ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ​ ​ສັນຍາ​ ຈະ​ເຮັດ​ໃຫ້ ມີຄວາມ​ປອດໄພ ​ຢູ່​ໃນ​ໂຮງຮຽນ ເພີ້ມຂຶ້ນ ແຕ່ບໍ່ເວົ້າເຖິງ ການຄວບຄຸມປືນ


ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວຄຳປາໄສ ກ່ຽວກັບການສັງຫານໝູ່ ຢູ່ໂຮງຮຽນ ມັດທະຍົມປາຍແຫ່ງນຶ່ງ ໃນເຂດພາກໃຕ້ຂອງລັດຟລໍຣີດາ ຢູ່ທໍານຽບຂາວ ໃນ​ວັນ​ພະຫັດ ທີ 15 ກຸມພາ, 2018.
ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວຄຳປາໄສ ກ່ຽວກັບການສັງຫານໝູ່ ຢູ່ໂຮງຮຽນ ມັດທະຍົມປາຍແຫ່ງນຶ່ງ ໃນເຂດພາກໃຕ້ຂອງລັດຟລໍຣີດາ ຢູ່ທໍານຽບຂາວ ໃນ​ວັນ​ພະຫັດ ທີ 15 ກຸມພາ, 2018.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ​ ໃນ​ວັນ​ພະຫັດ​ວານ​ນີ້ ​ໃຫ້​ສັນຍາ​ວ່າ ຈະ
"ຈັດການ​ກັບ​ບັນຫາ​ຫຍຸ້ງຍາກ​ດ້ານ​ສຸຂະພາບ​ທາງ​ຈິດໃຈ," ​ແລະ​ເຮັດ​ໃຫ້​ມີຄວາມ​ປອດ​
ໄພ​ຢູ່​ໃນ​ໂຮງຮຽນ​ແມ່ນ "​ເປັນ​ບູລິ​ມະ​ສິດ​ສູງ​ສຸດຂອງ​ພວກ​ເຮົາ." ​ແຕ່​ທ່ານ​ໄດ້​ເຮັດ​ໃຫ້
ພວກ​ສະໜັບສະໜຸນ​ ໃຫ້​ມີ​ການ​ຄວບ​ຄຸມ​ປືນທີ່​ອຽງຊ້າຍບໍ່ພໍ​ໃຈ ​ເພາະ​ທ່ານ​ບໍ່​ໄດ້​ກ່າວ​
ເຖິງ​ບັນຫາ​ໃນ​ເວລາ​ທີ່​ກ່າວ​ຄໍາຄິດເຫັນ​ຕໍ່ການ​ສັງຫານໝູ່ ​ຢູ່​ໃນ​ໂຮງຮຽນອາ​ເມຣິກັນ​ໃນ​
ຄັ້ງຫລ້າ​ສຸດ​ນີ້.

ນຶ່ງວັນພາຍຫລັງ​ທີ່​ຊາຍ​ອາຍຸ 19 ປີ​ຄົນ​ນຶ່ງ​ໄດ້​ສັງຫານ​ຢ່າງໜ້ອຍ 17 ຄົນ ດ້ວຍ​ປືນ​ເຄິ່ງ
ອັດຕະ​ໂນ​ມັດ​ທີ່​ມີ​ພະລັງ​ສູງຢູ່​ໃນ​ໂຮງຮຽນມັດທະຍົມ​ປາຍມາ​ໂຈຣີ ສະ​ຕອນ​ແມນ ດັກ​
ກຣາສ (Marjory Stoneman Douglas) ​ໃນ​ເຂດເມືອງ​ໂບຣວາດ (Broward), ລັດ
​ຟລໍຣີດາ, ນັ້ນ ທ່ານ​ທຣໍາ​ໄດ້​ຮັບ​ຮູ້​ວ່າ ທ່ານ​ໄດ້​ກ່າວເຖິງ "ປະ​ເທດ​ທີ່​ເຕັມ​ໄປດ້ວຍ​ຄວາມ​ເສົ້າສະຫລົດ​ໃຈ." ທ່ານ​ຍັງ​ໄດ້​ປະກາດ​ອີກ​ວ່າ ທ່ານ​ຈະ​ໄປ​ຢ້ຽມ ຢາມ​ປະຊາ​ຄົມ
Parkland ທີ່ຢູ່ໃກ້ໆກັບເຂດອະນຸລັກ Everglades ຂອງ​ລັດ​ຟລໍຣິດາ ​ໃນ​ໄວໆນີ້ ​ເພື່ອ
​ໄປ​ພົບ​ກັບ​ຄອບຄົວ​ຂອງ​ຜູ້​ໄດ້​ຮັບ​ເຄາະຮ້າຍ ​ແລະ ​ເຈົ້າໜ້າທີ່ໃນທ້ອງ​ຖິ່ນ​ນັ້ນ.

​ໃນ​ການ​ໃຊ້​ພາກສ່ວນ​ນຶ່ງ​ໃນ​ການ​ກ່າວ​ຄໍາ​ປາ​ໃສ​ແບບ​ສັ້ນໆ ຕໍ່ປວງ​ຊົນ ​ໂດຍ​ຜ່ານ​ທາງ​
ໂທລະພາບ​ ທີ່ “​ແນ​ໃສ່​ບັນດາເດັກນ້ອຍ​ໃນ​ອາ​ເມຣິກາ” ນັ້ນ ທ່ານ​ປະທານາທິບໍດີ​ໄດ້​
ບອກ​ພວກ​ເຂົາ​ເຈົ້າວ່າ "ຖ້າ​ທ່ານ​ຫາກ​ຕ້ອງການ​ຄວາມ​ຊ່ວຍ​ເຫລືອ ​ໃຫ້​ຫັນ​ໜ້າໄປ​ຫາ​
ນາຍຄູ, ສະມາຊິກ​ໃນ​ຄອບຄົວ, ​ໄປຫາ​ເຈົ້າໜ້າທີ່​ໃນ​ທ້ອງ​ຖິ່ນ ຫຼື​ຜູ້ນຳທາງ​ສາສະໜາ."

ທ່ານ​ໄດ້​ຮຽກຮ້ອງ​ໃຫ້​ຊາວ​ອາ​ເມຣິກັນ​ທັງຫລາຍເຮັດ​ວຽກຮ່ວມ​ກັນ​ເພື່ອ​ປ່ຽນ​ແປງ​ວັດທະ
ນະ​ທໍາ​ໃຫ້ກາຍ​ເປັນວັດທະນະ​ທໍາ "ທີ່ເຫັນ​ຄຸນຄ່າ​ຂອງ​ການ​ເກີດມາ​ເປັນ​ຄົນ, ທີ່ສ້າງ​ໃຫ້​
ມີ​ຄວາມ​ຜູກ​ພັນ​ກັນ​ລະຫວ່າງ​ມະນຸດ​ຢ່າງເລິກ​ເຊິ່ງແລະ​ມີ​ຄວາມໝາຍ ​ແລະ​ທີ່​ຫັນ​ເອົາ
​ເພື່ອນ​ຮ່ວມ​ຫ້ອງ​ຮຽນ ​ແລະ​ເພື່ອນ​ຮ່ວມ​ງານ ​ໄປ​ເປັນ​ເພື່ອນ ​ແລະເພື່ອນຢູ່​ໃກ້​ບ້ານດຽວກັນ."

ພາຍຫລັງ​ທີ່​ທ່ານ​ທຣໍາ​ໄດ້​ກ່າວ​ຈົບລົງ, ນັກ​ຂ່າວ​ຜູ້​ນຶ່ງຊຶ່ງ​ຢູ່​ໃນ​ຈໍານວນ​ນັກ​ຂ່າວບໍ່ພໍ​ເທົ່າ​ໃດ
​ຄົນ ທີ່​ໄດ້ຮັບ​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນ​ຫ້ອງການ​ທູດ​ຂອງ​ທໍານຽບຂາວ​ເພື່ອ​ເບິ່ງ​ການ​ກ່າວ
​ຄໍາ​ປາ​ໄສ​ຂອງ​ທ່ານ​ນັ້ນ ຖາມ​ທ່ານ​ວ່າ "ທ່ານ​ຈະ​ເຮັດ​ອັນ​ໃດ​ອັນ​ນຶ່ງ​ບໍ ກ່ຽວກັບ​ເລື່ອງ​ປືນ?"

ທ່ານ​ປະທານາທິບໍດີ ຊຶ່ງພວກ​ສະໜັບສະໜຸນຫຼັກຫຼາຍໆຄົນ ຄິດ​ວ່າການ​ມີ​ປືນໄດ້ແບບ
ບໍ່ມີ​ຂອບ​ເຂດ​ຈໍາ​ກັດ ​ແມ່ນ​ສິດ​ທີ່​ຖືກຕ້ອງ​ຕາມ​ລັດຖະທໍາ​ມະນູນ​ນັ້ນ ໄດ້​ຍ່າງ​ອອກຈາກ​
ຫ້ອງ​ໄປ ​ໂດຍ​ບໍ່​ໄດ້​ຕອບ​ຄໍາ​ຖາມ​ແຕ່​ຢ່າງ​ໃດ​ເລີຍ. ​ແຕ່​ວ່າ ຄວາມ​ມິດ​ງຽບຂອງ​ທ່ານ ບໍ່
​ໄດ້ເຮັດ​ໃຫ້ການ​ຖົກຖຽງກັນ​ກ່ຽວກັບ​ກົດໝາຍ​ໃນ​ການ​ຖື​ປືນ​ຂອງ​ອາ​ເມຣິກາ ທີ່ນອງ​ນັນ​ຂຶ້ນພາຍຫລັງ​ທີ່​ມີ​ການ​ສັງຫານໝູ່ທຸກ​ເທື່ອ​ນັ້ນ ສະຫງົບ​ງຽບລົງ​ໄດ້. ​ໃນ​ຮອບ​ນຶ່ງ​ທົດ​ສະ​ວັດ
​ຜ່ານ​ມາ ມີ​ການ​ໂຈມ​ຕີ ທີ່​ເປັນອັນຕະລາຍ​ຮ້າຍ​ແຮງ​ແບບ​ນັ້ນ 19 ຄັ້ງ​ແລ້ວ.

ທ່ານ ​ໄມ​ໂຄລ ສະ​ມິ​ດທ໌ (Michael Smith) II, ນັກຄົ້ນຄວ້າ​ດ້ານ​ຄວາມໝັ້ນຄົງ​ສາກົນ ທີ່
ສະ​ຖາ​ບັນຄົ້ນຄວ້າ New America ທີ່​ເປັນສະ​ຖາ​ບັນ​ລວມຂອງ​ສອງພັກກ່າວ​ຕໍ່ VOA
ວ່າ "ນີ້​ເປັນ​ໂອກາດ​ດີ ທີ່ທ່ານ​ປະທາ​ນາ​ທິບໍດີ ຈະ​ເລີ້ມການ​ສົນທະນາ​ກ່ຽວກັບ​ຄວາມ​
ຕ້ອງການ ປ່ຽນລະບຽບການ​ຕ່າງໆ ທີ່​ກໍານົດ​ວ່າ ​ອົງການ​ລັດຖະບານ​ກາງ ​ແລະ​ເຈົ້າ
ໜ້າທີ່​ໃນ​ທ້ອງ​ຖິ່ນ​ ສາມາດ​ທີ່​ຈະ​ໃຊ້​ຂໍ້​ມູນ​ທີ່​ກ່ຽວຂ້ອງ​ກັບ​ການ​ນາບ​ຂູ່ທີ່​ບຸກຄົນ​ທີ່​ມີ​ບັນຫາອາດສ້າງ​ຂຶ້ນຕໍ່ຄວາມປອດ​ໄພ​ຂອງ​ສ່ວນ​ລວມ. ທ່ານ​ປະທານາທິບໍດີ ​ໄດ້​ພາດ
​ໂອກາດ​ດັ່ງກ່າວໄປ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ

Florida mass shooting
please wait
Embed

No media source currently available

0:00 0:01:40 0:00

XS
SM
MD
LG