ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

​ປ. ທ​ຣຳ ກ່າວ​ວ່າ ​ກິ​ລາ ໂອ​ລິມ​ປິກ ພິ​ເສດ ຈະ​ໄດ້​ຮັບ​ເງິນ ສະ​ໜັບ​ສະ​ໜຸນ


ຫຼຽນ​ຕ່າງໆ ຂອງ​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ ສຳ​ລັບ​ປີ 2015 ທີ່​ວາງ​ສະ​ແດງ​ຢູ່​ມູນ​ນິ​ທິ LA84 ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ເມື່ອ​ວັນ​ທີ 16 ເມ​ສາ 2015.
ຫຼຽນ​ຕ່າງໆ ຂອງ​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ ສຳ​ລັບ​ປີ 2015 ທີ່​ວາງ​ສະ​ແດງ​ຢູ່​ມູນ​ນິ​ທິ LA84 ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ເມື່ອ​ວັນ​ທີ 16 ເມ​ສາ 2015.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ສະ​ເໜີ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ແລະ​ບຸກ​ຄົນ​ອື່ນໆ​ອີກ ແລະ​ຈະ​ໃຫ້​ທຶນ​ສະ​ໜັບ​ສະ​ໜຸນຕໍ່​ພວກ​ນັກ​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ ຫຼື​ກິ​ລາ​ໂອ​ລິມ​ປິກຄົນ​ພິ​ການ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ທີ່​ເດີ່ນ​ຂອງ​ທຳ​ນຽບ​ຂາວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ “ຂ້າ​ພະ​ເຈົ້າ​ເຄີຍ​ໄປ​ເບິ່ງ​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ​ມາ​ແລ້ວ. ຂ້າ​ພະເຈົ້າ​ຄິດ​ວ່າ ມັນ​ເຫຼືອ​ເຊື່ອ​ແທ້ໆ​ເລີຍ.”

ກິ​ລາ​ໂອ​ລິມ​ປິກ​ພິ​ເສດ ແມ່ນ​ໃຫ້​ໂອ​ກາດ​ແກ່​ພວກ​ນັກ​ກິ​ລາ​ທີ່​ມີ​ບັນ​ຫາ​ທ້າ​ທາຍ​ທາງ​ດ້ານ​ຮ່າງ​ກາຍ​ແລະ​ຈິດ​ໃຈ ຢູ່​ໃນ​ສະ​ຫະ​ລັດ​ແລະແຫ່ງ​ອື່ນໆ ໄດ້​ເຂົ້າ​ແຂ່ງ​ຂັນ​ໃນ​ກິລາ​ແບບ​ດຽວ​ກັບ​ໂອ​ລິມ​ປິກ ແລະ​ການ​ແຂ່ງ​ຂັນ​ອື່ນໆ​ອີກ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ທ່ານ​ນາງ​ແບັດ​ຊີ ດີ​ໂວ​ສ ຊຶ່ງ​ກະ​ຊວງທ່ານ​ນາງເປັນ​ຜູ້​ໃຫ້​ທຶນ​ໃນ​ດ້ານນີ້ໄດ້​ກໍ່​ໃຫ້​ເກີ​ດ​ການ​ຖົກ​ຖຽງ​ກັນ​ຂະ​ໜາດ​ໃຫຍ່​ຂຶ້ນ​ໃນ​ທົ່ວ​ປະ​ເທດ ໃນ​ອາ​ທິດນີ້ ເວ​ລາ​ທ່ານ​ນາງ​ໄດ້​ປະ​ກາດ​ວ່າ ຈະ​ຕັດ​ເງິນ​ເກືອບ 18 ລ້ານ​ໂດ​ລາ ສຳ​ລັບ​ການ​ແຂ່ງ​ຂັນ​ກິ​ລາ​ຕ່າງໆ ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ສະ​ເໜີ​ດ້ານ​ງົບ​ປະ​ມານຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ ສຳ​ລັບ​ປີ 2020.

ທ່ານ​ນາງ​ດີ​ໂວ​ສ ໄດ້​ກ່າວ​ປ້ອງ​ກັນ ການ​ຕັດ​ເງິນ​ດັ່ງ​ກ່າວໂດຍ​ເວົ້າ​ວ່າ ເຖິງ​ແມ່ນທ່ານ​ນາງ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ແລະ​ມັກ​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ​ກໍ​ຈິງ ແຕ່​ການແຂ່ງ​ຂັນ​ເຫຼົ່າ​ນີ້​ບໍ່​ແມ່ນ​ພາກ​ສ່ວນ​ນຶ່ງ ຂອງ​ໂຄງ​ການ​ລັດ​ຖະ​ບານ​ກາງແລະ​ໄດ້​ຮັບ​ເງິນ​ຫຼາຍໆ​ລ້ານ​ໂດ​ລາ ຈາກ​ການ​ບໍ​ລິ​ຈາກ​ ຂອງ​ພາກ​ເອກ​ກະ​ຊົນ ແລະ​ບໍ​ລິ​ສັດ​ຕ່າງໆ.

ທ່ານ​ນາງ​ກ່າວ​ວ່າ ລັດ​ຖະ​ບານ​ກາງ​ບໍ່​ສາ​ມາດ​ທີ່​ຈະ​ໃຫ້​ເງິນ​ສະ​ໜັບ​ສະ​ໜຸນ​ຕໍ່​ທຸກໆ​ໂຄງ​ການ​ທີ່​ດີໆ​ໄດ້.

ທ່ານ​ນາງ​ດີ​ໂວ​ສ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ໃນ​ວັນ​ພະ​ຫັດ​ວານນີ້ ກ່າວ​ວ່າ ທ່ານ​ນາງ​ຮູ້​ສຶກ ດີ​ໃຈ​ທີ່​ກິ​ລາ​ດັ່ງ​ກ່າວ​ຈະ​ໄດ້​ຮັບ​ເງິນ​ສະ​ໜັບ​ສະ​ໜຸນ ແລະ​ທ່ານ​ນາງໄດ້​ຕໍ່​ສູ້​ ເປັນ​ການ​ສ່ວນ​ຕົວ ເພື່ອ​ໃຫ້​ເງິນ​ສະ​ໜັບ​ສະ​ໜຸນ​ຕໍ່​ໄປ​ສຳ​ລັບ​ໂຄງ​ການນີ້.

ສະ​ມາ​ຊິກ​ສະ​ພາ​ຈາກ​ທັງ​ສອງ​ພັກ​ການ​ເມືອງ ກ່າວ​ວ່າ ການ​ຕັດ​ເງິນ​ສຳ​ລັບ​ກິ​ລາ​ໂອ​ລິມ​ປິກ​ພິ​ເສ​ດ ຈະ​ບໍ່​ຜ່ານ​ສະ​ພາ.

ລັດ​ຖະ​ບານ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ສະ​ເໜີ​ໃຫ້​ລົບ​ລ້າງ​ການ​ໃຫ້​ເງິນ​ຂອງ​ລັດ​ຖະ​ບານ​ກາງ​ສຳ​ລັບ​ກິ​ລາ​ໂອ​ລິມ​ປິກ​ພິ​ເສດ ສຳ​ລັບ​ປີ 2019 ແຕ່​ໄດ້​ຖືກ​ສະພາ​ປະ​ຕິ​ເສດ ກ່ຽວ​ກັບ​ຄວາມ​ຄິດ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG