ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທຣຳ ຮຽກຮ້ອງໃຫ້ ສາມັກຄີກັນ ລະຫວ່າງ ການກ່າວ ຄຳປາໄສ ກ່ຽວກັບ ສະພາບການ ຂອງ ປະເທດຊາດ ຄັ້ງທຳອິດ

ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ຽວກັບສະພາບການ ຂອງປະເທດຊາດ ຄັ້ງທຳອິດ ທີ່ຫໍປະຊຸມລັດຖະສະພາ ຕໍ່ກອງປະຊຸມຄົບຄະນະ ຂອງສະພາ, ວັນທີ 30 ມັງກອນ 2018 ທີ່ນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ຽວກັບສະພາບການ ຂອງປະເທດຊາດ ຄັ້ງທຳອິດ ທີ່ຫໍປະຊຸມລັດຖະສະພາ ຕໍ່ກອງປະຊຸມຄົບຄະນະ ຂອງສະພາ, ວັນທີ 30 ມັງກອນ 2018 ທີ່ນະຄອນຫຼວງ ວໍຊິງຕັນ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຮຽກຮ້ອງໃຫ້ມີຄວາມສາມັກຄີກັນ ແລະ
ໄດ້ຍົກຍ້ອງ ຕໍ່ອັນທີ່ທ່ານເຫັນວ່າ ເປັນຄວາມສຳເລັດໃນນະໂຍບາຍການຕ່າງປະເທດ
ແລະ ເສດຖະກິດ ໃນລະຫວ່າງການກ່າວຄຳປາໄສ ກ່ຽວກັບສະ ພາບການຂອງປະເທດ
ຊາດ ຄັ້ງທຳອິດຂອງທ່ານ ໃນແລງວັນອັງຄານວານນີ້.

ທ່ານທຣຳ ໄດ້ກ່າວວ່າ “ຄ່ຳຄືນນີ້ ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ພວກເຮົາທັງໝົດ ປະ
ເລື່ອງ ຄວາມເຫັນທີ່ແຕກຕ່າງກັນໄວ້ກ່ອນ ເພື່ອຊອກຫາພື້ນຖານທີ່ເຫັນດີນຳກັນ
ແລະເພື່ອນຳມາຊຶ່ງຄວາມສາມັກຄີ ທີ່ພວກເຮົາຕ້ອງການ ເພື່ອໃຫ້ປະຊາຊົນ ຜູ້ທີ່
ໄດ້ເລືອກພວກເຮົາມາ ຮັບໃຊ້ຊາດນັ້ນ ໄດ້ເຫັນກັນ.”

ບັນດາສະມາຊິກສະພາ ເພດຍິງ ສັງກັດພັກເດໂມແຄຣັດ, ໃສ່ເຄື່ອງຊຸດສີດຳ ເພື່ອສະໜັບສະໜູນ ຂະບວນການ #MeToo ແລະ ໃສ່ພວກເຂັມຂັດມົນ ທີ່ອ້າງເຖິງ ນາງ ເຣຊີ ເທເລີຣ (Recy Taylor) ຜູ້ເຄາະຮ້າຍຖືກຂົ່ມຂືນ ໃນປີ 1944, ໄປຮອດຫໍປະຊຸມຂອງສະພາຕ່ຳ ເພື່ອຊົມ ການກ່າວຄຳປາໄສ ຂອງປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່ຽວກັບສະພາການຂອງປະເທດຊາດ.

ໃນລະຫວ່າງການກ່າວຄຳປາໄສ ທີ່ຍາວ 80 ນາທີນັ້ນ ທ່ານທຣຳ ໄດ້ຮຽກຮ້ອງໃຫ້
ບັນດາສະມາຊິກສະພາ ຮັບຜ່ານຂໍ້ສະເໜີຂອງທ່ານເພື່ອຈະໄດ້ປັບປຸງ ລະບົບຄົນ
ເຂົ້າເມືອງ ແລະ ປັບປຸງພື້ນຖານໂຄງລ່າງຂອງປະເທດ.

ກ່ຽວກັບນະໂຍບາຍການຕ່າງປະເທດ ທ່ານທຣຳ ໄດ້ສັນຍາຈະເອົາຈຸດຢືນທີ່ໜັກແໜ້ນ
ຫຼາຍຂຶ້ນ ໂດຍກ່າວວ່າ ທ່ານຈະໄດ້ແກ້ໄຂ “ພື້ນຖານ ຂອງຂໍ້ຂາດຕົກບົກຜ່ອງ” ໃນຂໍ້
ຕົກລົງນິວເຄລຍກັບອີຣ່ານ ແລະສະແດງໃຫ້ເຫັນເຖິງ “ຄວາມເດັດດ່ຽວ ຂອງຊາວ
ອາເມຣິກັນໂດຍລວມ”
ໃນການຮັບມືກັບເກົາຫຼີເໜືອ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ກອງປະຊຸມຮ່ວມ ບັນດາສະມາຊິກສະພາ ກ່ຽວກັບສະພາບການຂອງປະເທດຊາດ ຢູ່ລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 30 ມັງກອນ 2018.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຄຳປາໄສ ຕໍ່ກອງປະຊຸມຮ່ວມ ບັນດາສະມາຊິກສະພາ ກ່ຽວກັບສະພາບການຂອງປະເທດຊາດ ຢູ່ລັດຖະສະພາ ໃນນະຄອນຫຼວງວໍຊິງຕັນ, ວັນທີ 30 ມັງກອນ 2018.

ທ່ານທຣຳ ໄດ້ກ່າວອີກວ່າ “ປະສົບການຜ່ານມາ ໄດ້ສອນພວກເຮົາຮູ້ວ່າ ຄວາມພໍໃຈ
ແລະ ການຍິນຍອມຜ່ອນຜັນທັງຫຼາຍ ມີແຕ່ນຳມາຊຶ່ງການຮຸກຮານ ແລະການທ້າ
ທາຍເກາະຜິດ. ຂ້າພະເຈົ້າ ຈະບໍ່ເຮັດໃຫ້ ຄວາມຜິດພາດທັງຫຼາຍ ຂອງລັດຖະບານ
ຊຸດກ່ອນໆ ເກີດຂຶ້ນອີກ ທີ່ໄດ້ເຮັດໃຫ້ພວກເຮົາຕົກ ຢູ່ໃນຖານະທີ່ເປັນອັນຕະລາຍ
ເຊັ່ນນີ້.”

ນາງ ແອນຈີລິກາ ແມັກການາ (Angelica Magana), ອາຍຸ 34 ປີ, ເປັນຜູ້ໄຝ່ຝັນ ຫຼື Dreamer, ຜູ້ທີ່ໄດ້ຖືກນຳເຂົ້າມາໃນສະຫະລັດ ໃນເວລາ ມີອາຍຸ ໄດ້ 8 ປີ, ມີປະຕິກິລິຍາ ຕໍ່ ປະທານາທິບໍດີ ດໍໂນລ ທຣຳ ຂະນະທີ່ ເພິ່ນກຳລັງວາງ ນະໂຍບາຍດ້ານຄົນເຂົາເມືອງອອກມາ ໃນລະຫວ່າງທີ່ຊົມ ການກ່າວຄຳປາໄສ ສະພາບການຂອງປະເທດຊາດ ຢູ່ໃນນະຄອນ ຊິກຄາໂກ, ວັນທີ 30 ມັງກອນ 2018.

“ທ່ານພະຍາຍາມທີ່ຈະວາດພາບ ຂອງຄວາມສຳເລັດໃນປີທຳອິດ” ນັ້ນແມ່ນຄຳເວົ້າ
ຂອງທ່ານສຕີເວນ ໄພເຟີຣ ເຈົ້າໜ້າທີ່ອາວຸໂສ ທີ່ບໍ່ໄດ້ຢູ່ປະຈຳຂອງສະຖາບັນ
Brooking. ທ່ານກ່າວຕໍ່ໄປວ່າ “ທ່ານໄດ້ອ້າງເອົາຜົນດີຫຼາຍຢ່າງ ສຳລັບ ການຂະ
ຫຍາຍຕົວຂອງເສດຖະກິດທີ່ດີຂຶ້ນ. ບາງສ່ວນຂອງຜົນດີ ແທ້ຈິງແລ້ວ ເປັນຂອງ
ປະທານາທິບໍດີ ໂອບາມາ ຜູ້ດຳລົງຕຳແໜ່ງກ່ອນທ່ານນັ້ນ. ແລະຕໍ່ຈາກນັ້ນ ທ່ານໄດ້
ວາງແຜນການຂອງທ່ານອອກມາ ເຖິງແມ່ນວ່າ ຈະເປັນການວາດພາບ ແບບກວ້າງ
ຂວາງແທ້ໆ.”

ໃນຄຳປາໄສນັ້ນ ແມ່ນຂາດແຄນສັນຍາລັກ ໃນການໂຈມຕີເລື່ອງສ່ວນໂຕ ທີ່ມັກມີຢູ່
ເລື້ອຍໆ ທີ່ທ່ານທຣຳ ຈະເຈາະຈົງໃສ່ພວກທີ່ວິພາກວິຈານທ່ານ. ແຕ່ບັນດາພັກ
ເດໂມແຄຣັດ ຫຼາຍທ່ານຢູ່ໃນສະພາປາກົດວ່າບໍ່ປະທັບໃຈ ໂດຍຮ້ອງໂຮ ໃສ່ຈຸດປະສົງ
ຫຼາຍຢ່າງ.

ສ່ວນຢູ່ດ້ານນອກຂອງລັດຖະສະພານັ້ນ ພວກປະທ້ວງຢ່າງນ້ອຍ 100 ຄົນ ໄດ້ເຕົ້າ
ໂຮມກັນ ຂະນະທີ່ອຸນຫະພູມຕ່ຳກວ່າລະດັບນ້ຳກ້ອນ ໄດ້ພາກັນຮ້ອງຄຳຫຍາບຄາຍ
ຕ່າງໆນາໆ ແລະ ໂບກປ້າຍຕິດໄຟ ທີ່ອ່ານວ່າ “ຂີ້ຕົວະ” ໃນຂະນະທີ່ ຂະບວນລົດ
ຂອງປະທານາທິບໍດີ ແລ່ນຜ່ານໄປ.

ບັນດາສະມາຊິກ ໃນຄະນະລັດຖະບານ ຂອງປະທານາທິບໍດີ ດໍໂນລ ທຣຳ ພາກັນຕົບມືໃຫ້ທ່ານ ໃນຂະນະທີ່ທ່ານກ່າວຄຳປາໄສ ຕໍ່ກອງປະຊຸມຮ່ວມ ຢູ່ໃນລັດຖະສະພາ ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 30 ມັງກອນ 2018.
ບັນດາສະມາຊິກ ໃນຄະນະລັດຖະບານ ຂອງປະທານາທິບໍດີ ດໍໂນລ ທຣຳ ພາກັນຕົບມືໃຫ້ທ່ານ ໃນຂະນະທີ່ທ່ານກ່າວຄຳປາໄສ ຕໍ່ກອງປະຊຸມຮ່ວມ ຢູ່ໃນລັດຖະສະພາ ທີ່ນະຄອນຫຼວງວໍຊິງຕັນ, ວັນທີ 30 ມັງກອນ 2018.

ຫຼັງຈາກການດຳລົງຕຳແໜ່ງຜ່ານໄປນຶ່ງປີ ອັດຕາການເຫັນດີນຳ ຂອງທ່ານທຣຳ ແມ່ນ
ຢູ່ໃນລະດັບ 39 ເປີເຊັນ ອີງຕາມການຢັ່ງຫາງສຽງໂດຍສະເລ່ຍ ຂອງອົງການ
FiveThirtyEight ທີ່ໜ້າເຊື່ອຖື. ອັນນັ້ນ ແມ່ນຕ່ຳກວ່າ ປະທານາທິບໍດີຄົນອື່ນໆ ໃນ
ຍຸກໃໝ່ ໃນຊ່ວງເວລາຂອງການດຳລົງຕຳແໜ່ງ ສະໄໝທຳອິດຂອງພວກທ່ານ.

ອີງຕາມ ທ່ານໄພເຟີຣແລ້ວ ຄຳປາໄສ ອາດດີຢູ່ ກັບພວກສະໜັບສະໜູນຂອງທ່ານ
ແຕ່ກໍບໍ່ດີ ກັບພວກມະຫາຊົນທົ່ວໄປ. ທ່ານກ່າວວ່າ “ບໍ່ມີການສ້າງແນວຄິດອັນແທ້ຈິງ
ທີ່ຫາວິທີທີ່ຈະເຄື່ອນໄຫວໄປໜ້າ ມັນເປັນແບບບັນຊີຂອງແນວຄິດເກົ່າໆ ແຕ່ປາດ
ສະຈາກເນື້ອຫາສາລະ ທີ່ເຈາະຈົງ. ສະນັ້ນປະຊາຊົນ ຟັງການກ່າວຄຳປາໄສ ແມ່ນ
ຈະຮັບຮູ້ດີວ່າ ອັນໃດເປັນບູລິມະສິດຂອງທ່ານ ອັນໃດທ່ານຈະຊຸກຍູ້ ແລະ ວິທີໃດ ທ່ານຈະປະ ສົບຜົນສຳເລັດ ບາງສ່ວນຂອງເປົ້າໝາຍທີ່ທ່ານໄດ້ວາງເອົາໄວ້.”

President Trump Makes an Appeal for Unity in a Divided Country
please wait

No media source currently available

0:00 0:02:44 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG