ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໓ ກຸມພາ ໒໐໒໕

ທ່ານ ທຣໍາ ເຊັນລົງນາມຄໍາສັ່ງຝ່າຍບໍລິຫານ ກ່ຽວກັບ AI, ສະກຸນເງິນຄຣິບໂຕ ລວມທັງເພີ້ມການອະໄພໂທດ


ປະທານາທິບໍດີ ດໍໂນລ ທຣໍາ ຍົກເອກະສານຄໍາສັ່ງຝ່າຍບໍລິຫານ ທີ່ກ່ຽວຂ້ອງກັບ AI ໃນຫ້ອງການຮູບໄຂ່ຂອງທໍານຽບຂາວ, ວັນທີ 23 ມັງກອນ 2025 ໃນນະຄອນຫຼວງວໍຊິລຕັນ.
ປະທານາທິບໍດີ ດໍໂນລ ທຣໍາ ຍົກເອກະສານຄໍາສັ່ງຝ່າຍບໍລິຫານ ທີ່ກ່ຽວຂ້ອງກັບ AI ໃນຫ້ອງການຮູບໄຂ່ຂອງທໍານຽບຂາວ, ວັນທີ 23 ມັງກອນ 2025 ໃນນະຄອນຫຼວງວໍຊິລຕັນ.

ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ເຊັນລົງນາມຄໍາສັ່ງຝ່າຍບໍລິຫານ ທີ່ກ່ຽວຂ້ອງກັບປັນຍາປະດິດ ຫຼື AI ໃນວັນພະຫັດວານນີ້ ເພື່ອ “ເຮັດໃຫ້ອາເມຣິກາເປັນນະຄອນຫຼວງຂອງໂລກ ໃນດ້ານປັນຍາປະດິດ,” ອີງຕາມຜູ້ຊ່ວຍຂອງທ່ານ ທີ່ກ່າວຕໍ່ບັນດານັກຂ່າວໃນຫ້ອງການ ໂອໂວລ (Oval) ຫຼື ຮູບຊົງໄຂ່ ຂອງທໍານຽບຂາວ.

ຄໍາສັ່ງດັ່ງກ່າວ, ໄດ້ກໍານົດຂອບເຂດເວລາ 180 ວັນສໍາລັບແຜນປະຕິບັດງານຂອງປັນຍາປະດິດ ໃນການສ້າງນະໂຍບາຍ “ເພື່ອຮັກສາ ແລະເສີມຂະຫຍາຍຄວາມເປັນຜູ້ນໍາທາງດ້ານ AI ຂອງອາເມຣິກາຢູ່ໃນທົ່ວໂລກ, ເພື່ອສົ່ງເສີມຄວາມຈະເລີນຮຸ່ງເຮືອງຂອງມະນຸດ, ຄວາມສາມາດໃນການແຂ່ງຂັນທາງດ້ານເສດຖະກິດ, ແລະຄວາມໝັ້ນຄົງແຫ່ງຊາດ.”

ທ່ານ ທຣໍາ, ຍັງໄດ້ບອກໃຫ້ທີ່ປຶກສາດ້ານ AI ແລະຜູ້ຊ່ວຍດ້ານຄວາມໝັ້ນຄົງແຫ່ງຊາດຂອງທ່ານ ເຮັດວຽກເພື່ອລຶບລ້າງນະໂຍບາຍ ພ້ອມທັງກົດລະບຽບທີ່ໄດ້ວາງໄວ້ໂດຍອະດີດປະທານາທິບໍດີ ໂຈ ໄບເດັນ ນໍາອີກດ້ວຍ.

ໃນວັນຈັນທີ່ຜ່ານມາ, ທ່ານ ທຣໍາ ໄດ້ທໍາການ​ຍົກ​ເລີກ​ຄຳ​ສັ່ງ​ຝ່າຍບໍລິຫານ ​ປີ 2023 ເຊິ່ງລົງ​ນາມ​ໂດຍ ​ທ່ານ ໄບເດັນ, ທີ່​ພະຍາຍາມ​ຫຼຸດຜ່ອນ​ຄວາມ​ສ່ຽງ​ທີ່​ AI ອາດມີ​ຕໍ່​ບັນດາ ຜູ້​ບໍລິ​ໂພ​ກ, ພະນັກ​ງານ ​ແລະ ຕໍ່ຄວາມ​ໝັ້ນຄົງຂອງ​ແຫ່ງ​ຊາດ.

ຄໍາສັ່ງຂອງ ທ່ານ ໄບເດັນ ຮຽກຮ້ອງໃຫ້ຜູ້ພັດທະນາລະບົບ AI ທີ່ອາດມີຄວາມສ່ຽງຕໍ່ຄວາມໝັ້ນຄົງແຫ່ງຊາດ, ເສດຖະກິດ, ສາທາລະນະສຸກ ຫຼື ຄວາມປອດໄພຂອງ ສະຫະລັດ ນັ້ນ, ຕ້ອງແຈ້ງໃຫ້ຊາບຜົນຂອງການທົດລອງດ້ານຄວາມປອດໄພກັບ ລັດຖະບານ ສະຫະລັດ, ໂດຍໃຫ້ສອດຄ່ອງກັບລັດຖະທໍາມະນູນວ່າດ້ວຍການຜະລິດໃນດ້ານການປ້ອງກັນປະເທດ, ກ່ອນທີ່ພວກມັນຈະຖືກເຜີຍແຜ່ຕໍ່ສາທາລະນະ.

ທ່ານ ທຣໍາ ຍັງໄດ້ລົງນາມໃນຄໍາສັ່ງຝ່າຍບໍລິຫານ ເພື່ອສ້າງຕັ້ງກຸ່ມເຮັດວຽກທາງດ້ານສະກຸນເງິນ Crypto ທີ່ມີໜ້າທີ່ໃນຂອບເຂດຂອງກົດລະບຽບໃໝ່ ສໍາລັບຊັບສິນດິຈິຕອນ ແລະການສໍາຫຼວດໃນການສ້າງຄັງສະກຸນເງິນ Crypto.

ມາດຕະການທີ່ໄດ້ຖືກຄາດການໄວ້ຢ່າງຫຼວງຫຼາຍນີ້ ຍັງໄດ້ສັ່ງໃຫ້ມີການປົກປ້ອງ ພວກບໍລິສັດທີ່ໃຫ້ບໍລິການດ້ານການທະນາຄານສໍາລັບເງິນ Crypto, ແລະຫ້າມການສ້າງສະກຸນເງິນ Crypto ຂອງທະນາຄານກາງ ທີ່ສາມາດແຂ່ງຂັນກັບສະກຸນເງິນ Crypto ຕ່າງໆທີ່ມີຢູ່ແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG