ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາຂູ່ ທ່ານ ທຣໍາ ດ້ວຍການຂັບໄລ່ອອກຈາກ ການພິຈາລະນາຄະດີ ກ່ຽວກັບການໝິ່ນປະໝາດ

ອະດີດປະທານາທິບໍດີ ທ່ານດໍໂນລ ທຣໍາ ອອກຈາກອາພາດທ໌ເມັນຂອງທ່ານໃນລັດນິວຢອກ, ວັນທີ 17 ມັງກອນ 2024, ເຊິ່ງວາງແຜນທີ່ຈະເຂົ້າຮ່ວມຮັບຟັງການພິຈາລະນາຄະດີແພ່ງ ກ່ຽວກັບການໝິ່ນປະໝາດບັນນາທິການຄົນນຶ່ງ ທີ່ກ່າວອ້າງວ່າ ທ່ານລ່ວງລະເມີດທາງເພດນາງ ຢູ່ທີ່ຫ້ອງປ່ຽນເຄື່ອງໃນຮ້ານຄ້າແຫ່ງນຶ່ງ ເມື່ອຊຸມປີ 1990.

ຜູ້ພິພາກສາລັດຖະບານກາງໃນນະຄອນນິວຢອກ, ໃນວັນພຸດວານນີ້ໄດ້ຂົ່ມຂູ່ທີ່ຈະຂັບໄລ່ອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ອອກຈາກການພິຈາລະນາຄະດີທາງແພ່ງ ລຸນຫຼັງທ່ານກ່າວສະແດງຄໍາເຫັນທີ່ດູຖູກກ່ຽວກັບຄໍາໃຫ້ການຕໍ່ຜູ້ກ່າວຫາທ່ານ, ນັກຂຽນ ອີ ຈີນ ຄາໂຣລ (E. Jean Carroll).

ນາງ ຄາໂຣລ ກໍາລັງສະແຫວງຫາຄວາມເສຍຫາຍຈາກ ທ່ານທຣໍາ, ຜູ້ທີ່ນາງກ່າວ​ຫາວ່າ ​ໃສ່​ຮ້າຍ​ປ້າຍ​ສີນາງລຸນຫຼັງທີ່ນາງກ່າວຫາທ່ານທຣໍາ ວ່າລ່ວງລະ ເມີດທາງເພດນາງ ເມື່ອຫຼາຍສິບປີກ່ອນ.

ຜູ້ພິພາກສາ ທ່ານເລວິສ ຄັບ​ແລນ (Lewis Kaplan) ບອກ ທ່ານທຣໍາ ວ່າ ສິດທິຂອງທ່ານໃນການພິຈາລະນາຄະດີຈະຖືກຖອນຄືນ ຖ້າທ່ານຍັງສືບຕໍ່ບໍ່ຫົວຊາຕໍ່ຄໍາເຕືອນ ເພື່ອຮັກສາການສະແດງຄໍາເຫັນຂອງທ່ານຕໍ່ທະນາຍຄວາມຂອງທ່ານໃຫ້ງຽບລົງ ແລະບໍ່ໃຫ້ຄະນະຕຸລາການທີ່ມີສະມາຊິກ 9 ຄົນນັ້ນ ໄດ້ຍິນອີກ.

ອີ ຈີນ ຄາໂຣລ ເດີນທາງມາເຖິງສານລັດຖະບານກາງໃນແມນຮັດຕັນ, ລັດນິວຢອກ, ວັນທີ 17 ມັງກອນ 2024.
ອີ ຈີນ ຄາໂຣລ ເດີນທາງມາເຖິງສານລັດຖະບານກາງໃນແມນຮັດຕັນ, ລັດນິວຢອກ, ວັນທີ 17 ມັງກອນ 2024.

ແຕ່ ຫຼັງຈາກການເຕືອນໃນເບື້ອງຕົ້ນ, ທະນາຍຄວາມຂອງນາງຄາໂຣລ ກ່າວວ່າ ຍັງສາມາດໄດ້ຍິນ ການໃຫ້ຂໍ້ສັງເກດຂອງ ທ່ານທຣໍາ ກັບທະນາຍຄວາມຂອງທ່ານຢູ່, ລວມທັງຄໍາວ່າ "ມັນເປັນການຊອກ​ຫາ​ຄວາມ​ຜິດ" ແລະ " ອີຫຼີ​ແລ້ວ​ມັນ​ເປັນ​ການ​ຫຼອກ​ລວງ."

ຫຼັງຈາກການອະນຸຍາດ​ໃຫ້ຄະນະຕຸລາການ​ໄປຮັບປະທານອາຫານທ່ຽງ, ທ່ານ ຄັບ​ແລນ ກ່າວວ່າ "ທ່ານ ທຣໍາ, ຂ້າພະເຈົ້າຫວັງວ່າ ຂ້າພະເຈົ້າບໍ່ຈໍາເປັນຕ້ອງພິຈາລະນາ ຍົກເລີກທ່ານອອກຈາກການພິຈາລະນາຄະດີ. ຂ້າພະເຈົ້າເຂົ້າໃຈວ່າ ທ່ານອາດຈະກະຕືລື້ລົ້ນ ໃຫ້ຂ້າພະເຈົ້າເຮັດແບບນັ້ນ."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG