ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ທ່ານ​ທ​ຣຳ ສະເໜີແນະ​ວ່າ ​ຣມຕ ປ້ອງ​ກັນ​ປະ​ເທດ ອາດ​ເປັນ​​ຄົນ​ຕໍ່​ໄປ​ທີ່​ຈະ​ລາ​ອອກ

ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ຈິມ ແມັ​ຕຕິສ ນັ່ງ​ຄຽງ​ຂ້າງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ທີ່ກຳລັງ​​ກ່າວ ໃນ​ກອງ​ປະ​ຊຸມ ທີ່​ທຳ​ນຽບ​ຂາວ ໃນ​ວໍ​ຊີງ​ຕັນ, 3 ເມ​ສາ 2018.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ​ຈິມ ແມັ​ຕຕິສ ນັ່ງ​ຄຽງ​ຂ້າງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ທີ່ກຳລັງ​​ກ່າວ ໃນ​ກອງ​ປະ​ຊຸມ ທີ່​ທຳ​ນຽບ​ຂາວ ໃນ​ວໍ​ຊີງ​ຕັນ, 3 ເມ​ສາ 2018.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ສະເໜີ​ແນະ​ວ່າ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ
​ປະ​ເທດ ທ່ານ​ຈິມ ແມັ​ຕຕິສ ອາດ​ແມ່ນ​ເຈົ້າ​ໜ້າ​ທີ່​ຜູ້​ນຶ່ງ​ທີ່ສຳ​ຄັນ ທີ່ຈະ​ອອກ​ຈາກລັດ​ຖະ​
ບານ​ໄປ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ກ່າວ​ໃນການ​ໃຫ້​ສຳ​ພາດ​ກັບຕາ​ໜ່າງ
​ຂ່າວ CBS ໃນ​ລາຍ​ການ “60 ນາ​ທີ” ໃນ​ວັນ​ອາ​ທິດ​ວານ​ນີ້ ວ່າ ທ່ານ​ບໍ່​ໄດ້​ເຮັດ​ໃຫ້​ມີ
ຮ່ອງຮອຍໃດໆທີ່ວ່າ​ທ່ານແມັ​ຕຕິສ ຈະອອກໄປ ແຕ່​ວ່າ ກ່າວ​ເພີ້ມ​ຕື່ມ​ວ່າ “ມັນ​ອາດ​ເປັນ
ໄປໄດ້. ຂ້າ​ພະ​ເຈົ້າ​ຄິດ​ວ່າ ເພິ່ນ​ແມ່​ນ​ຂ້ອນ​ຂ້າງ​ໄປ​ຫາທາງ​ເດ​ໂມ​ແຄ​ຣັດ, ຖ້າ​ຫາກວ່າ
ທ່ານ​ຢາກ​ຮູ້​ຄວາມ​ຈິງ.”

ຜູ້​ນຳ​ຂອງ​ສະ​ຫະ​ລັດທ່ານນີ້ ໄດ້​ອະ​ທິ​ບາຍ​ເຖິງ​ນາຍ​ພົນ​ເບ້ຍບຳນານນາ​ວິ​ກະ​ໂຍ​ທິນ
ທ່ານນີ້ວ່າ “ເປັນ​ຄົນ​ດີ, ພວກ​ເຮົາ​ເຂົ້າ​ກັນ​ໄດ້​ເປັນ​ຢ່າງ​ດີ. ເພິ່ນ​ອາດ​ຈະ​ອອກ​ໄປ.
ຂ້າ​ພະ​ເຈົ້າ​ໝາຍ​ຄວາມ​ວ່າ, ເຖິງ​ຈຸດ​ໃດຈຸດ​ນຶ່ງ ທຸກ​ຄົນ ກໍ​ຈະ​ຈາກ​ໄປ. ທຸກ​ໆ​ຄົນ​ນັ້ນ​ລະ.
ພວກ​ຜູ້​ຄົນ​ພ​າ​ກັນ​ລາ​ຈາກ​ໄປ ນັ້ນຄື​ວໍ​ຊີງ​ຕັນ.”

ທ່ານ​ທ​ຣຳ ໃນ​ຮອບ 21 ເດືອນ​ໃນ​ລັດ​ຖະ​ບານ​ຂອງ​ທ່ານ, ໄດ້​ປົດ​ອອກ ຫຼື​ບໍ່ກໍ​ກົດ​ດັນ
​ບັນ​ດາ​ເຈົ້າ​ໜ້າ​ທີ່ ​ທີ່​ເປັນ​ກະ​ແຈ​ສຳ​ຄັນຂອງຕົນອອກ ສິບກວ່າ​ຄົນແລ້ວ ຫຼື​ບໍ່ ກໍ​ໄດ້​ເບິ່ງຢູ່
ຊືື່ໆ​ ຄົນທີ່ຕົນ​ມັກຮັກນັ້ນ ລາ​ອອກ​ໄປ, ຊຶ່ງ​ຮວມ​ທັງ​ເອກ​ອັກ​ຄະ​ລັດ​ຖະ​ທູດສະຫະລັດ
ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ນິກ​ກີ ເຮ​ລີ ຜູ້​ຊຶ່ງ​ສັບ​ປະ​ດາ​ແລ້ວ​ນີ້ ໄດ້​ກ່າວ​
ວ່າທ່ານ​ນາງ​ຈະ​ລາ​ອອກ​ຈາກ​ໜ້າ​ທີ່​ໃນ​ສິ້ນ​ປີ​ນີ້.

ທ່ານແມັ​ຕຕິສ ໃນ​ຂະ​ນະ​ທີ່​ນຳ​ພາ​ກອງ​ທັບ​ສະ​ຫະ​ລັດ, ບາງ​ຄັ້ງ​ຄາວ ກໍເບິ່ງ​ຄື​ວ່າແປກ
ກັບ ທ່ານ​ທ​ຣຳ ແລະ​ເປັນ​ເຈົ້າ​ໜ້າ​ທີ່​ທີ່​ກະ​ຫາຍ​ສົງ​ຄາມ ໃນ​ລັດ​ຖະ​ບານ​ຂອງ​ທ່ານ​ທ​ຣຳ,
ຊຶ່ງ​ຮວມ​ທັງທີ່​ປຶກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ​ຈອນ ໂບ​ລ​ຕັນ. ທ່ານແມັ​ຕຕິສ
ໃນ​ກາງ​ປີ 2017 ໄດ້​ຊຸກ​ຍູ້​ໃຫ້​ມີການ​ທູດຫຼາຍຂຶ້ນ ໃນ​ການ​ເຂົ້າຫາ​ເກົາ​ຫຼີ​ເໜືອ ເລື້ອງ​
ໂຄງ​ການ​ນິວ​ເຄ​ລຍຂອງ​ພຽງ​ຢາງ, ຊຶ່ງ​ແມ່ນ​ເສັ້ນ​ທາງ​ທີ່​ທ່ານ​ທ​ຣຳ ໃນ​ທີ່​ສຸດ​ຈະ​ນຳໄປສູ່
ຢູ່ໃນກອງ​ປະ​ຊຸ​ມ​ສຸດຍອດກັບ​ຜູ້​ນຳເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ.

ທ່ານ​ທ​ຣຳ ກ່າວ​ວ່າ ມັນ​ຍັງມີ​ຜູ້​ຄົນ “ບາງ​ພວກ” ໃນ​ລັດ​ຖະ​ບານ​ຂອງ​ເພິ່ນ​ທີ່​ວ່າເພິ່ນ
“ບໍ່​ໄດ້​ກະ​ຕື​ລື​ລົ້ນ​ນຳ.” ເພິ່ນມັກຈະ​ກ່າ​ວ​ເລື້ອຍໆ ເລື້ອງລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ
ທ່ານ​ແຈັ​ຟ ເຊ​ສ​ສັນ, ແຕ່​ປະ​ຕິ​ເສດ ທີ່​ຈະ​ປົດ​ທ່ານ​ອອກຍ້ອນ​ການ​ສອບ​ສວນ​ທີ່​ຍາວ​
ນານທີ່​ວ່າ ການ​ໂຄ​ສະ​ນາ​ຫາ​ສ​ຽງຂອງ​ທ່ານ​ທ​ຣຳ ປີ 2016 ໄດ້​ມີການສົມ​ຮູ້​ຮ່ວມ​ຄິດ​
ກັບ​ຣັດ​ເຊຍແລະ​ວ່າ ທ່ານ​ທ​ຣຳ ໃນ​ຖາ​ນະ​ທີ່​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ກີດ​ຂວາງ​ຂະ​ບ​ວນ
​ການ​ຍຸ​ຕິ​ທຳໂດຍ​ທີ່​ພະ​ຍາ​ຍາມ​ທີ່​ຈະ​ຄົ້ນ​ຫາ​ສິ່ງ​ອ້າງ​ອີງນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຈາກ​ຊ້າຍ: ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ຈິມ ແມັ​ຕ​ຕິ​ສ ແລະ ທີ່​ປຶກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ​ຈອນ ໂບ​ລ​ຕັນ ນັ່ງ​ຟັງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ທີ່​ພົບ​ປະ​ກັບ ເລ​ຂາ​ທີ່​ການ​ໃຫຍ່​ຂອງ​ອົງ​ການ​ເນ​ໂຕ ທ່ານແຈນ​ສ໌ ສ​ໂຕ​ລ​ຕັນ​ເບີກ ໃນ​ທຳ​ນຽບ​ຂາວ ທີ່​ວໍ​ຊີງ​ຕັນ.

XS
SM
MD
LG