ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ຟ້ອງຮ້ອງ ໃນວັນຈັນວານນີ້ ເພື່ອກີດກັນຄະນະສະມາຊິກລັດຖະສະພາ ບໍ່ໃຫ້ທຳເຮັດໝາຍເກາະເອກະສານສ່ວນຕົວແລະທຸລະກິດຂອງທ່ານຈາກບໍລິສັດບັນຊີ ທີ່ໄດ້ກຳກັບເລື້ອງການເງິນຂອງທ່ານມາຫຼາຍໆປີນັ້ນ.
ສະມາຊິກສະພາ ທ່ານ Elijah Cummings ປະທານຂອງຄະນະກຳມະການຄວບຄຸມຂອງສະພາຕ່ຳ ໄດ້ຊອກຄົ້ນຫາຂໍ້ມູນການເງິນ 8 ປີຈາກບໍລິສັດ Mazars USA ຂອງທ່ານທຣຳແຕ່ປະທານາທິບໍດີ ແລະບໍລິສັດຂອງເພິ່ນ, ອົງການຂອງທ່ານທຣຳ ໄດ້ກ່າວວ່າ ການຟ້ອງຮ້ອງຂອງທ່ານ ແມ່ນ ການຮຽກຮ້ອງ “ທີ່ບໍ່ຖືກຕ້ອງ ແລະບັງຄັບໃຊ້ ບໍ່ໄດ້ ຍ້ອນວ່າ ມັນບໍ່ແມ່ນຈຸດປະສົງທາງກົດໝາຍທີ່ຖືກຕ້ອງ.”
ການຟ້ອງຮ້ອງດັ່ງກ່າວ ຂອງທ່ານທຣຳ ລະບຸວ່າ “ແທນທີ່ຈະເຮັດວຽກປະສານງານ ແບບສອງພັກຝ່າຍກັບປະທານາທິບໍດີດ້ານກົດໝາຍ ທີ່ຈະສາມາດເປັນຜົນປະໂຫຍດໃຫ້ປະຊາຊົນຊາວອາເມຣິກັນ ສະພາຕ່ຳກັບຫຼົງໄຫຼ ກັບການຊອກຫາ ບາງສິ່ງບາງຢ່າງ ເພື່ອທຳລາຍການເມືອງຂອງປະທານາທິບໍດີ.”