ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ແລະ ທ່ານ ຊິສຊີ ຈະພະຍາຍາມ ຮ່ວມມືກັນ ຕໍ່ສູ້ກັບລັດທິກໍ່ການຮ້າຍ ອິສລາມ


ປະທານາທິບໍດີ ອີຈິບ ທ່ານ Abdel-Fattah el-Sissi ກ່າວຄຳປາໄສຕໍ່ກອງປະຊຸມຖະແຫຼງຂ່າວຢູ່ທຳນຽບປະທານາ
ທິບໍດີໃນນະຄອນຫຼວງ Cairo, ປະເທດ ອີຈິບ. 2 ມີນາ, 2017.
ປະທານາທິບໍດີ ອີຈິບ ທ່ານ Abdel-Fattah el-Sissi ກ່າວຄຳປາໄສຕໍ່ກອງປະຊຸມຖະແຫຼງຂ່າວຢູ່ທຳນຽບປະທານາ ທິບໍດີໃນນະຄອນຫຼວງ Cairo, ປະເທດ ອີຈິບ. 2 ມີນາ, 2017.

ຄາດວ່າໃນວັນຈັນມື້ອື່ນນີ້ ສະຫະລັດ ກັບ ອີຈິບ ຈະບັນລຸສັນຍາຄວາມຮ່ວມມືໃຫ້ດີຂຶ້ນ
ໃນການຕໍ່ສູ້ກັບພວກຫົວຮຸນແຮງລັດທິກໍ່ການຮ້າຍອິສລາມ ເວລາປະທານາທິບໍດີ ທ່ານ
Abdel Fattah el-Sissi ແຫ່ງ ອີຈິບ ມາຢ້ຽມຢາມປະທານາທິບໍດີ Donald Trump
ທີ່ທຳນຽບຂາວ.

ທ່ານ H.A. Hellyer ເຈົ້າໜ້າທີ່ຜູ້ອາວຸໂສທີ່ສູນກາງ Rafik Hariri ສຳລັບຕາເວັນອອກ
ກາງປະຈຳສະພາ ອັດແລນຕິກ ກ່າວວ່າ “ທັງສອງທ່ານມີຄວາມຮູ້ສຶກເປັນປໍລະປັກ
ຢ່າງໜັກທາງການເມືອງ ກັບລັດທິຫົວຮຸນແຮງອິສລາມ. ທັງສອງທ່ານມອງເຫັນ
ຄວາມປອດໄພກ່ອນອື່ນໝົດ ທັງເປັນບຸລິມະສິດອັນທີສອງ ອັນທີສາມແຫ່ງການ
ເມືອງ.”

ຖະແຫຼງການທີ່ອອກມາລ່ວງໜ້າ ກ່ອນການຢ້ຽມຢາມສະບັບນຶ່ງເວົ້າວ່າ “ສາຍພົວພັນ ຕາມທາງປະຫວັດສາດແລ້ວ ໄດ້ຖືກຊຸກຍູ້ໂດຍຜົນປະໂຫຍດທາງດ້ານຄວາມປອດ
ໄພ ແລະ ນັ້ນກໍຍັງຄົງຈະເປັນສ່ວນປະກອບທີ່ສຳຄັນຢູ່ຕໍ່ໄປຂອງພັນທະດັ່ງກ່າວ.”

ຖະແຫຼງການສະບັບດັ່ງກ່າວ ໄດ້ຍ້ອງຍໍນະໂຍບາຍທີ່ເຂັ້ມແຂງຂອງຂອງຜູ້ນຳ ອິຈິບ
ທ່ານນີ້ ໃນການຕໍ່ສູ້ກັບພວກກໍ່ການຮ້າຍທັງຫຼາຍ ໂດຍເວົ້າວ່າ “ຊິສຊີ ໄດ້ເອົາບາດ ກ້າວຢ່າງເຂັ້ມແຂງໃນບັນຫາທີ່ສຳຄັນສຳຄັນຫຼາຍເລື່ອງມາແລ້ວ ນັບຕັ້ງແຕ່ໄດ້ເປັນ ປະທານາທິບໍດີມາແຕ່ປີ 2014 ເປັນຕົ້ນມາ.”

ພວກນັກວິເຄາະ ແລະ ບັນດານັກຊ່ຽວຊານທັງຫຼາຍທີ່ໄດ້ເວົ້າລົມກັບວີໂອເອເຫັນພ້ອມ
ນຳກັນວ່າ ການພົບປະກັນດັ່ງກ່າວຈະໄດ້ຮັບຜົນສຳເລັດດີ. ມີລາຍງານວ່າ ທັງສອງ
ທ່ານເຂົ້າກັນໄດ້ດີ ເວລາທ່ານ ທຣຳ ເປັນຜູ້ສະໝັກຢູ່ ເວລາຜູ້ນຳ ອິຈິບ ມາຢ້ຽມຢາມໃນ
ເດືອນກັນຍາ ເວລາເພິ່ນມາຮ່ວມກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ. ເມື່ອ
ເວົ້າເຖິງຄວາມເອົາໃຈໃສ່ແບບດຽວກັນ ໃນດ້ານຄວາມປອດໄພແລ້ວເຫັນວ່າ ຈະເປັນ
ຮ່ອງຮອຍທີ່ດີຕໍ່ສາຍພົວພັນໃໝ່ສຳສັບທັງສອງທ່ານນີ້ ຊຶ່ງເຄີຍໄດ້ຮັບຄວາມບອບຊໍ້າ ມາກ່ອນໃນສະໄໝປະທານາທິບໍດີ ໂອບາມາ ນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG