ປະທານາທິບໍດີ Donald Trump ຈະປະຊຸມ ທາງໂທຮະຊັບ ກັບຜູ້ນຳຂອງໂລກ ສາມທ່ານ ໃນວັນອາທິດມື້ນີ້ ຊຶ່ງເປັນນຶ່ງມື້ ລຸນຫຼັງ ການໂອ້ລົມເປັນເວລາດົນນານ
ກັບທ່ານ Vladimir Putin ປະທານາທິບໍດີ ຣັດເຊຍ ແລະຜູ້ນຳຂອງໂລກອີກ 4 ທ່ານ.
ທຳນຽບຂາວກ່າວວ່າ ປະທານາທິບໍດີ ທຣຳ ຈະລົມກັບ ກະສັດ ຊາລມັນ ບິນ ອາດ ອາລອາຊີສ ອາລຊາອູດ ແຫ່ງ Saudi Arabia ແລ້ວກໍຈະລົມກັບ ອົງມົງກຸດ ແຫ່ງ ຣາດຊະອານາຈັກ Arab Emirates
Mohammed bin Zayed ກ່ອນຈະມ້ວນທ້າຍມື້ວັນຂອງທ່ານລົງ ໂດຍການໂອ້ລົມ ກັບປະທານາທານາທິບໍດີພາງ ຂອງເກົາຫຼີໃຕ້ທ່ານ ຮວງ ກິໂອອັນ.
ລຸນຫຼັງການໂອ້ລົມທາງໂທຣະຊັບກັບທ່ານ ພູຕິນ ແລ້ວທັງໂຄສົກຈາກ ວໍຊິງຕັນ
ແລະ ມົສກູຕ່າງກໍເວົ້າວ່າພວກເພິ່ນເຫັນດີນຳກັນ ວ່າຈະຮ່ວມມືໃນຄວາມພະຍາຍາມ ຜາບແພ້ ກຸ່ມລັດອິສລາມ ແລະເຮັດວຽກຮ່ວມກັນເພື່ີອສັນຕິພາບ ໃນ ຊິເຣຍ ແລະ ໂລກທັງມວນ.
ທັງສອງປະທານາທິບໍດີ ໄດ້ລົມກັນເປັນເທື່ອທຳອິດໂດຍກົງ ນັບຕັ້ງແຕ່ມື້ສາມບານ
ໂຕເຂົ້າຮັບຕຳແໜ່ງ ຂອງທ່ານ ທຣຳ ເປັນຕົ້ນມາໃນວັນທີ 20 ມັງກອນ. ທຳນຽບຂາວ ເວົ້າວ່າ ການສົນທະນາຂອງພວກເພິ່ນນຶ່ງຊົ່ວໂມງ “ເປັນການສ້າງສັນ” ທັງເປັນການ ເຣີ່ມຕົ້ນທີ່ມີ “ຄວາມສຳຄັນໃນການສ້າງສາຍພົວພັນທີ່ດີ” ລະຫວ່າງ ວໍຊິງຕັນກັບ
ມົສກູ ທີ່ໄດ້ເຄັ່ງຕຶງມາ ເປັນເວລາຫຼາຍເດືອນເມື່ອບໍ່ດົນນີ້.
ເຈົ້າໜ້າທີ່ທຳນຽບຂາວກ່າວວ່າ “ທັງປະທານາທິບໍດີ ທຣຳ ແລະ ປະທານາທິບໍດີ ພູຕິນ ຕ່າງກໍມີຄວາມຫວັງ “ລຸນຫຼັງການລົມກັນທາງໂທຣະຊັບນີ້ແລ້ວ ທາງສອງຝ່າຍ ຈະເດີນໜ້າຕໍ່ໄປຢ່າງວ່ອງໄວ ເພື່ອຮັບມືກັບລັດທິກໍ່ການຮ້າຍ ແລະ ບັນຫາສຳຄັນ
ອື່ນໆ ທີ່ເປັນຄວາມກັງວົນຮ່ວມກັນ.”
ເອກະສານຂ່າວ ຈາກວັງແກຣມແລັງ ສະທ້ອນໃຫ້ເຫັນເນື້ອໄນອັນດຽວ ກັບສານ ທີ່ມີອອກໂດຍທຳນຽບຂາວ.