ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທ​ຣຳ ໂຈມ​ຕີ ລາຍ​ງານ​ຂອງ​ທ່ານ ມັ​ລ​ເລີ ຫຼັງ​ຈາກ​ການສະ​ແດງ ​ຄວາມ​ດີ​ໃຈ ກ່ອນ​ໜ້ານີ້


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ທີ່ກອງ​ປະ​ຊຸມເຂດ​ໃຫ້​ໂອ​ກາດກັບ​ຜູ້​ນຳ​ລັດ, ທ້ອງ​ຖິ່ນ, ຊົນ​ເຜົ່າ ແລະ ຊຸມ​ຊົນ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 17 ເມ​ສາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ ທີ່ກອງ​ປະ​ຊຸມເຂດ​ໃຫ້​ໂອ​ກາດກັບ​ຜູ້​ນຳ​ລັດ, ທ້ອງ​ຖິ່ນ, ຊົນ​ເຜົ່າ ແລະ ຊຸມ​ຊົນ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 17 ເມ​ສາ, 2019.

ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ໄດ້​ອອກ​ມາ​ໂຈມ​ຕີ​ບັນ​ດາ​ຜູ້​ຊ່ວຍ​ເຫຼືອ​ໃນ​ອະ​ດີດ ແລະ
ປັດຈຸບັນ ຜູ້ທີ່ໄດ້ຮ່ວມມືກັບການສືບສວນສອບສວນຂອງໄອຍະການພິເສດ ທ່ານ ໂຣ
ເບີດ ມັລເລີ, ໂດຍຢືນຢັນວ່າ ເຫດ​ຜົນ​ທີ່​ເຂົາ​ເຈົ້າ​ໄດ້​ກ່າວຢ່າງເລິກເຊິ່ງ ກ່ຽວກັບ ທ່ານ
ແລະ ທຳນຽບຂາວນັ້ນແມ່ນ “ບໍ່ມີສາລະ.”

ໃນ​ຂໍ້ຄວາມ​ທີ່​ຖືກ​ຂຽນ​ດ້ວຍ​ຄວາມ​ໃຈ​ຮ້າຍຫຼາຍ​ຄັ້ງ​ຈາກ​ເມືອງ ພາມ ບີ​ຈ໌, ລັດ ຟ​ລໍ​ຣິ​ດາ
ນັ້ນ, ທ່ານ ທຣຳ ໄດ້ກ່າວຫາຜູ້ທີ່ໄດ້ລາຍງານເຫດຜົນຂອງເຂົາເຈົ້າຕໍ່ທ່ານ ມັລເລີ ກ່ຽວ
ກັບວ່າທ່ານ ທຣຳ ໄດ້ພະຍາຍາມທີ່ຈະທຳລາຍ ຫຼື ຄອບງຳການສືບສວນສອບສວນ
ແນວໃດ ແລະ ອະທິບາຍເຖິງທຳນຽບຂາວວ່າ ໄດ້ຕິດໂຣກມາຈາກວັດທະນະທຳການ
ຂີ້ຕົວະ, ຫຼອກລວງ ແລະ ການເຮັດໃຫ້ຄົນອື່ນເຂົ້າໃຈຜິດ.

ທ່ານ ທ​ຣຳ ໄດ້​ຂຽນ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ “ຄຳ​ເວົ້າ​ຕ່າງໆ​ທີ່​ກ່ຽວ​ພັນ​ກັບ​ຂ້າ​ພະ​ເຈົ້າ​
ໂດຍຄົນບາງຄົນໃນລາຍງານທ່ານ ມັລເລີ ຜີບ້ານັ້ນ, ທີ່ຖືກຂຽນໂດຍພວກເດໂມແຄຣັດ
ໃຈຮ້າຍ 18 ຄົນທີ່ຊັງຂ້າພະເຈົ້າ, ແມ່ນຖືກປັ້ນແຕ່ງຂຶ້ນມາ ແລະ ບໍ່ແມ່ນຄວາມຈິງຢ່າງ
ສິ້ນເຊີງ. ທ່ານໄດ້ເວົ້າຕື່ມວ່າ ບາງອັນແມ່ນ “ບໍ່ມີສາລະເລີຍ ແລະ ມີແຕ່ເຮັດໃຫ້ຄົນອື່ນ
ເບິ່ງດີ ແລະ ຂ້າພະເຈົ້າບໍ່ດີ.”

ການ​ໂຈມ​ຕີ​ຕ່າງໆ​ແມ່ນ​ກົງ​ກັນ​ຂ້າມ​ກັບຄວາມ​ດີ​ໃຈ​ຂອງ ທຳ​ນຽບ​ຂາວ 24 ຊົ່ວ​ໂມງ​ກ່ອນ
ໜ້ານີ້, ເມື່ອທ່ານ ທຣຳ ໄດ້ສະເຫຼີມສະຫຼອງການຄົ້ນພົບຂອງລາຍງານນັ້ນວ່າ ເປັນການ
ພົ້ນໂທດຢ່າງສົມບູນ ແລະ ທີ່ປຶກສາຂອງທ່ານ, ທ່ານນາງ ແຄລລີແອນ ຄອນເວ ໄດ້
ເອີ້ນມັນວ່າ “ເປັນວັນທີ່ດີທີ່ສຸດ” ສຳລັບທີມຂອງທ່ານ ທຣຳ ນັບຕັ້ງແຕ່ການເລືອກຕັ້ງ
ຂອງທ່ານ. ໃນຂະນະທີ່ທ່ານປະທານາທິບໍດີ, ອີງຕາມຄົນໃກ້ຊິດທ່ານນັ້ນ, ຮູ້ສຶກປົດ
ປ່ອຍກັບລາຍງານນັ້ນ, ທ່ານຍັງຮູ້ສຶກຖືກຫັກຫຼັງໂດຍຜູ້ທີ່ໄດ້ເຮັດໃຫ້ທ່ານເບິ່ງເປັນຄົນ
ບໍ່ດີ, ເຖິງແມ່ນວ່າເຂົາເຈົ້າໄດ້ເວົ້າພາຍໃຕ້ຄຳສາບານ ແລະ ຖືກຊີ້ນຳໂດຍທຳນຽບຂາວ
ໃຫ້ຮ່ວມມືກັບທີມຂອງທ່ານ ມັລເລີ ຢ່າງເຕັມທີ່ກໍຕາມ.

ປະ​ຕິ​ກິ​ລິ​ຍາດັ່ງ​ກ່າວບໍ່​ແມ່ນສິ່ງ​ແຕກ​ຕື່ນຫຍັງ ແລະ ແມ່ນ​ສິ່ງ​ທີ່​ບັນ​ດາ​ພະ​ນັກ​ງານ​
ຢ້ານໃນຫຼາຍວັນກ່ອນລາຍງານຖືກເປີດເຜີຍ ໃນຂະນະທີ່ເຂົາເຈົ້າສົງໄສວ່າທ່ານ ມັລ
ເລີ ຈະບັນລະຍາຍເຖິງການໃຫ້ປາກຄຳຂອງເຂົາເຈົ້າແນວໃດ ແລະ ວ່າລາຍງານດັ່ງ
ກ່າວນັ້ນອາດສ້າງຄວາມເສຍຫາຍໃຫ້ສາຍພົວພັນຂອງເຂົາເຈົ້າກັບທ່ານ ທຣຳ ແນວ
ໃດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG