ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ​ບໍ່​ແນ່​ໃຈ​ວ່າ ການ​ເຈ​ລະ​ຈາ ສັນ​ຕິ​ພາບ ຢູ່ ​ອັ​ຟ​ກາ​ນິ​ສ​ຖານ ຈະ​ສຳ​ເລັດ​ຜົນ​ ຫລືບໍ່


ທ່ານ ທ​ຣຳ ​ລົມ​ທາງ​ໂທ​ລ​ະ​ສັບກັ​ບ​ພວກ​ທະ​ຫານ ທີ່​ປະ​ຈຳ​ການ​ຢູ່​​ ອັ​ຟ​ກາ​ນິ​ສ​ຖານ ໃນໂອ​ກາດ​ວັນບຸນ​ຂອບ​ຄຸນ​ພະ​ເຈົ້າ ຫລື Thanksgiving ໃນ​ຂະນະ​ທີ່​ທ່ານ​ຢູ່ບ້ານ​ພັກ​ຕາກ​ອາ​ກາດ​ຂອງ​ທ່ານ ໃນ​ລັດ​ຟ​ລໍ​ຣິ​ດາ ໃນ​ວັນ​ທີ 22 ພະ​ຈິກ, 2018
ທ່ານ ທ​ຣຳ ​ລົມ​ທາງ​ໂທ​ລ​ະ​ສັບກັ​ບ​ພວກ​ທະ​ຫານ ທີ່​ປະ​ຈຳ​ການ​ຢູ່​​ ອັ​ຟ​ກາ​ນິ​ສ​ຖານ ໃນໂອ​ກາດ​ວັນບຸນ​ຂອບ​ຄຸນ​ພະ​ເຈົ້າ ຫລື Thanksgiving ໃນ​ຂະນະ​ທີ່​ທ່ານ​ຢູ່ບ້ານ​ພັກ​ຕາກ​ອາ​ກາດ​ຂອງ​ທ່ານ ໃນ​ລັດ​ຟ​ລໍ​ຣິ​ດາ ໃນ​ວັນ​ທີ 22 ພະ​ຈິກ, 2018

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳຂອງ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ​ລັດ​ຖະ
​ບານ​ຂອງ​ທ່ານກຳ​ລັງ​ດຳ​ເນີນການ​ເຈ​ລະ​ຈາສັນ​ຕິ​ພາບ "ຢ່າງ​ແຂງ​ຂັນ​ຫລາຍ" ຢູ່​ໃນ
​ອັ​ຟ​ກາ​ນິ​ສ​ຖານ ແຕ່​ວ່າ ທ່ານ​ກໍ​ບໍ່​ແນ່​ໃຈ​ວ່າ ການ​ເຈ​ລະ​ຈາເຫລົ່າ​ນັ້ນຈະ​ສຳ​ເລັດ​ຜົນ​ ຫລືບໍ່.

ທ່ານ ທ​ຣຳ ໃຫ້ຄຳ​ເຫັນ​ດັ່ງ​ກ່າວ ​ຢູ່​ໃນລະ​ຫວ່າງ​ການ​ໂອ້​ລົມຜ່ານ​ທາງ​ໂທ​ລ​ະ​ສັບ​ ກັ​ບ
ພວກ​ທະ​ຫານ ທີ່​ປະ​ຈຳ​ການ​ຢູ່ປະ​ເທດ ທີ່ກຳ​ລັງ​ຖືກ​ສົງ​ຄາມທຳ​ລາຍ​ແຫ່ງນັ້ນ​ໃນໂອ
​ກາດ​ວັນບຸນ​ຂອບ​ຄຸນ​ພະ​ເຈົ້າຫລື Thanksgiving. ທ່ານຍັງ​ໄດ້ເວົ້າ​ແບບ ເປັນ​ໄນໆ
ໃຫ້​ຮູ້​ວ່າ ທ່ານ​ອາດ​ຈະ​ໄປ​ຢ້ຽມ​ຢາມອັ​ຟ​ກາ​ນິ​ສ​ຖານ ບ່ອນ​ທີ່​ສະ​ຫະ​ລັດ ໄດ້​ເຂົ້າ​ໄປ
​ຫຍຸ້ງ​ກ່ຽວ​ ໃນ​ການ​ເຮັດ​ສົງ​ຄາມ ນັບ​ແຕ່ເວ​ລາບໍ່​ດົນພໍ​ເທົ່າ​ໃດ ​ຫລັງ ຈາກມີ​ການ​ໂຈມ
ຕີ​ຂອງ​ພວກກໍ່​ການ​ຮ້າຍ​ຢູ່​ໃນ​ດິນ​ແດນ​ຂອງ​ສະ​ຫະ​ລັດເມື່ອ​ວັນທີ 11 ກັນ​ຍາ, ປີ 2001
ເປັນ​ຕົ້ນ​ມາ.

"ພວກ​ເຮົາ​ກຳ​ລັງ​ຢູ່​ໃນ​ຊ່ວງ​ການ​ເຈ​ລະຈາ ທີ່ແຂງ​ຂັນ​ຫຼາຍ ຢູ່​ໃນອັ​ຟ​ກາ​ນິ​ສ​ຖານ​ ໃນ
ເວ​ລານີ້, ຊຶ່ງ​ຫລາຍ​ຄົນ​ກໍບໍ່​ຮູ້​ກ່ຽວ​ກັບ​ເລື້ອງນີ້​ເລີຍ. ການເຈ​ລະຈາ​ຄັ້ງ​ນີ້ອາດ​ຈະ​ເປັນ​
ການເຈ​ລະຈາ​ຄັ້ງ​ທຳ​ອິດ ແຕ່​ວ່າພວກ​ເຮົາ​ກໍ​ໄດ້​ຢູ່​ໃນ​ຊ່ວງ​ການ​ເຈ​ລະຈາ ທີ່ແຂງ​ຂັນ
​ຫລາຍ ຢູ່​ໃນອັ​ຟ​ກາ​ນິ​ສຖານ…. ພວກ​ເຮົາຈະ​ໄດ້​ຮູ້​ດອກວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນ.
ພວກ​ເຮົາເວົ້າ​ເຖິງ​ສັນ​ຕິ​ພາບ ແລະພວກ​ເຮົາຈະ​ໄດ້​ຮູ້​ວ່າ ມັນ​ຈະ​ເກີດ​ຂຶ້ນ​ຫລືບໍ່,"
ນັ້ນ​ຄື​ຄຳ​ເວົ້​າ​ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ.

ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ, ທ່ານຊາ​ລ​ເມ ຄາ​ລີ​ລ​ຊາດ ລົມ​ກັບ​ພວກ​ນັກ​ຂ່າວທ້ອງ​ຖິ່ນ ຢູ່​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ, ໃນ​ນະ​ຄອນກາ​ບູ​ລ​ຂອງ​ອັ​ຟ​ກາ​ນິ​ສ​ຖານ (ວັນ​ທີ 18 ພະ​ຈິກ, 2018)
ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ສະ​ຫະ​ລັດ, ທ່ານຊາ​ລ​ເມ ຄາ​ລີ​ລ​ຊາດ ລົມ​ກັບ​ພວກ​ນັກ​ຂ່າວທ້ອງ​ຖິ່ນ ຢູ່​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ລັດ, ໃນ​ນະ​ຄອນກາ​ບູ​ລ​ຂອງ​ອັ​ຟ​ກາ​ນິ​ສ​ຖານ (ວັນ​ທີ 18 ພະ​ຈິກ, 2018)

ປາ​ກົດ​ວ່າ ທ່ານ​ທ​ຣຳ ໄດ້​ໝາຍ​ເຖິງ​ການເຈ​ລະຈາໂດຍ​ກົງ​ຄັ້ງ​ທຳ​ອິດ ທີ່ຜູ້​ຕາງ​ໜ້າ​ພິ​
ເສດ​ຂອງ​ສະ​ຫະ​ລັດ, ທ່ານຊາ​ລ​ເມ ຄາ​ລີ​ລ​ຊາດ (Zalmay Khalilzad) ໄດ້​ໄຂ​ຂຶ້ນ
​ເມື່ອມໍ່ໆມານີ້ ກັບ​ກຸ່ມ​ຕາ​ລີ​ບານ ​ທີ່​ເປັນ​ກຸ່ມກະ​ບົດ​ຕໍ່​ຕ້ານ​ລັດ​ຖະ​ບານ ອັ​ຟ​ກາ​ນິ​ສຖານ
ທີ່​ໄດ້ຮັບ​ການ​ໜຸນ​ຫລັງ​ຈາກວໍ​ຊິງຕັນ​ນັ້ນ​.

"ພວກ​ເຮົາ​ມີ​ການ​ເຈ​ລະຈາທີ່​ດຳ​ເນີນ​ໄປ​ຢູ່. ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ມັນ​ຈະ​ປະ​ສົບ​ຜົນ​ສຳ​ເລັດ
ຫລືບໍ່, ບາງ​ເທື່ອ​ມັນ​ອາດ​ຈະ​ບໍ່​ສຳ​ເລັດ. ໃຜຊິຮູ້? ມັນ​ອາດ​ຈະ​ສຳ​ເລັດ​, ມັນ​ອາດຈະບໍ່
ສຳ​ເລັດ… ບາງ​ທີມັນ​ອາດ​ຈະ​ສຳ​ເລັດ​ຜົນ​, ບາງ​ທີມັນ​ອາດຈະບໍ່ສຳ​ເລັດ​ຜົນ, ແຕ່​ວ່າ
​ພວກ​ເຮົາ​ ກໍ​ໄດ້ມີການ​ເຈ​ລະຈາ​ທີ່​ກຳ​ລັງ​ດຳ​ເນີນ​ໄປ​ຢູ່ໃນ​ຂະ​ນະ​ນີ້ ຢູ່​ໃນອັ​ຟ​ກາ​ນິ​ສຖານ,"
ນັ້ນ​ແມ່ນຄຳ​ເວົ້າຂອງ​ທ່ານ​ທ​ຣຳ ທີ່​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້.

ສະ​ຫະ​ລັດ ແລະ​ພັນ​ທະ​ມິດ​ຂອງ​ຕົນໄດ້​ເຂົ້າ​ບຸກ​ລຸກອັ​ຟ​ກາ​ນິ​ສຖານ ​ໃນ 17 ປີ​ກ່ອນ
ແລະໄດ້​ຍຶດ​ເອົາ​ອຳ​ນາດ​ຈາກ​ກຸ່ມ​ຕາ​ລີ​ບານ ຍ້ອນ​ວ່າ​ກຸ່ມ​ດັ່ງ​ກ່າວ​ໄດ້​ໃຫ້ບ່ອນ​ລີ້​ຊ່ອນ
​ແກ່​ພວກຜູ້​ນຳ​ຂອງ​ເຄື​ອ​ຂ່າຍ ອາ​ລ-ກາ​ອີ​ດາ ທີ່​ຖືກ ຖິ້ມ​ໂທດ​ໃສ່​ວ່າ​ເປັນ​ຜູ້​ວາງ​ແຜນ
​ການ​ໂຈມ​ຕີອາ​ເມ​ຣິ​ກາ​ໃນ​ວັນ​ທີ 11 ເດືອນ 9 ນັ້ນ. ການ​ປະ​ຕິ​ບັດງານ​ທາງ​ທະ​ຫານ
​ຢູ່​ໃນອັ​ຟ​ກາ​ນິ​ສຖານ ໄດ້​ເຮັດ​ໃຫ້​ວໍ​ຊິງ​ຕັນ ໃຊ້​ຈ່າຍ​ເງິນໄປ​ເກືອບ​ຮອດ ພັນ​ຕື້​ໂດລາ
​ແລ້ວ ໃນ​ຂະ​ນະ​ທີ່​ທະ​ຫານ​ອາ​ເມ​ຣິ​ກັນ ຫລາຍກວ່າ 2,400 ຄົນ​ກໍ​ໄດ້​ເສຍ​ຊີ​ວິດໄປ
​ເຊັ່ນ​ກັນ​ຢູ່​ໃນ​ນັ້ນ.

​ນັບ​ແຕ່ນັ້ນ​ມາ ຜູ້​ບັນ​ຊາ​ການ​ສູງ​ສຸດຂອງ​ສະ​ຫະ​ລັດມັກ​ຈະ​ໄປ​ຢ້ຽມ​ຢາມທະ​ຫານ​ຢູ່​ປະ​
ເທດ​ດັ່ງ​ກ່າວ ແລະ​ຂົງ​ເຂດ​ທີ່​ມີ​ສົງ​ຄາມ​ແຫ່ງ​ອື່ນ​ໆ ຢູ່​ໃນ​ໂລກ ແບບບໍ່​ປະ​ກາດ​ໃຫ້​ຮູ້​ລ່ວງ
​ໜ້າເປັນປະ​ຈຳ.

ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ຍັງ​ບໍ່​ທັນ​ໄດ້​ໄປ​ຢ້ຽມ​ຢາມອັ​ຟ​ກາ​ນິ​ສຖານເທື່ອ​ນັບ​ແຕ່ທ່ານ​ ໄດ້​ຂຶ້ນ​
ກຳ​ຕຳ​ແໜ່ງ​ໃນ​ສອງ​ປີ​ກ່ອນ​ເປັນ​ຕົ້ນມາ. ທ່ານບອກ​ພ​ວກ​ທະ​ຫານ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ
"ບາງ​ເທື່ອ ຂ້າ​ພະ​ເຈົ້າ​ອາດ​ຈະ​ໄປ​ຢາມພວກ​ທ່ານ ຢູ່​ທີ່ນັ້ນ​ກໍ​ເປັນ​ໄດ້. ພວກ​ທ່ານບໍ່​ຮູ້ໄດ້
ດອກວ່າ ຈະ​ມີ​ຫຍັງ​ເກີດ​ຂຶ້ນ."

Trump Hints at Possibility of a Visit to Afghanistan
please wait

No media source currently available

0:00 0:02:12 0:00

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG