ເຕີມລັດຖະທຳມະນູນຂໍ້ທີ ສອງ,” ເຊິ່ງຮັບປະກັນເຖິງສິດທິຂອງປະຊາຊົນ ອາເມຣິກັນ ໃນການພົກປືນ.

ທ່ານໄດ້ກ່າວວ່າ “ຢ່າງໃດກໍຕາມ, ຖ້າລາວສາມາດເລືອກບັນດາຜູ້ພິພາສາຂອງລາວ, ມັນກໍບໍ່ມີຫຍັງທີ່ເຈົ້າຈະເຮັດໄດ້. ແມ່ນກະທັ້ງບົດ​ເພີ້ມ​ເຕີມລັດຖະທຳມະນູນຂໍ້ທີສອງ ດ້ວຍ. ບາງເທື່ອມັນກໍອາດເປັນໄປໄດ້. ຂ້ອຍບໍ່ຮູ້.”

ສອງສາມຊົ່ວໂມງຕໍ່ມາ, ທ່ານ Trump ໄດ້ກ່າວຕໍ່ໂທລະພາບ FOX News ວ່າທ່ານໄດ້ ໝາຍ​ເຖິງ “ການເຄື່ອນໄຫວທາງການເມືອງ” ແລະ ວ່າມັນອາດຈະ “ບໍ່ມີການຕີຄວາມ ໝາຍແນວອື່ນ” ກ່ຽວກັບ ຂໍ້ຄວາມຂອງທ່ານ.

ແຕ່ການໂຄສະນາຫາສຽງຂອງທ່ານນາງ Clinton ໄດ້ພິຈາລະນາຄຳເຫັນຂອງທ່ານ Tump ວ່າ ເປັນລາງບໍ່ດີຫຼາຍກວ່າ.

ຜູ້ບໍລິຫານການໂຄສະນາຫາສຽງທ່ານ Robby Mook ໄດ້ກ່າວວ່າ “ສິ່ງທີ່ທ່ານ Trump ໄດ້ເວົ້າແມ່ນ​ເປັນອັນຕະລາຍ, ຄົນຜູ້ໜຶ່ງທີ່ຢາກຈະເປັນປະທານາທິບໍດີຂອງສະຫະລັດ ບໍ່ຄວນສະເໜີ​ໃຫ້​ໃຊ້ຄວາມຮຸນແຮງໃນດ້ານໃດກໍຕາມ.”

ສະມາຄົມປືນຍາວແຫ່ງຊາດ, ເຊິ່ງສະໜັບສະໜູນທ່ານ Trump ໄດ້ປົກປ້ອງຄຳເວົ້າຂອງ ທ່ານທາງ Twitter ແລະ ໄດ້ຄຳນວນການເລືອກຕັ້ງນັ້ນວ່າ ​ເປັນການຕັດສິນ ກ່ຽວກັບ ບົດ​ເພີ້ມ​ເຕີມລັດຖະທຳມະນູນຂໍ້ທີສອງ.

ທ່ານນາງ Clinton ໄດ້ກ່າວໃນລະຫວ່າງການໃຫ້ຄຳປາໄສຂອງທ່ານນາງ ທີ່ກອງປະຊຸມ ຫຼວງແຫ່ງຊາດຂອງພັກເດໂມແຄຣັດ ໃນເດືອນທີ່ຜ່ານມາວ່າ ທ່ານ​ນາງ​ຈະບໍ່ຍົົກເລີກບົດ​ເພີ້ມ​ເຕີມລັດຖະທຳມະນູນດັ່ງ ກ່າວ ຫຼືຢຶດເອົາປືນຂອງປະຊາຊົນ, ແຕ່ໄດ້ສະໜັບສະໜູນ “ການປະຕິຮູບ ​ແບບ​ມີສາມັນສຳນຶກ.”

ທ່ານນາງໄດ້ກ່າວວ່າ “ຂ້າພະເຈົ້າບໍ່ຢາກໃຫ້ພວກທ່ານຖືກຍິງໂດຍຄົນຜູ້ທີ່ບໍ່ຄວນມີປືນ ຕັ້ງແຕ່ຕອນທຳອິດແລ້ວ.”

ປະທານສະພາຕ່ຳທ່ານ Paul Ryan ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ ທ່ານໄດ້ຍິນກ່ຽວກັບການໃຫ້ຄຳເຫັນຂອງທ່ານ Trump ແລະ ວ່າມັນຟັງຄື “ຄຳເວົ້າຕະ ຫຼົກທີ່ກາຍເປັນ​ເລື່ອງບໍ່​ດີ​.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG