ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໓ ມິຖຸນາ ໒໐໒໓

ທ່ານ ທຣຳ ຖອຍຈາກ ການຮຽກຮ້ອງ ກ່ຽວກັບ ງົບປະມານ ໃນການສ້າງກຳແພງ


ພາກສ່ວນນຶ່ງຂອງກຳແພງໃໝ່ ທີ່ຍາວຢຽດ ຕາມຊາຍແດນ ສະຫະລັດກັບ Mexico ທີ່ Sunland Park ລັດ New Mexico, 30 ມີນາ, 2017.

ປະທານາທິທິບໍດີ​ສະຫະລັດ ທ່ານ Donald Trump ຍັງ​ສືບ​ຕໍ່ ​ຢືນຢັນ​ທີ່​ຈະ​ສ້າງ​ກຳ​ແພງ
ຕາມ​ຊາຍ​ແດນ​ສະຫະລັດ ກັບ Mexico, ​ແຕ່​ໃນວັນ​ຈັນ​ວານ​ນີ້ ​ໄດ້​ສະ​ແດງໃຫ້​ເຫັນວ່າ
ທ່ານ​ເຕັມ​ໃຈ​ທີ່​ຈະ​ລໍຖ້າ​ໄປຈົນ​ຮອດ​ທ້າຍ​ປີ​ນີ້ ​ເພື່ອ​ໃຫ້​ທາງ​ລັດຖະສະພາ​ພິຈາລະນາ
​ເລື່ອງ​ງົບປະມານສຳລັບ​ໂຄງການ​ດັ່ງກ່າວ ​ແທນທີ່​ຈະຢືນຢັດວ່າ ​ໃຫ້​ຮວມ​ເຂົ້າ​ຢູ່​ໃນ
ການ​ເຈລະຈາ​ເພື່ອ​ຫລີີກ​ລ່ຽງບໍ່​ໃຫ້​ມີການປິດລັດຖະບານ ​ໃນ​ສັບປະດາ​ນີ້.

​ໃນ​ງົບປະມານການ​ໃຊ້​ຈ່າຍ​ໃນ​ປັດຈຸ​ບັນ​ນີ້ ສຳ​ລັບ​ການບໍລິຫານງານ​ຂອງ​ລັດຖະບານ ​
ແມ່ນຈະ​ໝົດ​ລົງ​ໃ ນ​ທ່ຽງ​ຄືນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້ ​ຊຶ່ງເຮັດໃຫ້​ທ່ານ Trump ​ແລະຄະ
ນະ​ເຈລະຈາ​ຂອງ​ລັດຖະສະພາ ມີ​ເວລາ​ພຽງ​ແຕ່​ບໍ່​ເທົ່າ​ໃດ​ມື້ ​ເພື່ອ​ໃຫ້​ບັນລຸ​ການ​ຕົກລົງ
ກ່ຽວ​ກັບ​ການ​ໃຊ້​ຈ່າຍ ທີ່​ເປັນ​ບູລິມມະ​ສິດ​ຕ່າງໆ ຈົນ​ເຖິງ​ທ້າ​ຍ​ເດືອນ​ກັນຍາ​ຈະ​ມາ​ເຖິງ​ນີ້.

​ໃນການ​ໃຫ້​ຄວາມ​ເຫັນ​ ທີ່​ໄດ້​ຮັບ​ການ​ຢືນ​ຢັນຈາກເຈົ້າໜ້າ​ທີ່​ທຳນຽບຂາວ ​ໃນ​ເວລາ
​ຕໍ່​ມານັ້ນທ່ານ Trump ​ໄດ້​ບອກ​ກັບ​ກຸ່ມ​ນັກ​ຂ່າວ ​ທີ່ນິຍົມ​ແນວທາງ​ເດີ​ມ ​ໃນ​ການ​ພົບ
​ປະກັນ ເປັນ​ການ​ສ່ວນ​ຕົວ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ລໍຖ້າ​ໄດ້​ ຈົນ​ເຖິງ​ເດືອນ​ກັນຍາ
ທີ່​ຈະ​ພິຈາລະນາ​ຄືນ​ໃໝ່ ກ່ຽວ​ກັບງົບປະມານໃນ​ການ​ສ້າງ​ກຳ​ແພງ.

ພັກ Democrats ຄັດຄ້ານ​ຕໍ່​ໂຄງການ​ດັ່ງກ່າວ ​ແລະ​ບັນດາ​ຜູ້ນຳ​ພັກ ​ໃນ​ລັດຖະສະພາ
ຍິນ​ດີ ຕໍ່​ການ​ປ່ຽນ​ທ່າ​ທີ​ຂອງ​ທ່ານ​ທຣຳ.

“ມັນ​ເປັນ​ການ​ດີ ສຳ​ຫຼັບ​ປະ​ເທດ ທີ່​ປະທານາທິບໍດີ Trump ທີ່​ໄດ້ຍົກເອົາ​ໂຄງການ​
ສ້າງ​ກຳ​ແພງ​ນີ້ອອກ​ຈາກ​ໂຕະ​ສົນທະນາ​ໃນ​ການ​ເຈລະຈາເຫຼົ່າ​ນີ້,”
ນັ້ນຄື​ຄຳ​ເວົ້າ
ຂອງ​ທ່ານ Chuck Schumer ຜູ້ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະພາ​ສູງ ​ໄດ້ກ່າວ​ໄວ້ ​ແລະ​ທ່ານ
​ຍັງກ່າວຕື່​ມອີກ​ວ່າ “ປະຈຸ​ບັນ​ນີ້ ຄະນະ​ເຈລະຈາຂອງ​ສອງ​ພັກ​ສາມາດ​ທີ່​ຈະ​ສືບ​ຕໍ່​
ເຮັດວຽກ​ກ່ຽວ​ກັບ​ບັນຫາ​ຕ່າງໆ ທີ່​ຍັງ​ຂວາງ​ໜ້າ​ຢູ່.”

​ທ່ານ Schumer ​ໄດ້​ຕິຕຽນ​ທ່ານ Trump ກ່ອນ​ໜ້າ​ນີ້ ​ໂດຍ​ກ່າວ​ວ່າ ປະທານາ​ທິບໍດີ ​
ແມ່ນ​ສ່ຽງ​ຕໍ່​ການ​ທີ່​ຈະ​ປິດ​ລັດຖະບານ​ກາງ “​ໂດຍ​ບັງຄັບ​ໃຫ້​ສະພາ ​ແລະ​ປະຊາຊົນ​
ອາເມ​ຣິກັນ ຮັບ​ເອົາການ​ສ້າງ​ກຳ​ແພງ​ນີ້ ​ດ້ວຍ​ຄວາມ​ບໍ່ພໍ​ໃຈ.”

​ໂຄສົກ​ທຳນຽບຂາວ ທ່ານ Sean Spicer ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ວ່າ ບູລິ​ມມະ​ສິດ
​ ສອງ​ຢ່າງ​ຂອງ​ທ່ານ Trump ​ໃນການ​ເຈລະຈາ ກ່ຽວ​ກັບ​ງົບປະມານນັ້ນ ແມ່ນໃຫ້​ເພີ່ມ
​ການ​ໃຊ້​ຈ່າຍ ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ ພ້ອມ​ກັບ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຕາມ​ຊາຍ​
ແດນ ​ເພື່ອ​ຈະ​ທັບ​ມ້າງ​ການ​ເຂົ້າເມືອງທີ່​ຜິດ​ກົດໝາຍ​ນັ້ນ. ທ່ານ​ໄດ້​ກ່າວ​ວ່າ ລັດຖະບານ
​ຊຸດ​ນີ້ ​“ແມ່ນມີຄວາມ​ໝັ້ນ​ໃຈ​ຢ່າງ​ສູງ” ທີ່​ວ່າ ການ​ເຈລະຈາ​ຕໍ່​ລອງ​ນີ້ ຈະ​ບັນລຸການ​ຕົກລົງ
​ໂດຍປາດ​ສະ​ຈາກ​ການ​ອັດລັດຖະບານ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG