ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລູກຊາຍ ປ. ທຣຳ ໄດ້ພົບປະກັບ ທະນາຍຄວາມ ຣັດເຊຍ ເພື່ອຊອກຄົ້ນຫາຂໍ້ມູນກ່ຽວກັບ ທ່ານນາງ ຄລິນຕັນ


ທ່ານ ດໍໂນລ ທຣຳ ຈູເນຍ, ລູກຊາຍກົກ ຂອງປະທານາທິບໍດີ ດໍໂນລ ທຣຳ, ກ່າວຕໍ່ສື່ມວນຊົນ.
ທ່ານ ດໍໂນລ ທຣຳ ຈູເນຍ, ລູກຊາຍກົກ ຂອງປະທານາທິບໍດີ ດໍໂນລ ທຣຳ, ກ່າວຕໍ່ສື່ມວນຊົນ.

ລູກຊາຍກົກ ຂອງປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວໃນວັນອາທິດວານນີ້ ວ່າ ລາວ
ໄດ້ພົບປະກັບທະນາຍຄວາມ ທີ່ເຊື່ອມໂຍງກັບວັງ Kremlin ຂອງຣັດເຊຍ ບໍ່ດົນຫຼັງ
ຈາກ ທີ່ພໍ່ຂອງຜູ້ກ່ຽວ ໄດ້ຖືກສະເໜີຊື່ໃຫ້ເປັນໂຕແທນພັກຣີພັບບລີກັນລົງແຂ່ງຂັນ
ເປັນປະທານາທິບໍດີ ໂດຍຫວັງວ່າ ຈະໄດ້ຮັບຂໍ້ມູນທີ່ຈະຊ່ອຍໃນການໂຄສະນາຫາສຽງ.

ທ່ານ Donald Trump Jr. ໄດ້ຢືນຢັນໃນຖະແຫລງການສະບັບນຶ່ງ ວ່າ ລາວໄດ້ພົບປະ
ກັບ ທະນາຍຄວາມຂອງຣັດເຊຍ ຜູ້ທີ່ພົວພັນກັບວັງ Kremlin ແລະ ວ່າ ລາວໄດ້ຕົກລົງ
ທີ່ຈະພົບກັນ ໃນເດືອນ ມິຖຸນາ ປີ 2016 ຫຼັງຈາກທີ່ໄດ້ຖືກບອກວ່າ ນາງມີຂໍ້ມູນທີ່ອາດ
ເຮັດໃຫ້ ທ່ານນາງ Hillary Clinton ຜູ້ສະໝັກລົງແຂ່ງຂັນ ສັງກັດພັກເດໂມແຄຣັດ
ໄດ້ຮັບຄວາມເສຍຫາຍ.

ໃນລະຫວ່າງ ການພົບປະກັນກັບ ທະນາຍຄວາມຂອງຣັດເຊຍ ນາງ Natalia
Veselnitskaya ຢູ່ນັ້ນ ທ່ານ Trump Jr. ໄດ້ກ່າວວ່າ “ບໍ່ມີລາຍລະອຽດ ຫຼື ຂໍ້ມູນ ສະໜັບສະໜູນໃດໆ ທີ່ສະໜອງໃຫ້ ຫຼື ແມ່ນກະທັງສະເໜີໃຫ້ ເລີຍ. ໃນທັນທີ
ທັນໃດ ມັນກໍກາຍເປັນວ່າ ນາງບໍ່ມີຂໍ້ມູນ ທີ່ຈະເປັນປະໂຫຍດເລີຍ.”

ລູກຊາຍຂອງທ່ານທຣຳ ໄດ້ກ່າວວ່າ ພໍ່ຂອງລາວ ບໍ່ຮູ້ເຖິງການພົບປະກັນນີ້.

ທຳນຽບຂາວ ພະຍາຍາມເວົ້າໜ້ອຍລົງໃນເລື່ອງການຕິດຕໍ່ກັນ ລະຫວ່າງ ທ່ານ ດໍໂນລ
ທຣຳ ຈູເນຍ ກັບ ທະນາຍຄວາມ ນາງ Natalia Veselnitskaya ຫຼັງຈາກມີບົດລາຍ
ງານໂດຍໜັງສືພິມ The New York Times ອອກມາ ໃນວັນເສົາມື້ກ່ອນນີ້ ທີ່ໄດ້
ເຜີຍແບ ການພົບປະກັນດັ່ງກ່າວ. ໃນໂອກາດການພົບປະກັນ ຢູ່ທີ່ Trump Tower
ສຳນັກງານໃຫຍ່ຂອງປະທານາທິບໍດີ ໃນນະຄອນ ນິວຢອກຢູ່ນັ້ນ ກໍມີ ທ່ານ Jared
Kushner ລູກເຂີຍຂອງທ່ານທຣຳ ແລະ ຜູ້ທີ່ໄດ້ຖືກແຕ່ງຕັ້ງໃຫ້ເປັນທີ່ປຶກສາຂັ້ນສູງ
ໃນທຳນຽບຂາວ ຢູ່ທີ່ນັ້ນດ້ວຍ ພ້ອມກັບ ທ່ານ Paul Manafort ຊຶ່ງໃນເວລານັ້ນ
ເປັນປະທານການໂຄນາຫາສຽງດ້ານການເມືອງຂອງທ່ານທຣຳ.

ໃນເວລາ ລູກຊາຍຂອງປະທານາທິບໍດີ ໄດ້ຖືກຖາມຄັ້ງທຳອິດ ກ່ຽວກັບການໂອ້ລົມ
ກັບນາງ Veselnitskaya ນັ້ນ ໜັງສືພິມ The Times ກ່າວວ່າ ລາວບໍ່ໄດ້ກ່າວເຖິງ
ຫຍັງເລີຍ ກ່ຽວກັບຂໍ້ມູນດ້ານການເມືອງ ທີ່ເປັນເລື່ອງໂດ່ງດັງ ຊຶ່ງອາດເຮັດໃຫ້ຊື່ສຽງ
ຂອງທ່ານນາງ Hillary Clinton ເຊື່ອມເສຍ. ເຖິງຢ່າງໃດກໍຕາມ ໃນວັນອາທິດວານນີ້
ທ່ານທຣຳ ຈູເນຍ ໄດ້ດັດແກ້ຖະແຫລງການຂອງລາວ ເພື່ອຢັ້ງຢືນການພົບປະກັນ ນັ້ນ
ຊຶ່ງລາວໄດ້ຄາດໝາຍວ່າ ທະນາຍ

ຄວາມຂອງຣັດເຊຍ ຈະເປີດເຜີຍຂໍ້ມູນທີ່ຈະສ້າງຄວາມເສຍຫາຍນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG