ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ສັນຍາໃນ 'ຖະແຫລງການ ຄັ້ງສຳຄັນ' ກ່ຽວກັບ ການຄ້າ ຫຼັງຈາກການຢ້ຽມຢາມ ເອເຊຍ

ນາຍົກລັດຖະມົນຕີ ຂອງຍີ່ປຸ່ນ ທ່ານ Shinzo Abe, ຊ້າຍ, ປະທານາທິບໍດີ ສະຫະລັດ ທ່ານ Donald Trump ແລະ ນາຍົກລັດຖະມົນຕີ ຂອງອອສເຕຣເລຍ ທ່ານ Malcolm Turnbull ເຂົ້າຮ່ວມກອງປະຊຸມ ສາມຝ່າຍ ໃນລະຫວ່າງ ພິທີ ເປີດ ກອງປະຊຸມສຸດຍອດ ສະມາຄົມ ບັນດາປະເທດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຄັ້ງທີ 31 ຫຼື ອາຊຽນ (ASEAN) ໃນນະຄອນຫຼວງມານີລາ ຂອງປະເທດຟີລິບປິນ ເມື່ອວັນທີ 13 ພະຈິກ 2017.

ແທນທີ່ຈະເປັນສອງກໍເລີຍໄດ້ກາຍມາເປັນການພົບປະ ລະຫວ່າງຜູ້ນຳສາມທ່ານ ໃນ
ຂະນະທີ່ ກຳນົດຂອງກອງປະຊຸມ ໃນຕອນເຊົ້າວັນຈັນ ມື້ນີ້ ລະຫວ່າງ ປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ ກັບ ນາຍົກລັດຖະມົນຕີ ຂອງອອສເຕຣເລຍ ທ່ານ
Malcom Turnbull ໄດ້ຖືກຂະຫຍາຍອອກໃຫ້ປະກອບມີ ນາຍົກລັດຖະມົນຕີ ຂອງ
ຍີ່ປຸ່ນ ທ່ານ Shinzo Abe ນຳດ້ວຍ.

ການປ່ຽນແປງດັ່ງກ່າວ ເນັ້ນໜັກເຖິງ ສາຍພົວພັນສາມຝ່າຍ ທີ່ກ່ຽວຂ້ອງກັບຄວາມ
ໝັ້ນຄົງຂອງຂົງເຂດ ທີ່ກຳລັງເພີ່ມຂຶ້ນເລື້ອຍໆ ໂດຍສະເພາະ ແມ່ນເລື່ອງທີ່ກ່ຽວພັນ
ກັບວິທີຮັບມືກັບ ອາວຸດນິວເຄລຍ ແລະໂຄງການລູກສອນໄຟຂີປະນາວຸດ ຂອງເກົາຫຼີ
ເໜືອ ພ້ອມກັນກັບ ການຕອບໂຕ້ ຕໍ່ການອ້າງເອົາເຂດນ້ຳແດນດິນ ໃນທະເລຈີນໃຕ້
ຢ່າງຕໍ່ເນື່ອງຂອງຈີນ ນຳດ້ວຍ.

“ຂໍ້ສຳຄັນສຳລັບພວກເຮົາ ແມ່ນຕ້ອງຮັບປະກັນວ່າ ການຮ່ວມມືສາມຝ່າຍ ຈະໃກ້ຊິດ
ກັນທີ່ສຸດ ເພື່ອທີ່ຈະນຳມາ ເຊິ່ງສັນຕິພາບ ແລະ ສະຖຽນລະພາບ ຢູ່ໃນພາກພື້ນ”
ນັ້ນ
ແມ່ນຄຳເວົ້າຂອງຜູ້ນຳຂອງຍີ່ປຸ່ນ ຜູ້ທີ່ໄດ້ສະແດງອອກເຖິງ ຄວາມສາມະຄີກັບທ່ານທຣຳ
ໃນການຕໍ່ຕ້ານເກົາຫຼີເໜືອ.

ສ່ວນທ່ານ Turnbull ກໍໄດ້ກ່າວວ່າ “ພວກເຮົາມີຄຸນນະທຳ ແລະມີຈຸດເພັ່ງເລັງ ທີ່ຄ້າຍ
ຄືກັນ ໃນເລື່ອງຂອງການຮັບປະກັນວ່າ ລະບອບການປົກຄອງຂອງເກົາຫຼີເໜືອ ຈະ
ສຳນຶກຕົນໄດ້ ແລະ ຍຸຕິ ການເກາະຜິດທີ່ບໍ່ມີເຫດຜົນຂອງຕົນ ແລະ ຍຸຕິການຂົ່ມຂູ່
ກໍ່ຄວາມຂັດແຍ້ງ ຢູ່ໃນຂົງເຂດຂອງພວກເຮົາ. ສັນຕິພາບ ແລະ ສະຖຽນລະພາບ ໄດ້ສະໜັບສະໜູນຄວາມຈະເລີນຮຸ່ງເຮືອງ ໃຫ້ແກ່ປະຊາຊົນຫຼາຍພັນລ້ານຄົນມາໄດ້
ຫຼາຍທົດສະວັດ ແລ້ວ ແລະ ພວກເຮົາຈະທຳງານຮ່ວມກັນເພື່ອຮັບປະກັນວ່າ ພວກ
ເຮົາຈະຮັກສາມັນໄວ້.”

ກຸ່ມກຳປັ່ນບັນທຸກເຮືອບິນ ຂອງສະຫະລັດ 3 ລຳ ໂດຍມີ ກຳປັ່ນ USS Nimitz, ຊ້າຍສຸດ, ກຳປັ່ນ USS Ronald Reagan, ຊ້າຍກາງ, ແລະ ກຳປັ່ນ USS Theodore Roosevelt, ຊ້າຍລຸ່ມ, ເຂົ້າຮ່ວມກັບ ກຳປັ່ນອື່ນໆ ຂອງສະຫະລັດ ແລະ ກຳປ່ັນອື່ນໆ ຂອງກອງທັບເຮືອ ເກົາຫຼີໃຕ້ ໃນລະຫວ່າງ ການຊ້ອມລົບທາງທະເລຮ່ວມກັນ ລະຫວ່າງ ສະຫະລັດ ແລະ ເກົາຫຼີໃຕ້.

ການຊ້ອມລົບທາງທະເລຂະໜາດໃຫຍ່ ທີ່ກ່ຽວພັນ ກັບ ກຸ່ມກຳປັ່ນໂຈມຕີ ທີ່ປະກອບດ້ວຍ
ກໍາປັ່ນບັນທຸກເຮືອບິນ 3 ລຳ ກຳລັງເລີ່ມຕົ້ນຂຶ້ນຢູ່ໃນເຂດຕາເວັນຕົກ ຂອງມະຫາສະໝຸດ
ປາຊີຟິກ ໃນການສະແດງອອກ ເຖິງແສນຍານຸພາບ ຂອງກອງທັບເຮືອສະຫະລັດ.

ກຳປັ່ນໂຈມຕີ ແລະ ກຳປັ່ນທັນທຸກເຮືອບິນ ຂອງກອງທັບເຮືອສະຫະລັດ ໄດ້ເຂົ້າຮ່ວມ
ໂດຍພາກສ່ວນຂອງກອງທັບເຮືອເກົາຫຼີໃຕ້ ແລະ ກຳລັງປ້ອງກັນໂຕ ທາງທະເລ ຂອງ
ຍີ່ປຸ່ນ ໃນການຊ້ອມລົບດັ່ງກ່າວ.

ປະທານາທິບໍດີ ສະຫະລັດ ທານດໍໂນລ ທຣຳ ໂອ້ລົມ ກັບ ປະທານາທິບໍດີ ຂອງຟີລິບປິນ ທ່ານ ຣອດຣີໂກ ດູເຕີເຕ ໃນລະຫວ່າງ ງານລ້ຽງອາຫານຄ່ຳ ທີ່ເປັນຂີດໝາຍ ການຄົບຮອບ 50 ປີ ຂອງສະມາຄົມ ບັນດາປະເທດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ຢູ່ໃນນະຄອນຫຼວງ ມານີລາ ຂອງຟີລິບປິນ, ວັນທີ 12 ພະຈິກ 2017.

ທ່ານທຣຳ ກ່າວວ່າ ທ່ານຈະທຳການ “ກ່າວຖະແຫລງທີ່ສຳຄັນ” ກ່ຽວກັບເກົາຫຼີເໜືອ
ແລະ ການຄ້າ ໃນເວລາ ທ່ານກັບຄືນມາຍັງວໍຊິງຕັນ ຫຼັງຈາກການເດີນທາງຢ້ຽມຢາມ 5
ປະເທດໃນເອເຊຍ ເປັນເວລາ 12 ວັນ.

“ພວກເຮົາ ໄດ້ທຳຄວາມກ້າວໜ້າຢ່າງຫຼວງຫຼາຍ ໃນເລື່ອງຂອງການຄ້າ” ທ່ານທຣຳໄດ້
ກ່າວ ກ່ອນການເລີ່ມຕົ້ນກອງປະຊຸມ ກັບທ່ານ Turnbull ແລະ ທ່ານ Abe ຢູ່ນອກກອງ
ປະຊຸມ ສຸດຍອດ ກຸ່ມສະມາຄົມບັນດາປະເທດໃນເອເຊຍຕາເວັນອອກສຽງໃຕ້ ແລະ
ໄດ້ກ່າວຕື່ມອີກວ່າ ການເດີນທາງມາເອເຊຍ ຂອງທ່ານນັ້ນ ໄດ້ສ້າງທຶນມູນຄ່າ 300 ຕື້
ໂດລາ “ໃນການຄ້າຂາຍ ກັບບໍລິສັດຕ່າງໆ ທີ່ລວມທັງປະເທດຈີນ.” ເຖິງຢ່າງໃດກໍຕາມ
ທ່ານບໍ່ໄດ້ໃຫ້ລາຍລະອຽດໃດໆ ກ່ຽວກັບການປະກາດດັ່ງກ່າວທີ່ຈະມີຂຶ້ນນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG