ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ລົງນາມ ໃນດຳລັດຝ່າຍບໍລິຫານສະບັບນຶ່ງ ເມື່ອວັນພະຫັດວານນີ້ ຊຶ່ງທ່ານໄດ້ກ່າວວ່າ ເປັນການແນໃສ່ເພື່ອຄວບຄຸມພວກສື່ສັງຄົມຕ່າງໆ ເຖິງແມ່ນວ່າ ບັນດານັກວິເຄາະທັງຫຼາຍ ບໍ່ເຊື່ອວ່າ ມັນຈະລອດການກວດສອບທາງດ້ານກົດໝາຍໄດ້ຫຼືບໍ່.
ປະທານາທິບໍດີ ໄດ້ກ່າວຕື່ມວ່າ ມາດຕະການຂອງທ່ານນັ້ນ ແມ່ນເພື່ອ “ປົກປ້ອງ ແລະຮັກສາສິດເສລີພາບໃນການສະແດງຄວາມຄິດເຫັນຂອງປະຊາຊົນຊາວອາເມຣິກັນ.”
ທ່ານທຣຳ ໄດ້ໃຫ້ການອະທິບາຍຕໍ່ບັນດານັກຂ່າວ ໃນຫ້ອງການຮູບຊົງໄຂ່ຂອງທຳນຽບຂາວ ຫລື Oval Office ນັ້ນວ່າ ບັນດາບໍລິສັດສື່ສັງຄົມທັງຫຼາຍ ໃນປັດຈຸບັນນີ້ “ມີເຄື່ອງກຳບັງ. ພວກເຂົາເຈົ້າຈະບໍ່ມີເຄື່ອງກຳບັງນັ້ນແລ້ວ” ອັນເປັນຜົນມາຈາກດຳລັດຝ່າຍບໍລິຫານຂອງທ່ານ.
ບໍລິສັດ ທວີດເຕີ້ ໄດ້ອອກຖະແຫລງການສະບັບນຶ່ງ ໃນຕອນແລງວັນພະຫັດວານນີ້ ທີ່ກ່າວວ່າ “ຄຳສັ່ງຝ່າຍບໍລິຫານນີ້ ແມ່ນການສະແດງເຖິງປະຕິກິລິຍາຕອບໂຕ້ ແລະແນວທາງໃນການເຮັດໃຫ້ກາຍເປັນເລື້ອງການເມືອງຕໍ່ກົດໝາຍທີ່ສຳຄັນ…ທີ່ເປັນຄວາມພະຍາຍາມພຽງຝ່າຍດຽວຈະຄ່ອຍໆລົບລ້າງມັນໄປ ຊຶ່ງເປັນໄພຂົ່ມຂູ່ຕໍ່ການສະແດງອອກຄວາມຄິດເຫັນທາງອອນໄລນ໌ ແລະເສລີພາບທາງອິນເຕີແນັດ ໃນອະນາຄົດ.
ຄຳສັ່ງດັ່ງກ່າວແມ່ນຈະຕ້ອງໄດ້ໃຫ້ຄະນະກຳມາທິການດ້ານຄົມມະນາຄົມຂອງລັດຖະບານກາງໃຫ້ຄວາມກະຈ່າງແຈ້ງຕໍ່ພາກສ່ວນນຶ່ງຂອງກົດໝາຍວ່າດ້ວຍ ການສື່ສານທີ່ເໝາະສົມ ຊຶ່ງໂດຍສ່ວນໃຫຍ່ແລ້ວ ໄດ້ຍົກເວັ້ນ ແກ່ບໍລິສັດອອນໄລນ໌ທັງຫຼາຍ ຈາກການຮັບຜິດຊອບໃດໆ ທາງດ້ານກົດໝາຍ ທີ່ກ່ຽວຂ້ອງກັບເນື້ອຫາຂອງພວກຜູ້ຊົມໃຊ້. ມັນຍັງຊີ້ນຳແກ່ຫ້ອງການດ້ານຍຸດທະສາດທາງດີຈີຕອລຂອງທຳນຽບຂາວໃຫ້ໃຊ້ຄວາມພະຍາຍາມຂຶ້ນເປັນສອງເທົ່າໃນການເກັບກຳການຟ້ອງຮ້ອງກ່ຽວກັບການກວດກາທາງອອນໄລນ໌ແລະໃຫ້ຍື່ນການຟ້ອງຮ້ອງເຫຼົ່ານີ້ໄປໃຫ້ຄະະນະກຳມາທິການການຄ້າຂອງລັດຖະບານກາງແລະກະຊວງຍຸຕິທຳ.
ທ່ານປະທານາທິບໍດີ ຢູ່ໃນຫ້ອງການຂອງທ່ານ ໄດ້ກ່າວປະນາມພວກບໍລິສັດສື່ສັງຄົມວ່າ ກາຍເປັນຜູມີອິດທິພົນຫຼາຍຂຶ້ນ ກວ່າພວກໜັງສືພິມແລະພວກອອກອາກາດທັງຫຼາຍ.
ທ່ານທຣຳ ເວົ້າວ່າ “ພວກເຮົາບໍ່ສາມາດປ່ອຍໃຫ້ອັນນີ້ເກີດຂຶ້ນໄດ້ອີກຕໍ່ໄປ. ມັນບໍ່ເປັນທຳແທ້ໆ.”
ຄວາມໂມໂຫໂທໂສຂອງທ່ານປະທານາທິບໍດີ ແມ່ນແນ່ໃສ ໂດຍສະເພາະຕໍ່ບໍລິ ສັດທວີດເຕີ້ ຊຶ່ງເມື່ອຕົ້ນສັບປະດານີ້ ໄດ້ລົງຄຳເຕືອນ ກ່ຽວກັບການກວດຄວາມຖືກຕ້ອງ ຕໍ່ຂໍ້ຄວາມທີ່ຂຽນລົງໃນທວີດເຕີ້ສອງຄັ້ງ ຂອງທ່ານທຣຳ.
ທ່ານທຣຳ ໄດ້ກ່າວເຖິງບໍລິສັດທວີດເຕີ້ວ່າ “ຖ້າມັນສາມາດທີ່ຈະຖືກປິດລົງໄດ້ ທາງດ້ານກົດໝາຍແລ້ວ ຂ້າພະເຈົ້າກໍຈະເຮັດ”