ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກຊາຍຂອງທ່ານ Trump ຈະເປັນຜູ້ບໍລິຫານ ຈັດການ ໃນຂະນະທີ່ທ່ານ Trump ຮັບໜ້າທີ່ ເປັນປະທານາທິບໍດີສະຫະລັດ


Trump Transition
please wait
Embed

No media source currently available

0:00 0:01:37 0:00

Trump Transition

ປະທານາ​ທິບໍດີ​ສະຫະລັດ ທີ່​ຫາ​ກໍ​ໄດ້​ຮັບ​ເລືອກໃໝ່ ທ່ານ Donald Trump ກ່າວ​ວ່າ
ທ່ານຈະ​ກ່າວຕໍ່​ສື່ມວນຊົນ ​“ໃນ​ອານາ​ຄົດອັນ​ໃກ້​ນີ້” ກ່ຽວ​ກັບ​ລັດຖະບານ​ຂອງ​ທ່ານ ທີ່​ຖືກ​ເລືອກ​ເຂົ້າ​ມາ​ຮັບ​ໜ້າ​ທີ່ ​ແລະ​ທຸລະ​ກິດ​ຂອງ​ທ່ານ ທີ່​ທ່ານ​ຈະ​ປ່ອຍ​ໃຫ້​ລູກ​ຊາຍ​ຂອງ​ທ່ານ
​ເປັນ​ຜູ້​ບໍລິຫານ​ຈັດການນັ້ນ.

ການ​ປະກາດໃນ​ແລງ​ວັນ​ຈັນ​ວານ​ນີ້ ທາງ twitter ​ໄດ້​ມີ​ຂຶ້ນ ບໍ່​ເທົ່າ​ໃດ​ມື້ ກ່ອນ​ກອງ​ປະຊຸມ​
ຖະ​ແຫຼ​ງຂ່າວ ຊຶ່ງ​ຖືກ​ເລື່ອນອອກ​ໄປ ກ່ຽວ​ກັບ​ວ່າ​ທ່ານ​ຈະແຍກ​ຕົວ​ເອງ ອອກ​ຈາກ​ທຸລະ​ກິດ
ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃນ​ໂລກ​ຢ່າງ​ໃດ ​ເພື່ອ​ທ່ານ​ຈະ​ໄດ້​ຕັ້ງ​ໃຈ​ຈົດ​ຈໍ່​ປະຕິບັດ​ໜ້າ​ທີ່​ເປັນ​ປະທານາທິບໍດີ ​ແລະ​ຫຼີກ​ລ້ຽງ​ຂໍ້​ຂັດ​ແຍ້​ງຂອງ​ຜົນ​ປະ​ໂຫຍ​ດ. ຜູ້​ຊ່ອຍ​ຂອງ​ທ່ານ ​ໄດ້​ກ່າວ
ໃນ​ວັນ​ຈັນ​ວາ​ນນີ້ວ່າ ລາຍ​ລະອຽດ​ຕ່າງໆເຫຼົ່ານັ້ນ ຈະ​ສະ​ເໜີ​ໃຫ້​ຊາຍ​ໃນ​ເດືອນ​ມັງກອນ
​ທີ່​ຈະ​ມາ​ເຖິງ​ນີ້.

ທ່ານ Trump ​ໄດ້ຂຽນ​ໄວ້ກ່ອນ​ໜ້າ​ວັນ​ທີ 20 ມັງກອນ ຄື​ວັນ​ດຽວ​ກັນ​ກັບ​ວັນ​ທີ່​ທ່ານ​ຈະ​ສາບານ​ຕົວນັ້ນ ວ່າທ່ານຈະ​ວາງ​ມື​ຈາກ​ທຸລະ​ກິດ ​ໂດຍ​ປ່ອຍ​ໃຫ້​ຢູ່​ໃນ​ການ​ບໍ​ລິ​ຫານ​ຈັດການຂອງ​ລູກ​ຊາຍ​ຂອງ​ທ່ານ ກໍຄືທ່ານ Don ແລະທ່ານ Eric ​ຮວມທັງ​ຄະນະຜູ້ບໍ​ລິ​ຫານ​ຫຼາຍ​ໆທ່ານ​ນຳ​ດ້ວຍ. ທ່ານ​ໄດ້ປະຕິຍານ​ເພີ່ມ​ຕື່ມ​ວ່າ “ຈະ​ບໍ່​ມີ​ສັນຍາ​ອັນ​ໃໝ່​ໃດໆ​ເກີດ​ຂຶ້ນ” ​ໃນ​ຊ່ວງ​ທີ່​ທ່ານ​ດຳລົງ​ຕຳ​ແໜ່​ງ​ຢູ່​.

ສິ່ງ​ທີ່​ຍັງ​ບໍ່​ທັນ​ຈະແຈ້ງຢູ່​ນັ້ນ ​ ​ແມ່ນ​ວ່າ ທ່ານ Trump ຈະເຫີນຫ່າງ​ອອກຈາກ​ບໍລິສັດ​ທັງຫຼາຍ ຫຼືວ່າ​ທຸລະ​ກິດ​ທັງຫຼາຍ​ຂອງ​ການ​ເອົາ​ບາດກ້າວ ຈະ​ຕົກ​ຢູ່​ໃ​ນສະພາບ ພາຍ​ໃຕ້ຖະ​ແຫຼ​ງການ “ບໍ່​ມີ​ສັນຍາ​ໃໝ່.” ພວກ​ຊ່ຽວຊານ​ດ້ານ​ກົດໝາຍ ​ໄດ້​ກ່າວ​ວ່າ ວິທີ​ທາງ​ດຽວ ສຳ​ຫຼັບ​ປະທາ​ນາ​ທິບໍດີ​ສະຫະລັດ ທີ່​ຫາ​ກໍ​ໄດ້​ຮັບ​ເລືອກໃໝ່ ທ່ານ Trump ທີ່ຈະ​ຫຼີກ​ລ້ຽງ​ຄວາມ​ຂັດ​ແຍ້​ງໃນ​ຜົນ​ປະ​ໂຫຍ​ດຂອງຫຸ້ນ​ຕ່າງໆ​ໃນ​ທຸລະ​ກິດທັງ​ຫຼາຍ​ໃນ​ທົ່ວ​ໂລກແມ່ນຕ້ອງຂາຍມັນອອກໝົດ.

ທ່ານ Trump ພວມດຳ​ເນີນ​ສືບ​ຕໍ່ ປະກອບ​ຄະນະ​ລັດຖະບານ​ຂອງ​ທ່ານ ດ້ວຍ ປະທານ​ບໍລິສັດນ້ຳມັນ​ຍັກ​ໃຫຍ່... ທ່ານ Rex Tillerson ທີ່​ຄາດ​ຫວັງ​ຈະ​ປະກາດໃຫ້​ເປັນລັດຖະ
ມົນຕີ​ການ​ຕ່າງປະ​ເທດ ​ໃນ​ເຊົ້າ​ວັນ​ອັງຄານ​ມື້​ນີ້. ​ແຫຼ່ງຂ່າວ​ຫຼາຍ​ແຫ່ງ ທີ່ບົ່ງ​ຊີ້​ໃຫ້ເຫັນ​ເຖິງ​
ການປະກອບ​ຄະນະ​ຢ່າງ​ເປັນ​ທາງ​ການ​ນັ້ນ ຍັງ​ກ່າວ​ອີກ​ວ່າ ອະດີດ ຜູ້​ປົກຄອງ​ລັດ Texas ທ່ານ Rick Perry ຈະ​ຖືກ​ເລືອກ​ໃຫ້​ເປັນ​ຜູ້ນຳ​ຂອງ​ກະຊວງ​ພະລັງງານ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG