ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີດໍໂນລ ທຣໍາ ສະເໜີໃຫ້ເລື່ອນການເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກນີ້ ອອກໄປ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກ່າວໃນລະຫວ່າງກອງປະຊຸມຄະນະລັດຖະບານຂອງທ່ານ ຢູ່ໃນຫ້ອງກ້ຳຕະເວັນອອກຂອງທຳນຽບຂາວ ເມື່ອວັນອັງຄານທີ 19 ພຶດສະພາ 2020.
ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ກ່າວໃນລະຫວ່າງກອງປະຊຸມຄະນະລັດຖະບານຂອງທ່ານ ຢູ່ໃນຫ້ອງກ້ຳຕະເວັນອອກຂອງທຳນຽບຂາວ ເມື່ອວັນອັງຄານທີ 19 ພຶດສະພາ 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເວົ້າວ່າທ່ານບໍ່ຢາກລໍຖ້າອີກ “ຫຼາຍອາ
ທິດ, ເດືອນ ຫຼືແມ່ນກະທັ້ງປີ” ສຳລັບຜົນຂອງການເລືອກຕັ້ງຂອງເດືອນ ພະຈິກນີ້ຍ້ອນ
ບັນຫາທີ່ທ່ານໄດ້ຄາດເດົາໄວ້ວ່າຈະເກີດຂຶ້ນ ກັບບັດເລືອກຕັ້ງທີ່ ຖືກສົ່ງໄປທາງ
ໄປສະນີ.

ທ່ານທຣຳ ໄດ້ກ່າວຕໍ່ບັນດານັກຂ່າວໃນຕອນບ່າຍຂອງວັນພະຫັດວານນີ້ທີ່ທຳນຽບ
ຂາວວ່າ “ຂ້າພະເຈົ້າບໍ່ຢາກໃຫ້ມັນເລື່ອນເວລາ, ແຕ່ຂ້າພະເຈົ້າກໍບໍ່ຢາກລໍຖ້າ 3 ເດືອນ
ແລະ ມາຄົ້ນພົບວ່າບັດຄະແນນສຽງທັງໝົດຊອກຫາບໍ່ເຫັນ, ແລະ ການເລືອກຕັ້ງບໍ່ມີ
ຄວາມໝາຍຫຍັງ. ຄົນສະຫຼາດເຂົາເຈົ້າຮູ້. ຄົນໂງ່ອາດຈະບໍ່ຮູ້.”

ໃນຕອນເຊົ້າຂອງວັນດັ່ງກ່າວ, ທ່ານທຣຳ ໄດ້ແນະນຳ ໃຫ້ເລື່ອນເວລາການເລືອກຕັ້ງປະທານາທິບໍດີຂອງປີນີ້, ໂດຍໄດ້ກ່າວຫາແບບບໍ່ມີຫຼັກຖານທາງ ທວິດເຕີວ່າ, ບັດເລືອກ
ຕັ້ງທີ່ຖືກສົ່ງລີກັນໄດ້ກ່າວຕື່ມວ່າ “ມັນຈະເປັນການຂາຍໜ້າ ຄັ້ງໃຫຍ່ຕໍ່ ສະຫະລັດ
ອາເມຣິກາ. ເລື່ອນການເລືອກຕັ້ງຈົນກວ່າປະຊາຊົນຈະສາ ມາດລົງຄະແນນສຽງໄດ້
ຢ່າງຖືກຕ້ອງ, ແນ່ນອນ ແລະ ປອດໄພດີບໍ່?

ປະທານາທິບໍດີບໍ່ມີອຳນາດທີ່ຈະເລື່ອນການເລືອກຕັ້ງ. ພາຍໃຕ້ລັດຖະທຳມະນູນ

ສະຫະລັດ, ລັດຖະສະພາມີອຳນາດທີ່ຈະເລືອກເວລາຂອງການເລືອກຕັ້ງ. ແລະຕາມ
ກົດໝາຍມັນແມ່ນວັນອັງຄານທຳອິດ ຫຼັງຈາກວັນຈັນທຳອິດຂອງເດືອນພະຈິກ.

ບັນດາສະມາຊິກສະພາສັງກັດພັກຣີພັບບລີກັນ ໄດ້ອອກມາປະຕິເສດຢ່າງວ່ອງໄວກ່ຽວ
ກັບ ຄວາມຄິດທີ່ການເລືອກຕັ້ງຈະສາມາດ ຫຼື ຈະຖືກເລື່ອນເວລາ.

ຜູ້ນຳສຽງສ່ວນຫຼາຍສະພາສູງທ່ານ ມິຈ໌ ແມັກຄອນແນລ ໄດ້ກ່າວຕໍ່ໂທລະພາບ WNKY
ໃນລັດ ເຄັນຕັກກີ ຂອງທ່ານວ່າ “ບໍ່ເຄີຍມີໃນປະຫວັດສາດທີ່ ລັດຖະ ສະພາ, ແມ່ນກະ
ທັ້ງຜ່ານສົງຄາມ, ພາວະເສດຖະກິດຕົກຕໍ່າ ແລະ ສົງຄາມ ກາງເມືອງທີ່ພວກເຮົາບໍ່ໄດ້
ຈັດການເລືອກຕັ້ງຕາມຕະຕະລາງຂອງລັດຖະບານກາງ, ແລະ ພວກເຮົາຈະຫາທາງ
ເຮັດມັນອີກໃນວັນທີ 3 ພະຈິກນີ້.”

ປະທານຂອງຄະນະກຳມະການຕຸລາການສະພາຕໍ່າ, ທ່ານ ລິນຊີ ແກຣມ ໄດ້ກ່າວວ່າ
ໃນຂະນະທີ່ທ່ານເປັນຫ່ວງ ກ່ຽວກັບ ການສໍ້ໂກງການເລືອກຕັ້ງນັ້ນ ມັນບໍ່ໄດ້ຮັບປະກັນ
ໃຫ້ມີການເລື່ອນເວລາອອກໄປ.

ທ່ານ ແກຣມ ໄດ້ກ່າວຕທາງໄປສະນີ, ເຊິ່ງຈະໃຊ້ເວລານັບດົນກວ່າ, ຈະເຮັດໃຫ້ການ
ປ່ອນບັດເອົາປະທານາທິບໍດີປີ 2020 ເປັນ “ການເລືອກຕັ້ງທີ່ບໍ່ ແນ່ນອນ ແລະ ສໍ້ໂກງ
ທີ່ສຸດໃນປະຫວັດສາດ.”

ປະທານາທິບໍດີສັງກັດພັກຣີພັບບໍ່ບັນດານັກຂ່າວວ່າ “ການເລື່ອນການເລືອກຕັ້ງບໍ່ແມ່ນ
ຄຳຕອບທີ່ຖືກຕ້ອງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG