ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ລົງນາມ ໃນດຳລັດ ສະບັບທຳອິດ ກ່ຽວກັບ ໂອບາມາແຄ


ປະທານາທິບໍດີ ດໍໂນລ ທຣຳ ລົງໃນໃນດຳລັດ ສະບັບທຳອິດ ທີ່ທຳນຽບຂາວ
ປະທານາທິບໍດີ ດໍໂນລ ທຣຳ ລົງໃນໃນດຳລັດ ສະບັບທຳອິດ ທີ່ທຳນຽບຂາວ

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ລົງ​ນາມ​ໃນ​ດຳລັດ​ຂອງ​ຝ່າຍ​ບໍລິຫານ​ສະ ບັບທຳ​ອິດ​ໃນ​ວັນ​ສຸກ​ວານ​ນີ້ ບໍ່​ດົນ​ຫລັງ​ຈາກ​ໄດ້​ສາບານ​ໂຕ​ເຂົ້າຮັບຕຳ​ແໜ່​ງ ​ເປັນ​ປະທາ​ນາ​ທິບໍດີ​ຄົນທີ 45 ຂອງ​ສະຫະລັດ ​ໂດຍ​ມີ​ຄຳ​ສັ່ງ​ໃຫ້​ທຸກພະ​ແນ​ກການ ​ຂອງ​ລັດຖະບານ​ກາງ ໃຊ້ໜ້ອຍລົງ​ລະບຽບ​ການຕ່າງໆ ທີ່​ພົວພັນ​ກັບ​ ກົດໝາຍ​ປະກັນ​ໄພ​ສຸຂະພາບ​ຂອງ​ອະດີດ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ.

ທ່ານ​ທຣຳ ​ໄດ້​ລົງ​ນາມ​ໃນ​ດຳລັດ​ດັ່ງກ່າວ ​ໃນ​ວັນ​ສຸກ​ວານ​ນີ້ ​ທີ່​ຫ້ອງການ​ ຂອງ​ປະທານາ ທິບໍດີຢູ່​ທຳນຽບຂາວຊ້ອງ​ໜ້າ​ຮອງ​ປະທານາທິບໍດີ Mike Pence ​ແລະ​ຫົວໜ້າ​ທີ່​ປຶກສາ​ປະຈຳ​ທຳນຽບຂາວທ່ານ Reince Priebus ທີ່​ກ່າວ​ວ່າ ດຳ​ລັດ​ສະບັບນີ້ ​ແມ່ນ​ແນ​ໃສ່ “ເພື່ອ​ຫລຸດຜ່ອນຜົນ​ກະທົບ​ໃນ​ດ້ານ​ເສດຖະກິດ​ ໃຫ້ໜ້ອຍ​ທີ່​ສຸດ” ຂອງ​ກົດໝາຍ​ຮັກສາ​ສຸຂະພາບ​ລາຄາ​ຖືກ​ສະບັບ​ປີ 2010 ທີ່ຮູ້​ກັນ​ຢ່າງ​ກວ້າງຂວາງ​ໃນ​ຊື່ ​Obamacare.

ປະທານາທິບໍດີ ດໍໂນລ ທຣຳ ພ້ອມດ້ວຍ ພວກຜູ້ນຳ ລັດຖະສະພາ ແລະຄອບຄົວຂອງທ່ານ ຂະນະທີ່ທ່ານ ລົງນາມ ຢ່າງເປັນທາງການ ໃນການແຕ່ງຕັ້ງ ຄະນະລັດຖະບານ ທີ່ສະພາສູງ ສຫລ
ປະທານາທິບໍດີ ດໍໂນລ ທຣຳ ພ້ອມດ້ວຍ ພວກຜູ້ນຳ ລັດຖະສະພາ ແລະຄອບຄົວຂອງທ່ານ ຂະນະທີ່ທ່ານ ລົງນາມ ຢ່າງເປັນທາງການ ໃນການແຕ່ງຕັ້ງ ຄະນະລັດຖະບານ ທີ່ສະພາສູງ ສຫລ

ທ່ານ​ທຣຳ​ ແມ່ນ​ຄັດຄ້ານ​ຕໍ່​ກົດໝາຍ​ຮັກສາ​ສຸຂະພາບຕະຫລອດ​ການ​ໂຄສະນາຫາ​ສຽງ​ຂອງ​ທ່ານ ​ແລະ​ໄດ້​ປະກາດຫຼາຍໆ​ຄັ້ງ​ວ່າ ຈະ​ຍົກ​ເລີກ​ແລະ​ທົດ​ແທນ​ກົດໝາຍ​ນີ້.

ບໍ່​ມີ​ການ​ໃຫ້​ລາຍ​ລະອຽດ​ຫຍັງ​ຕື່ມ​ກ່ຽວ​ກັບ​ວ່າ​ດຳລັດ​ສະບັບ​ນີ້ມີ​ເນື້ອ​ໄນ​ຫຍັງ​ແດ່.

ນອກ​ນັ້ນ ທ່ານ​ທຣຳ ຍັງ​ໄດ້​ລົງ​ນາມ ຢ່າງ​ເປັນ​ທາງ​ການ​ ມອບໜ້າ​ທີ່​ໃຫ້​ແກ່ ທ່ານ James Mattis ​ລັດຖະມົນຕີ​ກະຊວງປ້ອງ​ກັນ​ປະ​ເທດ​ຄົນ​ໃໝ່ແລະ​ທ່ານ John Kelly ລັດຖະມົນ ຕີ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນທີ່​ຫາ​ກໍ​ໄດ້​ຮັບ​ການຢືນຢັນ​ຈາກ​ສະພາ​ສູງ.

ປະທານາທິບໍດີ​ຄົນ​ໃໝ່ ຍັງ​ໄດ້​ຖະ​ແຫຼງ​ເປັນ​ເວລາ​ສັ້ນໆຕໍ່ພວກ​ນັກ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ປະຈຳວັນ ​ໃນ​ມື້ວານ​ນີ້ ​ໂດຍ​ເວົ້າວ່າ “ຫຍຸ້ງ​ຫລາຍ​ແຕ່​ກໍ​ດີ. ມັນ​ເປັນ​ມື້ທີ່​ສວຍ​ງາມ.”

ຕໍ່​ມາ ທ່ານ Pence ກໍ​ໄດ້​ເຮັດ​ພິທີ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ ຂອງ​ທ່ານ Mattis ​ແລະ​ທ່ານ Kelly ທີ່​ຈັດ​ຂຶ້ນຕ່າງຫາກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG