ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ອອກດຳລັດ ອະນຸຍາດ ໃຫ້ຂຸດຄົ້ນບໍ່ນໍ້າມັນ ຢູ່ໃນ ສຫລ


ປະທານາທິບໍດີ ດໍໂນລ ທຣຳ ເອົາບິກທີ່ທ່ານໃຊ້ເຊັນດຳລັດ ນັ້ນ ຍື່ນໃຫ້ແກ່ສະມາຊິກສະພາສູງ ທ່ານນາງ. Lisa Murkowski, ພັກຣີພັບບລິກັນ ຈາກລັດ -Alaska.
ປະທານາທິບໍດີ ດໍໂນລ ທຣຳ ເອົາບິກທີ່ທ່ານໃຊ້ເຊັນດຳລັດ ນັ້ນ ຍື່ນໃຫ້ແກ່ສະມາຊິກສະພາສູງ ທ່ານນາງ. Lisa Murkowski, ພັກຣີພັບບລິກັນ ຈາກລັດ -Alaska.

ປະທານາທິບໍດີ ດໍ​ໂນ​ລ ທຣໍາ ກຳລັງ​ເປີດ​ການ​ຊອກ​ຫາ​ເຂດ​ບໍ່​ນໍ້າມັນທີ່​ປະທານາທິບໍດີ
Barack Obama ​ໄດ້​ປິດ​ລົງນັ້ນ​ຄືນ​ໃໝ່ ຊຶ່ງເປັນການ​ເຄື່ອນ​ໄຫວ​ທີ່​ບັນດາ​ກຸ່ມ​ຮັກສາ
​ສິ່ງ​ແວດ​ລ້ອມໄດ້​ໃຫ້​ຄຳ​ໝັ້ນ​ສັນຍາວ່າ​ຈະ​ຕໍ່ສູ້.

​ໃນດຳ​ລັດ​ທີ່​ວງອອກ​ມາໃນ​ວັນ​ສຸກ​ວານ​ນີ້ ປະທານາທິບໍດີ​ໄດ້​ຕ່າວ​ປິ້ນ ການ​ຕັດສິນ​ໃຈ
​ຂອງ​ລັດຖະບານ Obama ທີ່​ຫ້າມ​ການ​ຂຸດ​ຄົ້ນນໍ້າມັນ ​ແລະຂຸດ​ຄົ້ນ​ແກັສຢູູ່​ໃນ​ເຂດ
ນ່ານນໍ້າຂວ້າ​ໂລກ​ເໜືອ ຢູ່ນອກ​ຝັ່ງທະ​ເລ​ຂອງ​ລັດ Alaska​.

ຄໍາ​ສັ່ງ​ດັ່ງກ່າວຍັງ​ໄດ້​ແນະນຳ​ໃຫ້​ກະຊວງ​ພາຍ​ໃນ​ທົບ​ທວນຄືນ ຂໍ້​ຈຳກັດ​ທີ່​ມີ​ຢູ່ໃນ​ປັດຈຸ
ບັນ ກ່ຽວ​ກັບ​ການ​ພັດທະນາ​ພະລັງງານ​ຢູ່ມະຫາ​ສະ​ມຸດ Atlantic ​ແລະ​ອ່າວ Mexico.
​ນອກ​ນັ້ນ​ແລ້ວ ຍັງ​ໄດ້​ຫ້າມ​ການ​ສ້າງ ຫລືຂະຫຍາຍ​ທີ່​ພັກ​ພາ​ອາ​ໄສ​ຂອງ​ສັດ​ໃນ​ທະ​ເລ ​
ແລະ​ສັ່ງ​ໃຫ້​ທົບທວນຄືນ​ເຂດທີ່​ໄດ້ຮັບການ​ປົກ​ປ້ອງທຸກ​ບ່ອນ ໃນ​ສິບ​ປີ​ຜ່ານ​ມາ.

ຮູບພາບຖານເຈາະນໍ້າມັນທີ່ຊ່ອງແຄບ Santa Barbara ນອກຝັ່ງທະເລ ຂອງເມືອງ Goleta ຂອງລັດ California
ຮູບພາບຖານເຈາະນໍ້າມັນທີ່ຊ່ອງແຄບ Santa Barbara ນອກຝັ່ງທະເລ ຂອງເມືອງ Goleta ຂອງລັດ California

ທຳນຽບຂາວ​ກ່າວ​ວ່າ ​ນໍ້າມັນ​ໃນ​ປະລິມານ 90 ຕື້ຖັງແລະ ອາຍ​ແກັສທຳ​ມະ​ຊາດ 327
​ໂກດ​ຟຸດກ້ອນ ​ແມ່ນ​ຝັງຢູ່​ຕາມ​ແຄມ​ຝັ່ງ​ທະ​ເລ​ສະຫະລັດ ​ແຕ່​ວ່າ 94 ​ເປີ​ເຊັນຂອງ​ຂົງ​ເຂດ​ດັ່ງກ່າວ ​ແມ່ນບໍ່​ໄດ້ຢູ່​ໃນ​ເຂດຫວງ​ຫ້າມ.

ປະທານາທິບໍດີ​ທຣໍາກ່າວ​ຢູ່​ໃນ​ພິທີ່​ລົງ​ນາມ ທີ່​ທຳນຽບຂາວ​ວ່າ “ການ​ເຮັດ​ໃຫ້​ມີ​ຜະລິດ​ຕະພັນພະລັງງານ​ຢູ່່​ນອກ​ຝັ່ງ​ທະ​ເລຄືນ​ອີກ ຈະ​ພາ​ໃຫ້​ລາຄາ​ພະລັງງານ ຫລຸດ​ລົງ, ສ້າງ
ວຽກ​ເຮັດ​ງານ​ທໍາ​ໃໝ່​ທີ່​ນັບ​ບໍ່​ຖ້ວນ ​ແລະ​ເຮັດ​ໃຫ້​ອາ​ເມຣິກາມີ​ຄວາມ ​ປອດ​ໄພໝັ້ນຄົງ​
ກວ່າ ​ແລະບໍ່ຕ້ອງເພິ່​ງພາຕົນ​ເອງ​ໄດ້ຫລາຍຂຶ້ນ​ໃນ ​ດ້ານພະລັງງານ​.” ​

ການເຄື່ອນ​ໄຫວ​ດັ່ງກ່າວ​ເປັນສິ່ງ​ຫ​ລ້າ​ສຸດທີ່ລັດຖະບານ​ທຣໍາເຮັດ​ເພື່ອ​ແນ​ໃສ່ຊຸກຍູ້​ການ​ຜະລິດພະລັງງານ​ຢູ່​ພາຍ​ໃນ ​ແລະເຮັດ​ໃຫ້​ກົດ​ລະບຽບດ້ານສິ່ງ​ແວດ​ລ້ອມໂຍະຍານລົງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG