ປະທານາທິບໍດີ ດໍໂນລ ທຣຳ ໄດ້ໃຊ້ການກ່າວຄຳປາໄສຕໍ່ປະເທດຊາດໃນຄືນວັນອັງ
ຄານວານນີ້ ເພື່ອທຳການຜັກດັນຄັ້ງສຸດທ້າຍສຳລັບກຳແພງຢູ່ຕາມເຂດຊາຍແດນ
ພາກໃຕ້ຂອງ ສະຫະລັດ, ພຽງບໍ່ເທົ່າໃດວັນ ກ່ອນສິ່ງທີ່ທ່ານໄດ້ເຕືອນວ່າອາດເປັນ
ການປິດລັດຖະບານອີກຄັ້ງນຶ່ງ.
ທ່ານ ທຣຳ ໄດ້ປະຕິຍານວ່າ “ຂ້າພະເຈົ້າຈະເຮັດໃຫ້ມັນຖືກສ້າງຂຶ້ນມາໃຫ້ໄດ້, ໂດຍ
ສັນຍາວ່າ “ມັນຈະເປັນສິ່ງກີດກັ້ນທີ່ສະຫຼາດ, ເປັນຍຸດທະສາດ ແລະ ເປັນເຫຼັກທີ່ສາ
ມາດເບິ່ງຜ່ານໄດ້.” ແຕ່ທ່ານກໍໄດ້ລະເວັ້ນທີ່ຈະປະກາດພາວະສຸກເສີນແຫ່ງຊາດ
ເພື່ອໃຫ້ໄດ້ທຶນມາ ເພື່ອສ້າງກຳແພງດັ່ງກ່າວ.
ທ່ານ ທຣຳ, ຜູ້ທີ່ໄດ້ເຮັດໃຫ້ກຳແພງເຂດຊາຍແດນເປັນນຶ່ງໃນສັນຍາຕ່າງໆທີ່ເປັນສັນ
ຍາລັກໃນລະຫວ່າງການໂຄສະນາຫາສຽງນັ້ນ, ໄດ້ໃຊ້ເວລາສ່ວນຫຼາຍຂອງການກ່າວ
ຄຳປາໄສຂອງທ່ານ ເວົ້າກ່ຽວກັບ ອັນຕະລາຍຢູ່ເຂດຊາຍແດນຕິດກັບປະເທດ ເມັກຊິ
ໂກ.
ທ່ານ ທຣຳ ໄດ້ກ່າວໂດຍອີງໃສ່ກຸ່ມຂອງພວກຜູ້ຊາຍ, ແມ່ຍິງ ແລະ ເດັກນ້ອຍຍົກຍ້າຍ
ຖິ່ນຖານວ່າເປັນຜູ້ລ່ວງລະເມີດຢ່າງຮຸນແຮງນັ້ນວ່າ “ໃນຂະນະທີ່ເຮົາເວົ້າຢູ່ນີ້, ຂະບວນ
ຜູ້ຍົກຍ້າຍຖິ່ນຖານ ແມ່ນກຳລັງເດີນທາງມາ ສະຫະລັດ.”
ທ່ານ ທຣຳ ໄດ້ກ່າວຄຳປາໄສຕໍ່ປະເທດຊາດຄັ້ງທີສອງຂອງທ່ານ ດ້ວຍສາກເບື້ອງຫຼັງ
ອັນໃໝ່: ແລະ ເປັນຄັ້ງທຳອິດທີ່ປະທານສະພາຕ່ຳ ທ່ານນາງ ແນນຊີ ເພໂລຊີ ຈາກ
ລັດຄາລິຟໍເນຍ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ທ່ານ ທຣຳ ໃນຂະນະທີ່ທ່ານ
ເວົ້າຢູ່ໃນຫ້ອງໂຖງຂອງສະພາຕ່ຳໃນຕຶກລັດຖະສະພາ ແຄັບປິຕອລ ຂອງ ສະຫະລັດ.
ພັກເດໂມແຄຣັດ ໄດ້ເຂົ້າຄວບຄຸມສະພາຕ່ຳ ໃນລະຫວ່າງການເລືອກຕັ້ງກາງສະໄໝ
ເມື່ອເດືອນພະຈິກທີ່ຜ່ານມາ, ແລະ ດ້ວຍພັກຣີພັບບລີກັນເປັນຜູ້ນຳໜ້າໃນສະພາສູງ
ນັ້ນ, ທ່ານ ທຣຳ ໄດ້ປະເຊີນໜ້າກັບລັດຖະບານທີ່ແຕກແຍກກັນ ທີ່ໄດ້ເຮັດໃຫ້ການ
ປະຕິບັດໃຊ້ຂໍ້ສະເໜີນະໂຍບາຍຂອງທ່ານ ມີຄວາມຫຍຸ້ງຍາກຫຼາຍກວ່າເກົ່າ.
ໃນອັນທີ່ປາກົດວ່າ ເປັນການຮັບຮູ້ ກ່ຽວກັບ ຄວາມເປັນຈິງດ້ານການເມືອງຄັ້ງໃໝ່ນັ້ນ,
ທ່ານ ທຣຳ ໄດ້ເພັ່ງເລັງຄຳປາໄສຂອງທ່ານສ່ວນຫຼາຍ ໃສ່ການຮຽກຮ້ອງເພື່ອຄວາມ
ສາມັກຄີກັນ ແລະ ການຮ່ວມມືລະຫວ່າງສອງພັກການເມືອງ.
ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຂໍໃຫ້ທ່ານຊາຍ ແລະ ທ່ານຍິງໃນລັດຖະສະພານີ້ ຈົ່ງເບິ່ງ
ໂອກາດຕ່າງໆຢູ່ຕໍ່ໜ້າຂອງພວກເຮົາ. ຄວາມສຳເລັດທີ່ໜ້າຕື່ນເຕັ້ນທີ່ສຸດແມ່ນຍັງມີຢູ່
ຕໍ່ໜ້າ. ການເດີນທາງທີ່ເປັນຕາຕື່ນເຕັ້ນທີ່ສຸດຂອງພວກເຮົາແມ່ນກຳລັງລໍຖ້າຢູ່.”
ແຕ່ມັນບໍ່ຊັດເຈນວ່າ ພັກເດໂມແຄຣັດຈະອ່ອນໄຫວຫຼາຍຊ່ຳໃດ ຕໍ່ຂໍ້ຄວາມດັ່ງກ່າວນັ້ນ
ຈາກທ່ານປະທານາທິບໍດີ ຜູ້ທີ່ໄດ້ເວົ້າດູຖູກຄົນເປັນປະຈຳ ແລະ ໄດ້ຕັ້ງຊື່ຫຼິ້ນຕ່າງໆ
ໃຫ້ຄູ່ແຂ່ງທາງການເມືອງຂອງທ່ານໃນທວິດເຕີ ແລະ ຜູ້ທີ່ມັກຈະເບິ່ງຄືວ່າເປັນຫ່ວງ
ກ່ຽວກັບ ການເອົາໃຈຖານທາງການເມືອງຂອງທ່ານ ແທນທີ່ຈະເຂົ້າຫາຝ່າຍກົງກັນ
ຂ້າມ.