ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ ທຣຳ ຈະບໍ່ເຂົ້າຮ່ວມງານລ້ຽງ ອາຫານຄ່ຳ ຂອງນັກຂ່າວ ໃນທຳນຽບຂາວ


ອະດີດປະທານາທິບໍດີ ທ່ານ ບາຣັກ ໂອບາມາ ຍົກມືອຳລາ ຫຼັງຈາກກ່າວຄຳປາໄສທີ່ງານລ້ຽງອາຫານຄ່ຳຂອງສະມາຄົມນັກ
ຂ່າວທຳນຽບຂາວ. 30 ເມສາ, 2016.
ອະດີດປະທານາທິບໍດີ ທ່ານ ບາຣັກ ໂອບາມາ ຍົກມືອຳລາ ຫຼັງຈາກກ່າວຄຳປາໄສທີ່ງານລ້ຽງອາຫານຄ່ຳຂອງສະມາຄົມນັກ ຂ່າວທຳນຽບຂາວ. 30 ເມສາ, 2016.

ປະທານາທິບໍດີ ທ່ານ ດໍໂນລ ທຣຳ ໄດ້ໃຫ້ສັນຍານວ່າທ່ານຈະບໍ່ເຂົ້າຮ່ວມໃນການຮັບ ປະທານອາຫານປະຈຳປີຂອງສະມາຄົມນັກຂ່າວ ທຳນຽບຂາວ, ເຊິ່ງເປັນງານລ້ຽງອາ ຫານຄ່ຳທີ່ເຕັມໄປດ້ວຍຜູ້ມີຊື່ສຽງທີ່ຕາມທຳມະດາແລ້ວ ເປັນຂໍ້ບັງຄັບທາງການເມືອງ ສຳລັບຜູ້ບໍລິຫານລະດັບສູງ ສະຫະລັດ.

ງານລ້ຽງອາຫານຄ່ຳທາງການ ແມ່ນຈະຖືກຈັດຂຶ້ນໃນອີກສອງເດືອນຂ້າງໜ້າ, ແຕ່ທ່ານ ທຣຳ ໄດ້ໃຫ້ຂໍ້ມູນໃໝ່ດ້ວຍ Twitter ໃນວັນເສົາວານນີ້ວ່າ “ຂ້າພະເຈົ້າຈະບໍ່ເຂົ້າຮ່ວມ ໃນງານລ້ຽງອາຫານຄ່ຳຂອງ ສະມາຄົມນັກຂ່າວທຳນຽບຂາວສຳລັບປີນີ້. ຂໍອວຍ ພອນໃຫ້ໝົດທຸກຄົນມີສຸຂະພາບແຂງແຮງ ແລະ ຂໍໃຫ້ມີຄວາມສຸກກັບຄ່ຳຄືນນັ້ນ ດ້ວຍ.”

ໜຶ່ງມື້ກ່ອນໜ້ານັ້ນ ທ່ານ ທຣຳ ໄດ້ປະນາມບັນດານັກຂ່າວທຳນຽບຂາວ ແລະ ສື່ມວນ ຊົນຢ່າງຮຸນແຮງ ທີ່ທ່ານເຊື່ອວ່າໄດ້ຕັ້ງໃຈເຜີຍແຜ່ “ຂ່າວຫຼອກລວງ” ກ່ຽວກັບ ລັດຖະ ບານຂອງທ່ານ, ໃນການກ່າວຄຳປາໄສຊ້ອງໜ້າການໂຮມຊຸມນຸມຂອງບັນດາຫົວອະ ນຸລັກນິຍົມ ອາເມຣິກັນ. ແລະ ສອງສາມຊົ່ວໂມງຕໍ່ມາ ພະນັກງານທຳນຽບ ຂາວຂອງທ່ານ ກໍໄດ້ປົດອົງການຂ່າວທີ່ສຳຄັນຫຼາຍແຫ່ງອອກຈາກການຮັບຟັງ ການຖະແຫຼງ

ການສັ້ນໆຢ່າງເປັນປະຈຳຂອງທ່ານ, ລວມມີໂທລະພາບ CNN, ໜັງສືພິມ New York Times, ອົງການຂ່າວ Politico, ໜັງສືພິມ Los Angeles Times ແລະ ສື່ມວນຊົນ ທາງອິນເຕີເນັດ Buzzfeed.

ສະມາຄົມນັກຂ່າວທຳນຽບຂາວ ໄດ້ປະທ້ວງວິທີການດຳເນີນການຖະແຫຼງຂ່າວສັ້ນ, ເຖິງແມ່ນວ່າຈະບໍ່ມີປະຕິກິລິຍາໃນທັນທີທັນໃດຕໍ່ການຂຽນ Twitter ຂອງທ່ານ ທຣຳ ກໍຕາມ, ແຕ່ສະມາຄົມນັກຂ່າວກໍໄດ້ກ່າວເມື່ອບໍ່ດົນມານີ້ວ່າ ແຜນການສຳລັບງານ ລ້ຽງປະຈຳປີໃນວັນທີ 29 ເມສານີ້ ແມ່ນຈະດຳເນີນຕໍ່ໄປ, ຈະ “ສະເຫຼີມສະຫຼອງລັດ ຖະທຳມະນູນຂໍ້ທີໜຶ່ງ ແລະ ການອອກຂ່າວຢ່າງເສລີໃນ ສາທາລະນະລັດ ທີ່ອຸດົມສົມບູນ.”

ກຸ່ມຂອງນັກຂ່າວໄດ້ຮັບຫຼາຍລາງວັນ ສຳລັບການລາຍງານຂ່າວທາງການເມືອງທີ່ ງານລ້ຽງອາຫານຄ່ຳ ແລະ ໄດ້ສົ່ງເສີມໂຄງການທຶນການສຶກສາຂອງພວກເຂົາເຈົ້າ, “ເພື່ອເນັ້ນຄວາມສຳຄັນ ແລະ ສົ່ງເສີມນັກຂ່າວໃນຕໍ່ໜ້າຜູ້ທີ່ເປັນອະນາຄົດຂອງ ອາຊີບຂອງພວກເຮົາ.”

ເງິນທີ່ຫາມາໄດ້ຈາກຜູ້ເຂົ້າຮ່ວມໃນງານລ້ຽງອາຫານຄ່ຳ ແມ່ນຖືກໃຊ້ເພື່ອສະໜັບ ສະໜູນໂຄງການທຶນການສຶກສາ. ການສັງສັນບັນເທີິງຈະເນັ້ນເຖິງເຫດການທີ່ເກີດ ຂຶ້ນປະຈຳປີ,ປົກກະຕິແລ້ວຈະແມ່ນ “ການເວົ້າຕະຫຼົກ” ກ່ຽວກັບ ປະທານາທິບໍດີ ໂດຍນັກຕະຫຼົກທີ່ມີຊື່ສຽງ.

ຍ້ອນສາຍພົວພັນທີ່ມີຄວາມວຸ້ນວາຍລະຫວ່າງ ນັກຂ່າວ ສະຫະລັດ ແລະ ທຳນຽບ ຂາວນັບຕັ້ງແຕ່ທ່ານ ທຣຳ ໄດ້ສາບານຕົນເຂົ້າຮັບຕຳແໜ່ງໃນເດືອນທີ່ຜານມານັ້ນ, ການກະກຽມສຳລັບງານລ້ຽງຂອງປີນີ້ແມ່ນຍັງບໍ່ມີຄວາມແນ່ນອນເທື່ອ. ງານລ້ຽງຕາມ ທຳມະດາແລ້ວເປັນງານທີ່ເປັນສູນກາງຂອງງານລ້ຽງທ້າຍສັບປະດາທີ່ມີການປ່ຽນ ແປງຢ່າງໄວວາ ແລະ ງານຕ້ອນຮັບໄດ້ຖືກຈັດໂດຍກຸ່ມນັກຂ່າວ ສື່ມວນຊົນ, ແຕ່ການ ຊຸມນຸມທີ່ໄດ້ຮັບຄວາມນິຍົມທີ່ສຸດຫຼາຍແຫ່ງແມ່ນໄດ້ຖືກຍົກເລີກໄປແລ້ວ, ລວມທັງ ງານທີ່ຖືກຈັດໃນເມື່ອກ່ອນໂດຍອົງການຂ່າວ Bloomberg, ວາລະສານ Vanity Fair ແລະ ວາລະສານ New York.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG