ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສ​ຫລ ເສີມ​ສ້າງ ລະ​ບົບ​ປ້ອງ​ກັນ ການ​ໂຈມ​ຕີ ທາງ​ໄຊ​ເບີ້ ຕໍ່​ພື້ນ​ຖານ​ໂຄງ​ລ່າງ


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຍົກ​ປາກ​ກາ​ຂຶ້ນ ໃນ​ລະ​ຫວ່າງ ພິ​ທີ​ລົງ​ນາມ ໃນ​ຮ່າງ​ກົດໝາຍ ສ້າງ​ຕັ້ງ​ອົງ​ການ​ຄຸ້ມ​ຄອງ ຄວາມ​ໝັ້ນ​ຄົງ ທາງ​ໄຊ​ເບີ້ ແລະ​ໂຄງ​ລ່າງ​ພື້ນ​ຖານ ທີ່​ທຳ​ນຽ​ຂາວ. (ວັນ​ທີ 16 ພະ​ຈິກ 2018)
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຍົກ​ປາກ​ກາ​ຂຶ້ນ ໃນ​ລະ​ຫວ່າງ ພິ​ທີ​ລົງ​ນາມ ໃນ​ຮ່າງ​ກົດໝາຍ ສ້າງ​ຕັ້ງ​ອົງ​ການ​ຄຸ້ມ​ຄອງ ຄວາມ​ໝັ້ນ​ຄົງ ທາງ​ໄຊ​ເບີ້ ແລະ​ໂຄງ​ລ່າງ​ພື້ນ​ຖານ ທີ່​ທຳ​ນຽ​ຂາວ. (ວັນ​ທີ 16 ພະ​ຈິກ 2018)

ສະ​ຫະ​ລັດ​ພວມ​ດຳ​ເນີນການ​ຕໍ່​ໄປໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເສີມ​ສ້າງ​ຄວາມ​ເຂັ້ມ​ ແຂງ​ໃຫ້​ແກ່​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນເພື່ອ​ປ້ອງ​ກັນການ​ໂຈມ​ຕີ​ທາງ​ໄຊ​ເບີ້ ຈາກ ​ຕ່າງ​ປະເທດ​ແລະ​ກຸ່ມ​ອາ​ຊະ​ຍາ​ກອນ​ຕ່າງໆ.

ໃນ​ວັນ​ສຸກວານນີ້ ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ ໄດ້​ລົງ​ນາມ ​ໃນ​ຮ່າງ​ກົດ​ໝາຍ​ສ້າງຕັ້ງ​ອົງ​ການ​ຄຸ້ມ​ຄອງ​ ຄວາມ​ໝັ້ນ​ຄົງ ແລະ​ພື້ນ​ຖານ​ໂຄງ​ລ່າງ​ທາງ​ດ້ານ​ໄຊ​ເບີ້ທີ່​ເອີ້ນ​ຫຍໍ້​ວ່າ CISA ທີ່​ສັງ​ກັດ​ຢູ່​ໃນ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງສະ​ຫະ​ລັດ. ອົງ​ການ​ໃໝ່​ດັ່ງ​ກ່າວ ຈະ​ເປັນ​ຜູ້​ຮັບ​ຜິດ​ຊອບ ໃນ​ການ​ຊ່ວຍ​ປົກ​ປ້ອງຄຸ້ມ​ຄອງ​ລະ​ບົບ​ທີ່​ສຳ​ຄັນ​ຕ່າງໆ ນັບ​ແຕ່​ລະ​ບົບ​ສາຍ​ໄຟ​ຟ້າ ​ຂອງ​ປະ​ເທດ ໄປ​ຫາພື້ນ​ຖານ​ໂຄງ​ລ່າງໃນ​ການ​ເລືອກ​ຕັ້ງ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ໃນ​ພິ​ທີ ທີ່​ຈັດ​ຂຶ້ນ​ຢູ່​ທຳ​ນຽບ​ຂາວ ຊຶ່ງ​ມີ​ລັດ​ຖະ​ມົນ​ຕີ​ກະຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ ​ຂອງສະ​ຫະ​ລັດ​ ທ່ານ​ນາງ​ເຄີ​ຣ​ສ​ເຈັນ ນຽ​ລ​ສັນແລະ​ສະ​ມາ​ຊິກ​ສະ​ພາ​ຈຳ​ນວນ​ນຶ່ງ​ໄປ​ຮ່ວມ ໂດຍ​ເວົ້າ​ວ່າ “ນີ້​ແມ່ນ​ມີ​ຄວາມ​ສຳ​ຄັນ​ຫຼາຍ ໃນ​ສິ່ງ​ທີ່​ພວກ​ເຮົາ​ກຳ​ລັງ​ເຮັດ​ຢູ່​ໃນ​ເວ​ລານີ້.”

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຕື່ມ​ວ່າ “ໃນ​ທຸກມື້ນີ້ ພວກ​ສັດ​ຕູ​ຂອງ​ອາ​ເມ​ຣິ​ກາກຳ​ລັງທົດ​ສອບ​ລະ​ບົບ​ປ້ອງ​ກັນ​ທາງ​ດ້ານ​ໄຊ​ເບີ້​ຂອງ​ພວກ​ເຮົາ. ພວກ​ເຂົາ​ພະ​ຍາ​ຍາມ​ທີ່ຈະ​ເຂົ້າ​ໄປ​ໃນ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ສຳ​ຄັນ​ຕ່າງໆ​ຂອງ​ພວກ​ເຮົາ ສວຍ​ໃຊ້​ບັນ​ດາ​ບໍລິ​ສັດ​ທີ່​ຍິ່ງ​ໃຫຍ່​ຂອງ​ພວກ​ເຮົາ ແລະ​ບ່ອນ​ທຳ​ລາຍ ​ຕໍ່​ແນວ​ທາງ​ການ​ດຳ​ລົງ​ຊີ​ວິດຂອງ​ພວກ​ເຮົາທັງ​ໝົດ ແລະ​ພວກ​ເຮົາ​ບໍ່​ສາ​ມາດ​ທີ່​ຈະ​ປ່ອຍ​ໃຫ້​ມັນ​ເກີດ​ຂຶ້ນ​ໄດ້.”

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ອົງ​ການ​ທີ່​ຫາ​ກໍ​ສ້າງ​ຕັ້ງ​ຂຶ້ນ​ມານີ້ ຈະ​ຈັດ​ຕັ້ງ​ລະ​ບຽບ​ການ​ໃໝ່​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ກຳ​ລັງ​ດຳ​ເນີນ​ຢູ່ໃນ​ຫຼາຍໆ​ຂົງ​ເຂດ ແລະ​ຈະ​ຍື່ນ​ມື​ໄປ​ຫາບັນ​ດາ​ບໍ​ລິ​ສັດ​ເອກ​ກະ​ຊົນ ແລະ​ອຸດ​ສາ​ຫະ​ກຳ​ຕ່າງໆ ຊຶ່ງ​ປະ​ກອບ​ເຂົ້າເປັນພາກ​ສ່ວນ​ສຳ​ຄັນ​ທາງ​ດ້ານ​ເທັກ​ນິກ​ແລະ​ກະ​ດູກ​ສັນ​ຫຼັງຂອງ​ປະ​ເທດ.

ຫຼາຍໆ​ຄົນ​ກ່າວ​ວ່າ ການ​ສ້າງ​ຕັ້ງ​ອົງ​ໃໝ່​ນີ້​ ຄວນ​ມີ​ມາ​ແຕ່​ດົນ​ແລ້ວ.

ທ່ານ​ນາງ​ນຽ​ລ​ສັນ ກ່າວ​ໃນ​ເວ​ລາ​ຕໍ່​ມາ ເມື່ອ​ວັນ​ສຸກວານນີ້ ໂດຍ​ໄດ້​ຊົມ​ເຊີຍ​ການສ້າງ​ຕັ້ງ​ອົງ​ການ​ໃໝ່ ຢູ່​ໃນ​ຄຳ​ປາ​ໄສຕໍ່​ສະ​ພາ​ການ​ຄ້າ​ສະ​ຫະ​ລັດ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ວ່າ “ໄພ​ຂົ່ມ​ຂູ່​ທີ່​ພວກ​ເຮົາ​ປະ​ເຊີນ​ຢູ່​ໃນ​ທຸກມື້ນີ້ ແມ່ນປະ​ກອບ​ດ້ວຍ​ຫຼາຍພາກ​ສ່ວນ ແລະ​ສັດ​ຕູ​ຂອງ​ພວກ​ເຮົາ​ແມ່ນ​ປັບ​ໂຕ​ຢູ່​ເລື້ອຍໆ.”

ທ່ານ​ນາງ​ນຽ​ລ​ສັນ ກ່າວ​ຕື່ມ​ວ່າ “ປະ​ເທດ​ຕ່າງໆ​ເຊັ່ນ​ວ່າ​ຣັດ​ເຊຍ ເກົາ​ຫຼີ​ເໜືອ ອີຣ່ານ ແລະ​ຈີນ ຕ່າງ​ກໍ​ໄດ້​ພະ​ຍາ​ຍາມ​ໃນ​ໄລ​ຍະ​ຍາວເພື່ອ​ບັນ​ທອນ​ພື້ນ​ຖ່ານ​ໂຄງລ່າງ​ທີ່​ສຳ​ຄັນໆ​ຂອງ​ພວກ​ເຮົາ. ຄວາມ​ສ່ຽງ​ທີ່​ຈະ​ຖືກ​ລົບ​ກວນຢ່າງວ່ອງ​ໄວ ແລະຮ້າຍ​ແຮງ​ຢູ່​ໃນ​ທຸກໆ​ພາກ​ສ່ວນ​ຂອງ​ເສດ​ຖະ​ກິດ​ແລະ​ອຸດ​ສາ​ຫະ​ກຳ ຢູ່​ໃນ​ຫຼາຍໆທະ​ວີບນັ້ນ ບໍ່​ແມ່ນ​ເປັນ​ພຽງ​ແຕ່ສົມ​ມຸດຖານ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG