ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ກ່າວອ້າງເຖິງ ທິດສະດີການສົມຮູ້ຮ່ວມຄິດ ກ່ຽວກັບ ຜູ້ປະທ້ວງ ທີ່ຖືກຕຳຫຼວດ ຍູ້ລົ້ມລົງຫົວຟາດພື້ນ


ທ່ານມາຣຕິນ ກູຈີໂນ ລົ້ມລົງພື້ນໂດຍບໍ່ເໜັງຕີງ ຫຼັງຈາກທີ່ລາວຖືກຊຸກໂດຍຕຳຫຼວດເມືອງບັບຟາໂລ ຂອງລັດນິວຢອກ 2 ຄົນ ໃນລະຫວ່າງການປະທ້ວງຕໍ່ຕ້ານການຕາຍຂອງທ້າວຈອຣຈ໌ ຟຣອຍດ໌ ໃນເມືອງມິນເນອາໂປລິສ ໂດຍການຄຸມໂຕຂອງຕຳຫຼວດ, ເມືອງບັບໂຟໂລ ລັດນິວຢອກ.
ທ່ານມາຣຕິນ ກູຈີໂນ ລົ້ມລົງພື້ນໂດຍບໍ່ເໜັງຕີງ ຫຼັງຈາກທີ່ລາວຖືກຊຸກໂດຍຕຳຫຼວດເມືອງບັບຟາໂລ ຂອງລັດນິວຢອກ 2 ຄົນ ໃນລະຫວ່າງການປະທ້ວງຕໍ່ຕ້ານການຕາຍຂອງທ້າວຈອຣຈ໌ ຟຣອຍດ໌ ໃນເມືອງມິນເນອາໂປລິສ ໂດຍການຄຸມໂຕຂອງຕຳຫຼວດ, ເມືອງບັບໂຟໂລ ລັດນິວຢອກ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນວັນອັງຄານວານນີ້ ໄດ້ເວົ້າສູ່ຟັງເລື້ອງທິດສະດີການສົມຮູ້ຮ່ວມຄິດທີ່ບໍ່ມີມູນຄວາມຈິງ ໂດຍສະເໜີວ່າ ຄົນປະທ້ວງຜູ້ເຖົ້າທີ່ຕຳຫຼວດໄດ້ຊຸກລົ້ມລົງພື້ນເມື່ອອາທິດແລ້ວນີ້ ໃນເມືອງບັບຟາໂລຂອງລັດນິວຢອກນັ້ນ ອາດເປັນພວກຕໍ່ຕ້ານຜະເດັດການ “ຜູ້ຫາເລື້ອງເກາະຜິດ” ທີ່ພະຍາຍາມຈະລົບກວນການສື່ສານຂອງຕຳຫຼວດ.

ຢູ່ໃນທວີດເຕີ້ ທ່ານທຣຳ ໄດ້ກ່າວຢ້ຳເຖິງເຫດການໃນແບບສະບັບຂອງເພິ່ນ ທີ່ໄດ້ຖ່າຍທອດຜ່ານເຄືອຂ່າຍອົງການຂ່າວອາເມຣິກາດຽວ ຫຼື OANN ທີ່ສະໜັບສະໜຸນທ່ານທຣຳ. ທ່ານທຣຳ ເວົ້າວ່າ “ຜູ້ປະທ້ວງໃນເມືອງບັບຟາໂລທີ່ຖືກຕຳ ຫຼວດຊຸກ ອາດເປັນຜູ້ຫາເລື້ອງເກາະຜິດ ຈາກກຸ່ມ ANTIFA ທ່ານມາຕິນ ກູຈີໂນ ອາຍຸ 75 ປີ ໄດ້ຖືກຍູ້ອອກໄປຫຼັງຈາກທີ່ປາກົດວ່າ ກຳລັງສະແກນເຄື່ອງສື່ສານຂອງຕຳຫຼວດ ເພື່ອທີ່ຈະປິດເຄື່ອງນັ້ນ.”

ທ່ານທຣຳ ໄດ້ກ່າວຕື່ມວ່າ “ຂ້າພະເຈົ້າໄດ້ເບິ່ງ ລາວລົ້ມລົງແຮງກວ່າຖືກຍູ້. ໄດ້ແນເຄື່ອງສະແກນ. ອາດເປັນການຈັດສາກກໍເປັນໄດ້ໃດ?”

ທະນາຍຄວາມຂອງທ່ານກູຈີໂນ ຜູ້ທີ່ຍັງໄດ້ຮັບການປິ່ນປົວໃນໂຮງໝໍ ຍ້ອນອາ ການກະທົບກະເທືອນທາງສະໝອງ ກໍໄດ້ກ່າວປະນາມຢ່າງວ່ອງໄວ ຕໍ່ຂໍ້ຄວາມໃນທວີດເຕີ້ຂອງທ່ານທຣຳ ໂດຍກ່າວວ່າ ມັນເປັນ “ຄວາມມືດມົນ ອັນຕະລາຍ ແລະການກ່າວຫາທີ່ບໍ່ຈິງ” ທີ່ວ່າ ຊາຍຄົນນີ້ ໄດ້ເປັນສ່ວນນຶ່ງ ຂອງ “ການຈັດສາກ” ທີ່ໄດ້ປະສານງານໂດຍພວກເດີນຂະບວນຕໍ່ຕ້ານຜະເດັດການ.

“ທ່ານມາຕິນ ເປັນຜູ້ປະທ້ວງທີ່ສັນຕິຕະຫຼອດມາເພາະວ່າ ເພິ່ນເປັນຫ່ວງເປັນໄຍກ່ຽວກັບສັງຄົມໃນປັດຈຸບັນນີ້” ທະນາຍຄວາມທ່ານນາງແຄລີ ຊາຣໂຄນ ໄດ້ກ່າວໄປ. ທ່ານນາງຊາຣໂຄນ ກ່າວຕື່ມອີກວ່າ “ເພິ່ນຍັງເປັນຊາວລັດນິວຢອກທາງພາກຕາເວັນຕົກທຳມະດາ ຜູ້ທີ່ຮັກຫອມຄອບຄົວຂອງເພິ່ນ. ບໍ່ມີເຈົ້າໜ້າທີ່ປະຕິບັດກົດໝາຍຜູ້ໃດ ໄດ້ສະເໜີແນະຢ່າງອື່ນເລີຍ.”

ອະດີດຮອງປະທານາທິບໍດີ ທ່ານໂຈ ໄບເດັນ ຜູ້ທີ່ສັນນິດຖານວ່າ ຈະໄດ້ຖືກສະເໜີຊື່ໃຫ້ລົງແຂ່ງຂັນເປັນປະທານາທິບໍດີຂອງພັກເດໂມແຄຣັດ ໄດ້ກ່າວວ່າ ພໍ່ຂອງເພິ່ນເຄີຍເວົ້າວ່າ ການລະເມີດອຳນາດເປັນ “ບາບໜັກໜາທີ່ມີຢູ່ນັ້ນ.”

“ບໍ່ວ່າຈະເປັນເຈົ້າໜ້າທີ່ຕໍາຫຼວດ ເຮັດໃຫ້ຜູ້ປະທ້ວງທີ່ສັນຕິບາດເຈັບ ຫຼືປະທາ ນາທິບໍດີ ອອກມາປົກປ້ອງຕຳຫຼວດດ້ວຍທິດສະດີສົມຮູ້ຮ່ວມຄິດ ທີ່ໄດ້ເຫັນໃນໂທລະພາບ. ພວກເຮົາຮັບເອົາທັງສອງຢ່າງນັ້ນບໍ່ໄດ້” ທ່ານໄບເດັນໄດ້ກ່າວໄປ. ສ່ວນຜູ້ປົກຄອງລັດນິວຢອກ ທ່ານແອນດຣູ ໂຄໂມ ກໍຍັງໄດ້ກ່າວປະນາມ ຂໍ້ ຄວາມຂອງທ່ານທຣຳທີ່ຂຽນລົງໃນທວີດເຕີ້.

ທ່ານໂຄໂມ ໄດ້ກ່າວວ່າ “ບໍ່ມີມູນຄວາມຈິງແຕ່ຢ່າງໃດເລີຍ. ເພິ່ນຄວນຂໍໂທດສຳລັບຂໍ້ຄວາມທີ່ຂຽນລົງໃນທວີດເຕີ້. ຂາດຄວາມຄິດຊ່ຳໃດ ໂຫດຮ້າຍຊ່ຳໃດ ໃຈດຳຊ່ຳໃດ.”

ທ່ານອາຣີ ຟຣາຍເຊີ ໂຄສົກຂອງອະດີດປະທານາທິບໍດີ ຈອຣຈ໌ ດັບໂບຢູ ບຸສ ລວມຢູ່ໃນກຸ່ມຄົນຜູ້ທີ່ໄດ້ມີປະຕິກິລິຍາຕໍ່ເລື້ອງລາວການກ່າວຢ້ຳດັ່ງກ່າວ ຢູ່ໃນອົງການຂ່າວອາເມຣິກາດຽວນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG