ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທ່ານ Trump ​ຖອນ ສະຫະລັດ ອອກຈາກ ສົນທິສັນຍາການ​ຄ້າ ພາຄີຂ້າມ​ປາຊິ​ຟິກ


US TRUMP TPP
please wait
Embed

No media source currently available

0:00 0:01:57 0:00

ທ່ານ Donald Trump ປະທານາທິບໍດີສະຫະລັດເລີ່​ມປະຕິ​ບັດ​ໜ້າ​ທີ່​ຢ່າງ​ເຕັມ​ສ່ວນໃນ​ ສັບປະດາ​ທຳ​ອິດ​ຂອງ​ທ່ານ ດ້ວຍ​ການ​ຖອນສະຫະລັດ ອອກ​ຈາກ​ສົນທິສັນຍາການ​ຄ້າ ພາຄີ​ຂ້າມມະຫາ​ສະໝຸດ​ປາຊິ​ຟິກ ກັບ 12 ປະ​ເທດ ​ ທີ່​ເອີ້ນ​ວ່າ TPP ນັ້ນ ​ປະກາດບໍ່​ໃຫ້
ພະແນ​ກການ​ຕ່າງໆ​ຂອງ​ລັດຖະບານ​ຈ້າງ​ພະນັກງານ​ໃໝ່ ແລະ​ກ່າວ​ຢ້ຳຕໍ່ພວກ​ຜູ້ນຳ​ລັດ ຖະສະພາ ​ໃນ​ການຢືນຢັນ​ທີ່​ບໍ່​ຖືກຕ້ອງ ກ່ຽວ​ກັບການ​ສໍ້​ໂກງຄະ​ແນນ​ການເລືອກຕັ້ງທີ່​ຍັງ ​ຜົນໃຫ້​ທ່ານ​ບໍ່ໄດ້ຊະນະ​ຄະ​ແນນ​ຂອງ​ປະຊາຊົນ ໃນ​ການເລືອກຕັ້ງ​ເມື່ອເດືອນ​ພະຈິກ​ທີ່ ​ຜ່ານ​ມາ.

President Trump Signs Executive Order
please wait

No media source currently available

0:00 0:01:30 0:00

​ໃນການ​ພົບ​ປະກັນ​ທີ່​ທຳນຽບຂາວ ທີ່​ຮວມມີ ​ທ່ານ Paul Ryan, ​ປະທານ​ສະພາ​ຕ່ຳ ທ່ານ Mitch McConnell ຜູ້ນຳ​ສຽງ​ສ່ວນ​ຫລາຍ​ໃນ​ສະພາ​ສູງ ທ່ານ​ນາງ Nancy Pelosi ຜູ້ນຳ​ພັກ Democrat ​ໃນ​ສະພາ​ຕ່ຳ ​ແລະທ່ານ Chuck Schumer ຜູ້ນຳພັກ​ເດ​ໂມ​ແຄຣັດ​ໃນ​ ສະພາ​ສູງ ​ຊຶ່ງ​ຫລາຍໆ​ຄົນ​ທີ່​ຮູ້​ເລື່ອງ​ດີກ່ຽວ​ກັບ​ການ​ສົນທະນາ​ນີ້ໄດ້​ກ່າວ​ວ່າ ທ່ານ Trump ​ໄດ້ກ່າວ​ອ້າງ​ວ່າ ມີລະ​ຫວ່າງ 3 ຫາ 5 ລ້ານ​ຄະ​ແນນ​ສຽງ ​ແມ່ນ​ເປັນ​ຄະ​ແນນ​ທີ່​ສໍ້​ໂກງ ທີ່​ປ່ອນ​ໂດຍ​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍໃຫ້​ແກ່​ຄູ່​ແຂ່ງ ຂອງ​ທ່ານ ຄື​ທ່ານ​ນາງ Hillary Clinton.

ບໍ່​ມີ​ຫຼັກ​ຖານ​ຫຍັງ​ຫຼາຍ ກ່ຽວ​ກັບ​ການ​ສໍ້ໂກງຄະ​ແນນ​ສຽງໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ແລະ​ແນ່ ນອນ ບໍ່​ແມ່ນໃນ​ຂອບ​ເຂດ​ລະດັບ​ນີ້.

ເຊີນຊົມ: ພວກເຮົາຈະມີການທຸລະກິດຫຼາຍຢ່າງເຂົ້າມາຫາພວກເຮົາ

Trump: 'We’re Going to Have a Tremendous Amount of Business Coming Back'
please wait

No media source currently available

0:00 0:01:30 0:00

ທ່ານ​ນາງ Clinton ​ໄດ້​ຊະນະ​ຄະ​ແນນ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ປະມານ 3 ລ້ານ​ສຽງ. ທ່ານ Trump ​ໄດ້​ເຂົ້າກຳ​ຕຳ​ແໜ່​ງ ຍ້ອນທ່ານ​ໄດ້​ຊະນະ ຄະ​ແນນ​ສຽງ​ຂອງ​ຜູ້ຕາງໜ້າ​
ຈາກ​ລັດ​ຕ່າງ ຢ່າງ​ຖ້ວມ​ລົ້ນ ຊຶ່ງ​ນັ້ນ ​ແມ່ນ​ການ​ຕັດສິນໃນ​ການ​ເລືອກ​ຕັ້ງ.

ທ່ານ Trump ເຄີຍ​ກ່າວ​ອ້າງ​ເຖິງ​ເລື່ອງ​ນີ້ມາກ່ອນ ​ໂດຍ​ທີ່​ໄດ້​ເຕືອນຕະຫຼອດ​ເວລາໃນ​ລະຫວ່າງ​ການໂຄສະນາຫາ​ສຽງເລືອກ​ຕັ້ງ​ທີ່​ວ່າ ຂັ້ນ​ຕອນ​ການ​ເລືອກ​ຕັ້ງ​ຕ່າງໆ​ນີ້​ແມ່ນ​ໄດ້​ມີ​ການ​ສໍ້​ໂກງ​ຕໍ່​ທ່ານ. ບໍ່​ເທົ່າ​ໃດ​ສັບປະດາ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ຖືກ​ເລືອກ​ຕັ້ງ​ແລ້ວ ຊຶ່ງ​ທ່ານ​ໄດ້​ຂຽນ​ລົງ​ໃນ Twitter ວ່າ “​ໃນ​ການ​ທີ່​ຈະ​ໄດ້​ຮັບ​ໄຊຊະນະໃນການ​ເລືອກ​ຕັ້ງໂດຍ​ພວກ​ຜູ້​ແທນ​ລັດ ດ້ວຍ​ຄະ​ແນນ​ສຽງ​ຢ່າງ​ຖ້ວມ​ລົ້ນ​ແລ້ວ. ຂ້າພະ​ເຈົ້າ ​ເປັນ​ຜູ້​ຊະນະ​ຄະ​ແນນ​ສຽງ​ຂອງ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ ຖ້າ​ຫາກ​ວ່າ ທ່ານ​ໄດ້​ລົບ​ຄະແນນ​ສຽງ​ຈຳ ນວນ​ຫຼາຍ​ລ້ານ​ຂອງ​ພວກ​ທີ່​ເຂົ້າ​ເມືອງ​ຜິດ​ກົດໝາຍ.”

Spicer on TPP Withdrawal: ‘New Era of US Trade Policy’
please wait

No media source currently available

0:00 0:00:40 0:00

ທ່ານ Trump ​ຍັງໄດ້​ໂຄສະນາ​ຫາ​ສຽງ ຕໍ່ຕ້ານສົນທິສັນຍາການ​ຄ້າພາຄີຂ້າມ​ມະຫາ​ສະ ໝຸດ​ປາຊິ​ຟິກ ທີ່​ໄດ້​ມີ​ການ​ເຈລະຈາ​ກັນໃນ​ສະ​ໄໝ​ຂອງ​ທ່ານ ບາຣັກ ​ໂອ​ບາ​ມາ ປະທານາ ທິບໍດີຄົນ​ກ່ອນ ​ແຕ່​ວ່າ​ຍັງ​ບໍ່​ທັນ​ໄດ້​ຮັບ​ຜ່ານ​ຈາກ​ລັດຖະສະພາ​ເທື່ອ. ສົນທິສັນຍາ​ດັ່ງກ່າວ ຈະແລກປ່ຽນ​ການ​ຄ້າ​ກັບ​ຍີ່ປຸ່ນ Australia New Zealand ມາ​ເລ​ເຊຍ Chile ກາ​ນາ​ດາ ​ເມັກ​ຊິກ​ໂກ ​ແລະ​ອີກ 4 ປະ​ເທດນຳ.

ຫຼັງ​ຈາກ​ທີ່​ທ່ານ ​ໄດ້​ລົງ​ນາມ​ໃນ​ດຳລັດຝ່າຍ​ບໍລິຫານ ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ຖອນ​ຕົວ
ອອກ​ຈາກສົນທິສັນຍາການ​ຄ້າພາຄີຂ້າມ​ມະຫາ​ສະໝຸດ​ປາຊິ​ຟິກ ​ແລະຈະ​ເຮັດ​ຂໍ້​ຕົກລົງ
​ສອງ​ຝ່າຍ​ແທນ ຊຶ່ງ​ທ່ານ Trump ​ໄດ້​ເອີ້ນ​ວ່າ “​ເປັນ​ສິ່ງ​ທີ່​ຍິ່ງ​ໃຫຍ່ ສຳ​ຫຼັບ​ແຮງ​ງານຊາວ
ອາ​ເມຣິກັນ ​ໃນ​ສິ່ງທີ່​ພວກ​ເຮົາ ​ຫາ​ກໍໄດ້​ເຮັດ​ໄປ.​”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

ເຊີນຊົມ: ກົດລະບຽບການຂອງປະທານາທິບໍດີ Trump

Trump Tells Business Leaders He Will Cut 75% of Regulations
please wait

No media source currently available

0:00 0:02:06 0:00

XS
SM
MD
LG