ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ສັ່ງ​ໃຫ້ ເລີ້ມ​ຂັ້ນ​ຕອນ ຂຶ້ນ​ພາ​ສີ ຕໍ່​ສິນ​ຄ້າ​ຂາ​ເຂົ້າ ທີ່​ຍັງ​ເຫຼືອ​ຢູ່ທັງ​ໝົດ ຂອງ​ຈີນ


ແກັດ​ເຄື່ອງ ທີ່​ຂຽນ​ວ່າ "ເຮັດ​ຢູ່​ຈີນ" ພວມ​ຖືກ​ຂົນ​ຂຶ້ນ​ລົດ ທີ່​ນະ​ຄອນ​ນິວຢອກ.
ແກັດ​ເຄື່ອງ ທີ່​ຂຽນ​ວ່າ "ເຮັດ​ຢູ່​ຈີນ" ພວມ​ຖືກ​ຂົນ​ຂຶ້ນ​ລົດ ທີ່​ນະ​ຄອນ​ນິວຢອກ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ສັ່ງ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ເລີ້ມ​ຂັ້ນ​ຕອນ​ການ​ຂຶ້ນ​ພາ​ສີ ຕໍ່ “ສິ​ນ​ຄ້າ​ຂາ​ເຂົ້າ​ທີ່​ຍັງ​ເຫຼືອ​ຢູ່​ທັງ​ໝົດ​ຈາກ​ຈີນ” ທີ່​ມີ​ມູນ​ຄ່າປະ​ມານ 300 ຕື້​ໂດ​ລາ ອີງ​ຕາມ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ.

​ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ ທ່ານ​ໂຣດ​ເບີດ ໄລ​ໄທ​ເຊີ ໄດ້​ທຳ​ການ​ປະ​ກາດຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ວັນ​ສຸກວານນີ້ ຫຼັງ​ຈາກ​ສະ​ຫະ​ລັດໄດ້​ຂຶ້ນ​ພາ​ສີ​ຈາກ 10 ເປັນ 25 ເປີ​ເຊັນ ຕໍ່ສິນ​ຄ້າ​ຂາເຂົ້າຈາກ​ຈີນ ໃນ​ມູນ​ຄ່າ 200 ຕື້​ໂດ​ລາ.

ທ່ານ​ກ່າວ​ວ່າ ລາຍ​ລະ​ອຽດສຳ​ລັບ​ຂັ້ນ​ຕອນ ເພື່ອ​ຂໍ​ຄວາມ​ເຫັນ​ຈາກ​ປະ​ຊາ​ຊົນກ່ຽວ​ກັບ​ຂໍ້​ສະ​ເໜີ​ ທີ່​ຈະ​ເກັບ​ພາ​ສີ​ຕື່ມ​ອີກນັ້ນ ຈະ​ພິມ​ເຜີຍ​ແຜ່​ໃນ​ໄວໆ​ນີ້.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ມີ​ຂຶ້ນ​ຫຼັງ​ຈາກ​ສະ​ຫະ​ລັດ​ແລະ​ຈີນ ໄດ້​ສິ້ນ​ສຸດ​ການ​ເຈ​ລະຈາ​ດ້ານ​ການ​ຄ້າ​ຮອບ​ຫລ້າ​ສຸດ ໂດຍ​ບໍ່​ມີ​ການ​ປະ​ກາດ ກ່ຽວ​ກັບ ​ການ​ຕົກ​ລົງ​ກັນ​ໃດໆ.

ທ່ານສ​ຕີ​ເວັນ ມ​ນຸ​ສ​ຈິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງສະ​ຫະ​ລັດ (ທີ​ສອງ​ຈາກ​ຊ້າຍ) ແລະ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ (ຂວາ​) ໂອ້​ລົມ ກັບ​ຮອງ​ນາ​ຍົກ​ຈີນ ທ່ານ​ຫລິວ ເຫ (ຊ້າຍ) ຂະ​ນະ​ທີ່​ທ່ານ ພວມ​ອອກ​ໄປ ຈາກ​ຫ້ອງ​ການ ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ ຂອງ​ສະ​ຫະ​ລັດ ທີ່​ວໍ​ຊິງ​ຕັນ (ວັນ​ທີ 10 ພຶດ​ສະ​ພາ 2019.
ທ່ານສ​ຕີ​ເວັນ ມ​ນຸ​ສ​ຈິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງສະ​ຫະ​ລັດ (ທີ​ສອງ​ຈາກ​ຊ້າຍ) ແລະ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ (ຂວາ​) ໂອ້​ລົມ ກັບ​ຮອງ​ນາ​ຍົກ​ຈີນ ທ່ານ​ຫລິວ ເຫ (ຊ້າຍ) ຂະ​ນະ​ທີ່​ທ່ານ ພວມ​ອອກ​ໄປ ຈາກ​ຫ້ອງ​ການ ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ ຂອງ​ສະ​ຫະ​ລັດ ທີ່​ວໍ​ຊິງ​ຕັນ (ວັນ​ທີ 10 ພຶດ​ສະ​ພາ 2019.

ທ່ານສ​ຕີ​ເວັນ ມ​ນຸ​ສ​ຈິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຂອງສະ​ຫະ​ລັດ ແລະ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ ໄດ້​ພົບ​ປະ​ເປັນ​ເວ​ລາ​ສັ້ນໆໃນ​ວັນ​ສຸກວານນີ້ ກັບ​ຄະ​ນະ​ຜູ້​ແທນ​ຈີນ ທີ່​ນຳ​ພາ​ໂດຍ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫລິວ ເຫ. ຫຼັງ​ຈາກ​ການ​ເຈ​ລະ​ຈາ​ກັນ​ແລ້ວ ທ່ານມ​ນຸ​ສ​ຈິນ ໄດ້​ຖະ​ແຫຼງ​ສັ້ນໆ​ຕໍ່ພວກ​ນັກ​ຂ່າວ ໂດຍ​ເວົ້າ​ວ່າ ການ​ປຶກ​ສາ​ຫາ​ລື​ກັນ ໄດ້​ເປັນ​ໄປ​ແບບ “ສ້າງ​ສັນ.”

ຫຼັງ​ຈາກ​ການ​ເຈ​ລະ​ຈາ​ສິ້ນ​ສຸດ​ລົງ​ແລ້ວ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກໍ​ໄດ້​ຂຽນ​ລົງ​ໃນ​ທວີ​ດ​ເຕີ້ ໃນ​ວັນ​ສຸກວານນີ້​ວ່າ ຄວາມ​ສຳ​ພັນ​ກັບ​ປະ​ທານປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ແມ່ນ​ຍັງ​ສືບ​ຕໍ່ “ມີ​ຄວາມ​ເຂັ້ມ​ແຂງ” ແລະ​ການ​ປຶກ​ສາ​ຫາ​ລື​ກັນ “ຈະ​ດຳ​ເນີນ​ຕໍ່​ໄປ” ແຕ່​ການ​ຂຶ້ນ​ພາ​ສີ​ຂອງສະ​ຫະ​ລັດ​ຕໍ່​ຈີນ “ອາດ​ຫຼື ອາດຈະບໍ່​ໄດ້​ຮັບ​ການ​ຍົກ​ເລີກ​ເລີຍ.”

ໃນ​ຕອນ​ເຊົ້າ​ຂອງມື້​ວານນີ້ ທ່ານ​ທ​ຣຳ​ໄດ້​ຂຽນ​ຂໍ້​ຄວາມ​ຈຳ​ນວນ​ນຶ່ງ​ລົງ​ໃນ​ທວີດ​ເຕີ້ ກ່ຽວ​ກັບ​ການ​ເພີ້ມ​ທະ​ວີ​ໃນ​ການ​ເຮັດ​ສົງ​ຄາມ​ການ​ຄ້າ​ກັບ​ຈີນ. ປັກ​ກິ່ງ​ໄດ້​ປະ​ກາດທີ່​ຈະ​ຕອບ​ໂຕ້​ຄືນ ຕໍ່​ການ​ຂຶ້ນ​ພາ​ສີ​ຂອງ​ສະ​ຫະ​ລັດ.

“ພວກ​ເຮົາ​ໄດ້​ຂາດ​ທຶນ 500 ຕື້​ໂດ​ລາ​ຕໍ່​ປີມາ​ໄດ້​ຫຼາຍໆ​ປີ​ແລ້ວ ໃນ​ການ​ຄ້າ​ແບບປ່ວງ​ບ້າ​ກັບ​ຈີນ. ບໍ່​ມີ​ອີກ​ແລ້ວ” ທ່ານ​ທ​ຣຳ ​ຂຽນ​ຕໍ່​ໄປ​ວ່າ ການ​ເຈ​ລະ​ຈາ​ໃນ​ດ້ານ​ການ​ຄ້າກັບ​ຈີນ ​ຈະ​ດຳ​ເນີນ​ຕໍ່​ໄປ ໃນ “ວິ​ທີ​ແບບ​ເປັນ​ມິດ” ແລະ “ກໍ​ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຟ້າວ” ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ທາງ​ດ້ານ​ການ​ຄ້າ​ຂັ້ນ​ສຸດ​ທ້າຍ.

ປະ​ທາ​ນາ​ທິ​ບໍ​ດີ​ໃຫ້​ຂໍ້​ສັງ​ເກດ​ວ່າ ວໍ​ຊິງ​ຕັນ​ ໄດ້​ຂາຍ​ສິນ​ຄ້າ​ໃຫ້​ປັກ​ກິ່ງ ໃນ​ມູນ​ຄ່າ 100 ຕື້​ໂດ​ລ​າ ແລະ​ໂດຍ​ໄດ້​ຮັບ​ເງິນ​ ຈາກ​ການ​ເກັບ​ພາ​ສີຫຼາຍກວ່າ 100 ຕື້ໂດ​ລານັ້ນ ສະ​ຫະ​ລັດ​ຈະ​ຊື້​ຜະ​ລິດ​ຕະ​ພັນ​ກະ​ເສດ​ຕະ​ກຳ ຈາກ​ພວກ​ພໍ່​ໄຮ່​ຊາວສວນ ແລະ​ສົ່ງ​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນີ້ ໄປ​ຊ່ວຍ​ເຫຼືອ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ຕໍ່​ປະເທດ​ຕ່າງໆ​ທີ່​ມີ​ຄວາມ​ຕ້ອງ​ການ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG