ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ຖະແຫຼງຢູ່ໃກ້ບ້ານທ່ານໄບເດັນ ບໍ່ດົນກ່ອນທີ່ທ່ານຮັບເອົາ ການສະເໜີຈາກພັກເດໂມແຄຣັດ ໃຫ້ເປັນຜູ້ສະໝັກ ປະທານາທິບໍດີຂອງພັກ


ປະທານາທິບໍດີດໍໂນລ ທຣໍາ ກ່າວຕໍ່ບັນດານັກຂ່າວ ຢູ່ທໍານຽບຂາວ ວັນທີ 19 ສິງຫາ 2020.
ປະທານາທິບໍດີດໍໂນລ ທຣໍາ ກ່າວຕໍ່ບັນດານັກຂ່າວ ຢູ່ທໍານຽບຂາວ ວັນທີ 19 ສິງຫາ 2020.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ໄດ້ໄປໂຄສະນາຫາສຽງເລືອກຕັ້ງ ເພື່ອເຂົ້າຮັບຕຳແໜ່ງຕື່ມອີກ ໃນວັນພະຫັດວານນີ້ ຢູ່ເມືອງໂອລ ຝອຈ ລັດເພັນຊິລເວເນຍ ຊຶ່ງເປັນເມືອງທີ່ຕັ້ງຢູ່ບໍ່ຮອດ 9 ກິໂລແມັດ ຫ່າງຈາກບ່້ານເກີດ ຂອງທ່ານໂຈ ໄບເດັນ ບໍ່ເທົ່າໃດຊົ່ວໂມງ ກ່ອນທີ່ທ່ານໄບເດັນ ໄດ້ປະກາດຮັບ ເອົາການສະເໜີຊື່ແຕ່ງຕັ້ງຢ່າງເປັນທາງການ ຈາກພັກເດໂມແຄຣັດ ໃຫ້ລົງສະໝັກເປັນປະທານາທິບໍດີ.

ຄຳຖະແຫຼງຂອງທ່ານທຣໍາ ໄດ້ຢ້ຳເຖິງອັນທີ່ທ່ານເວົ້າວ່າ “ຄວາມລົ້ມແຫຼວເພື່ອອາເມຣິກາເປັນເວລາເຄິ່ງສັດຕະວັດ ຂອງທ່ານໄບເດັນ” ແຕ່ຍັງໄດ້ແນໃສ່ການ ສະໜັບສະໜູນ ຢູ່ໃນລັດ ທີ່ອາດເປັນກະແຈອັນສຳຄັນ ສໍາລັບການເລືອກຕັ້ງ ເພື່ອເຂົ້າຮັບຕຳແໜ່ງຄືນອີກ ໃນເດືອນພະຈິກ ຈະມາເຖິງນີ້.

ທ່ານທຣໍາ ໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜູນຫຼາຍຮ້ອຍຄົນຢູ່ເມືອງໂອລ ຝອຈ ທີ່ຕັ້ງຢູ່ໃກ້ໆກັບເມືອງສະແກຣນຕັນ ບ່ອນທີ່ທ່ານໄບເດັນເກີດນັ້ນວ່າ “ທ່ານໄດ້ ປະລະເພັນຊິລເວເນຍ. ທ່ານໄດ້ປະລະສະແກຣນຕັນ.”

“ແຕ່ວ່າທ່ານໄດ້ໃຊ້ເວລາເຄິ່ງສັດຕະວັດຢູ່ວໍຊິງຕັນ ຂາຍປະເທດຊາດຂອງພວກ ເຮົາ ແລະເອົາວຽກງານຂອງພວກເຮົາໜີໄປແລະປ່ອຍໃຫ້ປະເທດອື່ນໆຂະໂມຍ ເອົາວຽກງານຂອງພວກເຮົາ. ເມັກຊິໂກ ຈີນ ພວກເຂົາເຈົ້າທັງໝົດ.”

ໃນປີ 2016 ທ່ານທຣໍາ ໄດ້ຊະນະຢູ່ລັດເພັນຊິລເວເນຍດ້ວຍຄະແນນ 45,000 ສຽງ ລື່ນຜູ້ສະໝັກຂອງພັກເດໂມແຄຣັດ ທ່ານນາງຮີລແລຣີ ຄລິນຕັນ.

ນັບແຕ່ ນັ້ນມາທ່ານໄດ້ປະທະກັນກັບຜູ້ປົກຄອງລັດເພັນຊິລເວເນຍໃນຄວາມພະຍາຍາມ ທີ່ຈະເປີດເສດຖະກິດຄືນໃໝ່ ໃນລະຫວ່າງການແຜ່ລະບາດໄວຣັສໂຄໂຣນາ.

ການຫາງຢັ່ງສຽງໄດ້ສະແດງໃຫ້ເຫັນວ່າ ທ່ານໄບດັນ ອະດີດຮອງປະທານາທິທບໍດີ ຢູ່ໃນລັດຖະບານຂອງທ່ານໂອບາມາ ຢູ່ໃນທ່າທີດີກວ່າທີ່ຈະໄດ້ຮັບໄຊຊະນະ ຢູ່ ລັດເພັນຊິນເວເນຍ ຊຶ່ງມີເຊື້ອສາຍຢູ່ເມືອງແກຣຕັນ ແລະທ່ານເປັນທີ່ນິຍົມຊົມ ຊອບສຳລັບຜູ້ປ່ອນບັດ ຊົນຊັ້ນແຮງງານຜິວຂາວແລະຜິວດຳ ໃນນະຄອນຟິລາ- ແດລເຟຍ ແລະພິສເບີກ.

ການໄປຢ້ຽມຢາມຂອງທ່ານທຣໍາ ໃນລັດທີີ່ພວມມີການຕໍ່ສູ້ຍາດຄະແນນສຽງກັນ ມີຂຶ້ນໃນຂະນະທີ່ການຢັ່ງຫາງສຽງ ຫວ່າງມໍ່ໆມານີ້ສະແດງວ່າ ທ່ານໄດ້ນຳຫຼັງ ທ່ານໄບເດັນ ຊຶ່ງພວມມີການໂຄສະນາຫາສຽງເພື່ອຍາດເອົາລັດດັ່ງກ່າວຄືນໃໝ່ ທີ່ພັກເດໂມແຄຣັດໄດ້ຮັບຊະນະແຕປີ 1992 ຫາປີ 2016.

ທ່ານໄບເດັນໄດ້ຖະແຫຼງຮັບເອົາແຕ່ງຕັ້ງໃນການລົງສະໝກເປັນປະທານາທິບໍດີ ໃນຕອນຄໍ່າວັນພະຫັດວານນີ້ ຈາກບ້ານພັກຂອງທ່ານ ທີ່ເມືອງວິລມິງຕັນ ລັດ ເດລາແວ ໃນ ຂະນະທີ່ກອງປະຊຸມໃຫຍ່ແຫ່ງຊາດພັກເດໂມແຄຣັດໃກ້ຈະສິ້ນ ສຸດລົງ.

ທ່ານທຣໍາໄດ້ຢຸດແວ່ໂຄສະນາຫາສຽງ ແລະຈັດກອງປະຊຸມນັກຂ່າວ ລະຫວ່າງ ອາທິດທີ່ທ່ານໄບເດັນໄດ້ຢູ່ຈຸດຂອງແສງສະຫວ່າງທາງການເມືອງໂດຍເດີນທາງ ໄປຫາລັດຕ່າງໆ ທີ່ພວກມີການແຂ່ງຂັນຕໍ່ສູ້ກັນຢູ່ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG