ກະຊວງຍຸຕິທຳສະຫະລັດ ຈະພິມເຜີຍແຜ່ໃນວັນພະຫັດມື້ອື່ນນີ້ ລາຍງານທີ່ຍາວເກືອບ
400 ໜ້າ ສະບັບທີ່ມີການລຶບຂໍ້ຄວາມບາງຕອນອອກຂອງທ່ານໂຣເບີດ ມັລເລີ ໄອຍະ
ການພິເສດ ທີ່ສືບສວນກ່ຽວກັບການພົວພັນຂອງຣັດເຊຍ ໃນການເລືອກຕັ້ງປີ 2016
ຂອງສະຫະລັດ ທີ່ໄດ້ແນໃສ່ເພື່ອໃຫ້ການຊ່ວຍເຫຼືອແກ່ທ່ານ ດໍໂນລ ທຣຳ ໄດ້ຊະນະ
ຕຳແໜ່ງປະທານາທິບໍດີ.
ຢູ່ໃນການສືບຕໍ່ກົດດັນທີ່ມີມາຢ່າງຕໍ່ເນື່ອງຕ້ານການສືບສວນຂອງທ່ານມັລເລີນັ້ນ
ປະທານາທິບໍດີທຣຳ ໄດ້ກ່າວອ້າງອີກເທື່ອນຶ່ງ ໃນວັນອັງຄານວານນີ້ ທ່ານໄດ້ ພົ້ນຈາກ
ການກ່າວຫາ ກ່ຽວກັບການກະທຳຜິດ ທີ່ເຊື່ອມໂຍງກັບການເລືອກຕັ້ງ ເຖິງແມ່ນວ່າ
ທ່ານ ແລະສາທາລະນະຊົນອາເມຣິກັນ ພວມລໍຖ້າລາຍລະອຽດໃນ ການສືບສວນ ຂອງ
ໄອຍະການມາໄດ້ 22 ເດືອນແລ້ວ.
ປະທານາທິບໍດີທຣຳກ່າວຢູ່ໃນຂໍ້ຄວາມທີ່ສົ່ງທາງທວິດເຕີວ່າ “ບໍ່ມີການສົມຮູ້ຮ່ວມຄິດ ບໍ່
ມີການຂັດຂວາງຂະບວນການຍຸຕິທຳ.”
ໃນວັນຈັນທີ່ຜ່ານມາ ຜູ້ນຳສະຫະລັດ ໄດ້ກ່າວໂຕ້ແຍ້ງວ່າ “ບັນດາອາຊະຍາກຳເຫລົ່ານີ້
ໄດ້ກະທຳແທ້” ໂດຍຝ່າຍກົງກັນຂ້າມຂອງທ່ານໃນປີ 2016 ຄືທ່ານນາງຮິລລາຣີ ຄລິນ
ຕັນ ທີ່ສັງກັດພັກເດໂມແຄຣັດ ຄະນະກຳມະການແຫ່ງຊາດພັກເດໂມແຄຣັດແຫ່ງຊາດ
ແລະ ”ພວກຕຳຫຼວດສົກກະປົກ” ອັນເປັນຄຳເວົ້າທີ່ບໍ່ສຸພາບສຳລັບພວກອະດີດຫົວໜ້າ
ເຈົ້າໜ້າທີ່ປະຕິບັດກົດໝາຍສະຫະລັດ “ແລະຄົນອື່ນໆ! ສືບສວນພວກນັກສືບສວນ!”
ທ່ານມັລເລີ ໄດ້ສືບສວນການໂຄສະນາຫາສຽງຂອງທ່ານທຣຳ ທີ່ຕິດຕໍ່ກັບຣັດເຊຍ ແລະ
ວ່າທ່ານທຣຳ ໃນນາມປະທານາທິບໍດີ ໄດ້ຂັດຂວາງຂະບວນການຍຸຕິທຳຫຼືບໍ່ ໂດຍພະ
ຍາຍາມທີ່ຈະທັບມ້າງການສືບສວນ. ການໂຕ້ຖຽງກ່ຽວກັບລາຍງານກ່ອນໜ້າການເປີດ
ເຜີຍນັ້ນແມ່ນໄດ້ມີການຢ່າງແຜ່ກວ້າງ.
ລັດຖະມົນຕີຍຸຕິທຳ ທ່ານວິລລຽມ ບາ ໄດ້ພິມເຜີຍແຜ່ບົດສະຫຼຸບສີ່ໜ້າກ່ຽວກັບການພົບ
ເຫັນຂອງທ່ານມັລເລີ ເມື່ອສາມອາທິດກ່ອນ ໂດຍກ່າວວ່າໄອຍະການໄດ້ລົງຄວາມເຫັນ
ວ່າ ທ່ານທຣຳ ແລະຄະນະໂຄສະນາຫາສຽງຂອງທ່ານ ບໍ່ໄດ້ສົມຮູ້ຮ່ວມຄິດກັບຣັດເຊຍ
ເພື່ອຊ່ວຍໃຫ້ທ່ານໄດ້ຊະນະ ແຕ່ວ່າບໍ່ໄດ້ສະຫລຸບໃນ ການລົງຄວາມເຫັນວ່າ ທ່ານ
ທຣຳໄດ້ຂັດຂວາງຂະບວນການຍຸຕິທໍາ. ແຕ່ຍ້ອນ ທ່ານມັລເລີ ບໍ່ໄດ້ບັນລຸການຕັດສິນໃຈ
ກ່ຽວກັບບັນຫາການຂັດຂວາງຂະບວນການຍຸຕິທຳນັ້ນ ທ່ານບາ ແລະຮອງລັດຖະມົນຕີຍຸ
ຕິທຳ ທ່ານຣອດ ໂຣເຊັນສະໄຕນ໌ ຈຶ່ງໄດ້ຕັດສິນວ່າ ບໍ່ມີການກ່າວຫາຕໍ່ທ່ານທຣຳກ່ຽວກັບເລື້ອງນີ້.
ທ່ານທຣຳ ໄດ້ສົ່ງຂໍ້ຄວາມລົງໃນທວິດເຕີວ່າ ລາຍງານຂອງທ່ານມັລເລີ “ໄດ້ຂຽນໂດຍ ສະ
ມາຊິກພັກເດໂມແຄຣັດທີ່ມີຄວາມໂກດແຄ້ນ 18 ຄົນຜູ້ທີ່ຍັງເປັນພວກກຽດຊັງທ່ານທຣຳ
ແລະພວກສະໜັບສະໜູນທ່ານນາງຄລິນຕັນ ຄວນຈະເພັ່ງເລັງໃສ່ຜູ້ຄົນທີ່ສືບລັບ ຄະນະ
ໂຄສະນາຫາສຽງໃນປີ 2016 ຂອງຂ້າພະເຈົ້າ ແລະບຸກຄົນອື່ນໆຜູ້ທີ່ເສກສັນປັ້ນແຕ່ງໃນ
ການຕົໍວະຕົ້ມຫຼອກລວງກ່ຽວກັບເລື້ອງຣັດເຊຍທັງໝົດ. ໃນເມື່ອວ່າບໍ່ໄດ້ມີການສົມຮູ້ຮ່ວມ
ຄິດແລ້ວ ເປັນຫຍັງຈຶ່ງໄດ້ມີການສືບສວນໃນຂັ້ນຕົ້ນ! ຈົ່ງຕອບມາ ພວກຕຳຫຼວດສົກກະ
ປົກ ພວກເດໂມແຄຣັດ ແລະຮິລລາຣີ ທີ່ສໍ້ໂກງ!”