ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ມີຄວາມຮູ້ສຶກວ່າ ຈະໄດ້ຮັບໄຊຊະນະ ໃນການປັບປຸງພາສີ ສະຫະລັດ


ປະທານາທິບໍດີ ດໍໂນລ ທຣຳ ຟັງປະຊາຊົນໃຫ້ຄຳເຫັນ ໃນການ
ສະໜັບສະໜູນການປະຕິຮູບນະໂຍບາຍພາສີ ສະຫະລັດ ໃນ
ລະຫວ່າງງານແຫ່ງນຶ່ງ ທີ່ຫໍທາງເຂົ້າ ແກຣນ ໂຟເຢີ ຂອງທຳນຽບຂາວ. 13 ທັນວາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ຟັງປະຊາຊົນໃຫ້ຄຳເຫັນ ໃນການ ສະໜັບສະໜູນການປະຕິຮູບນະໂຍບາຍພາສີ ສະຫະລັດ ໃນ ລະຫວ່າງງານແຫ່ງນຶ່ງ ທີ່ຫໍທາງເຂົ້າ ແກຣນ ໂຟເຢີ ຂອງທຳນຽບຂາວ. 13 ທັນວາ, 2017.

ໃນວາລະເກືອບໃກ້ຈະຮອດວັນສຸດທ້າຍ ຂອງການດຳລົງຕຳແໜ່ງປີທຳອິດຂອງປະທາ
ນາທິບໍດີ ດໍໂນລ ທຣຳ ນີ້ ກໍປາກົດວ່າ ທ່ານອາດກຳລົງຈະໄດ້ຮັບໄຊຊະນະ ໃນດ້ານ
ການອອກກົດໝາຍທີ່ສຳຄັນຄັ້ງທຳອິດ ເຊັ່ນວ່າ: ການຮື້ຟື້ນຄືນໃໝ່ ກົດໝາຍພາສີ
ແລະ ການຍົກເລີກບາງສ່ວນ ຂອງກົດໝາຍປະກັນສຸຂະພາບ ທີ່ເປັນສັນຍາລັກ ຂອງ
ອະດີດ ປະທານາທິບໍດີ ບາຣັກ ໂອບາມາ.

ທ່ານທຣຳ ໄດ້ຂຽນລົງ ທະວີດເຕີ ໃນວັນອາທິດວານນີ້ ວ່າ “ໃນຖານະເປັນຜູ້ສະໝັກ
ຂ້າພະເຈົ້າ ໄດ້ໃຫ້ຄຳໝັ້ນສັນຍາ ວ່າ ພວກເຮົາຈະຜ່ານການຕັດພາສີຂະໜາດໃຫຍ່
ສຳລັບຄອບຄົວຂອງພວກຄົນງານຊາວອາເມຣິກັນທັງຫຼາຍ ຜູ້ທີ່ເປັນກະດູກສັນຫລັງ
ແລະ ໝາກຫົວໃຈ ຂອງປະເທດຊາດຂອງພວກເຮົາ. ບັດນີ້ ພວກເຮົາເຫຼືອເວລາຢູ່ບໍ່
ເທົ່າໃດມື້.”

ປາກົດວ່າ ບັນດາສະມາຊິກສະພາ ສັງກັດພັກຣີພັບບລີກັນ ໄດ້ລົງຄະແນນສຽງ ເພື່ອ
ຕັດພາສີສຳລັບບໍລິສັດໃຫຍ່ໆລົງຢ່າງຖາວອນ, ຕັດພາສີຈ່າຍໃຫ້ລັດ ຈາກພວກທີ່ໄດ້
ຮັບເງິນຄ່າຈ້າງ ແລະ ເງິນເດືອນ ລົງຊົ່ວຄາວ, ແລະເພີ່ມໜີ້ກູ້ຢືມແຫ່ງຊາດຂອງອາຣິກາ
ຂຶ້ນຮອດ 1 ພັນ 5 ຮ້ອຍລ້ານໂດລາ. ຮ່າງກົດໝາຍຫຼາຍພັນໜ້າ ໄດ້ຖືກເຜີຍແບ ໃນ
ວັນສຸກຜ່ານມານີ້ ຫຼັງຈາກໄດ້ມີການເຈລະຈາກັນ ລະຫວ່າງທັງສອງສະພາ ມາໄດ້ຫຼາຍ
ວັນ ຈຶ່ງໄດ້ມາ ຊຶ່ງຮ່າງກົດໝາຍສະບັບສຸດທ້າຍ ທີ່ຈະໄດ້ຮັບການສະໜັບສະໜູນ ຈາກ
ບັນດາສະມາຊິກສັງກັດພັກຣີພັບບລີກັນ ຈຳນວນນຶ່ງທີ່ບໍ່ຍອມຕົກລົງໃນເມື່ອກ່ອນ.

“ຂ້າພະເຈົ້າ ໄດ້ຕັດສິນໃຈ ທີ່ຈະສະໜັບສະໜູນ ການປະຕິຮູບກົດໝາຍພາສີຊຸດນີ້”
ທ່ານ ບັອບ ຄອກເກີ້ (Bob Corker) ສະມາຊິສະພາສູງ ຈາກລັດເທັນເນັສຊີ້ ໄດ້ປະ
ກາດໃນຖະແຫລງການສະບັບນຶ່ງ. ຖະແຫລງການນັ້ນກ່າວຕື່ມວ່າ “ຮ່າງກົດໝາຍນີ້
ຈະບໍ່ສົມບູນປານໃດ...ແຕ່ຫຼັງຈາກໄດ້ໄຕ່ຕອງ ແລະ ພິຈາລະນາ ຢ່າງຄັກແນ່ແລ້ວ
ຂ້າພະເຈົ້າ ເຊື່ອວ່າ ເປັນໂອກາດນຶ່ງໃນຍຸກສະໄໝ ທີ່ຈະເຮັດໃຫ້ທຸລະກິດພາຍໃນປະ
ເທດ ມີຜົນຜະລິດຫຼາຍຂຶ້ນ ແລະ ສາມາດແຂ່ງຂັນກັບຕ່າງປະເທດໄດ້ຫຼາຍຂຶ້ນ ແລະ
ເປັນໂອກາດນຶ່ງ ທີ່ພວກເຮົາບໍ່ຄວນພາດ.”

ບັນດາສະມາຊິກສະພາສັງກັດພັກຣີພັບບລີກັນ ກຳລັງພະນັນວ່າ ໃນ 8 ປີຕິດຕໍ່ກັນ
ຂອງການຂະຫຍາຍໂຕດ້ານເສດຖະກິດ ຂອງສະຫະລັດ ຈະສາມາດສືບຕໍ່ໄປໄດ້ ແລະ
ຈະເລັ່ງລັດຂຶ້ນໄດ້ ດ້ວຍການກະຕຸ້ນໃນຮູບແບບ ຂອງການຕັດພາສີລົງ.

ສ່ວນບັນດາສະມາຊິກສະພາສັງກັດພັກເດໂມແຄຣັດ ໂຕ້ຖຽງວ່າ ພາສີຊຸດດັ່ງກ່າວ
ແມ່ນບໍ່ຍຸຕິທຳ ແລະ ບໍ່ສະຫຼຽວສະຫຼາດ.

ສະມາຊິກສະພາ ຈາກລັດຄາລີຟໍເນຍ ທ່ານ ໄມ້ ທອມຊັນ ໄດ້ກ່າວໃນຖະແຫລງການ
ປະຈຳສັບປະດາ ຂອງພັກເດໂມແຄຣັດ ວ່າ “ຮ່າງກົດໝາຍນີ້ໄດ້ຖືກຂຽນຂຶ້ນ ເພື່ອໃຫ້
ການຍົກເວັ້ນພາສີຂະໜາດໃຫຍ່ ແກ່ພວກຄົນຮັ່ງມີ ແລະ ພວກບໍລິສັດໃຫຍ່ໆທີ່ກ່ຽວ
ຂ້ອງ ຊຶ່ງສ່ວນໃຫຍ່ແລ້ວ ຈະຍົກຍ້າຍວຽກເຮັດງານທຳ ຂອງສະຫະລັດ ໄປຍັງຕ່າງປະ
ເທດ.” ທ່ານກ່າວຕໍ່ໄປວ່າ “ມັນຈະຕັດພາສີ ໃຫ້ແກ່ພວກຄົນຊົນຊັ້ນກາງ ທີ່ຈ່າຍພາສີ
ຈຳນວນນຶ່ງ ເປັນການຊົ່ວຄາວ ແຕ່ແທ້ຈິງແລ້ວ ຈະຍົກພາສີຂຶ້ນ ສຳລັບຄອບຄົວພວກ
ເຮັດວຽກຊົນຊັ້ນກາງ ຂຶ້ນຫຼາຍລ້ານໂດລາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ


Trump Smells Victory on US Tax Overhaul
please wait

No media source currently available

0:00 0:02:22 0:00

XS
SM
MD
LG