ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ທຣຳ ມີກຳນົດ ຈະກ້າວໜ້າຕໍ່ໄປ ຫຼັງຈາກ ຮ່າງກົດໝາຍ ປະກັນໄພສຸຂະພາບ ລົ້ມແຫຼວ


ປະທານາທິບໍດີ ທຣຳ ສະແດງທ່າທີ ຕໍ່ການຖອນ ຮ່າງກົດ
ໝາຍປະກັນໄພສຸຂະພາບ AHCA ອອກ ໂດຍບັນດາສະມາ
ຊິກພັກຣີພັບບລີກັນ ໃນລັດຖະສະພາ ກ່ອນໜ້າ ການລົງ
ຄະແນນສຽງ ໃນຂະນະທີ່ ປາກົດໂຕ ກັບ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ປະຊາສົງເຄາະ ທ່ານ Tom Price (ຊ້າຍ) ແລະ ຮອງປະທານາທິບໍດີ ທ່ານ Mike Pence (ຂວາ) ໃນຫ້ອງການ ຮູບຊົງໄຂ່ ຂອງທຳນຽບຂາວ ຢູ່ທີ່ນະຄອນ
ຫຼວງວໍຊິງຕັນ, ວັນທີ 24 ມີນາ 2017.
ປະທານາທິບໍດີ ທຣຳ ສະແດງທ່າທີ ຕໍ່ການຖອນ ຮ່າງກົດ ໝາຍປະກັນໄພສຸຂະພາບ AHCA ອອກ ໂດຍບັນດາສະມາ ຊິກພັກຣີພັບບລີກັນ ໃນລັດຖະສະພາ ກ່ອນໜ້າ ການລົງ ຄະແນນສຽງ ໃນຂະນະທີ່ ປາກົດໂຕ ກັບ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ປະຊາສົງເຄາະ ທ່ານ Tom Price (ຊ້າຍ) ແລະ ຮອງປະທານາທິບໍດີ ທ່ານ Mike Pence (ຂວາ) ໃນຫ້ອງການ ຮູບຊົງໄຂ່ ຂອງທຳນຽບຂາວ ຢູ່ທີ່ນະຄອນ ຫຼວງວໍຊິງຕັນ, ວັນທີ 24 ມີນາ 2017.

ປະທານາທິບໍດີ ດໍໂນລ ທຣຳ ມີກຳນົດທີ່ຈະກ້າວໜ້າຕໍ່ໄປ ໃນສັບປະດານີ້ ຫຼັງຈາກທີ່ໄດ້
ເສຍໄຊຢ່າງໜັກ ໃນການດຳລົງຕຳແໜ່ງປະທານາທິບໍດີ ອັນເຍົາໄວຂອງທ່ານນັ້ນ. ໂດຍ
ການໃຊ້ຄຳເວົ້າທີ່ວ່າ “ຍົກເລີກ ແລະ ສັບປ່ຽນ ໂອບາມາແຄ” ທີ່ຍັງດັງກຶກກ້ອງຢູ່ໃນຫູ ຂອງພວກທີ່ລົງຄະແນນສຽງຢູ່ນັ້ນ ຊຶ່ງເປັນຄຳໝັ້ນສັນຍາ ໃນການໂຄສະນາຫາສຽງ ທີ່ດັງ
ທີ່ສຸດຂອງທ່ານທຣຳ ໄດ້ພັງລົງ ໃນເວລາ ພັກຣີພັບບລີກັນທີ່ມີສຽງສ່ວນຫຼາຍ ໃນລັດຖະ
ສະພາ ໄດ້ພິສູດໃຫ້ເຫັນເຖິງຄວາມບໍ່ສາມາດ ນຳເອົາບາດກ້າວທຳອິດ ຂອງກົດໝາຍ ເພື່ອທີ່ຈະນຳເອົາແຜນທາງເລືອກໃໝ່ ຜ່ານສະພາໄດ້.

ທ່ານປະທານາທິບໍດີໄດ້ກ່າວ ໃນວັນສຸກຜ່ານມານີ້ວ່າ “ຂ້າພະເຈົ້າເສຍໃຈ” ຫຼັງຈາກ ທີ່
ມັນໄດ້ ເປັນທີ່ຈະແຈ້ງແລ້ວວ່າ ບໍ່ໄດ້ຮັບຄະແນນສຽງຈາກພັກຣີພັບບລີກັນພຽງພໍ ເພື່ອ
ຈະນຳ ເອົາຮ່າງກົດໝາຍສັບປ່ຽນ ໂອບາມາແຄນັ້ນ ເຄື່ອນໄປຂ້າງໜ້າໄດ້. ທ່ານກ່າວອີກ
ວ່າ “ຂ້າພະເຈົ້າ ແປກໃຈນ້ອຍນຶ່ງ ດ້ວຍຄວາມຊື່ສັດຕໍ່ພວກທ່ານ. ແທ້ຈິງແລ້ວ ພວກເຮົາ
ມີສຽງພຽງພໍ. ມັນຢູ່ພຽງເອື້ອມມືແທ້ໆເລີຍ.”

ຂະບວນລົດ ຕິດຕາມ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນຂະນະທີ່ແລ່ນຕາມຖະໜົນ Pennsylvania ເພື່ອນຳທ່ານທຣຳ ໄປຮັບປະທານອາຫານຄ່ຳ ຢູ່ທີ່ ໂຮງແຮມ International ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ມີນາ 2017.
ຂະບວນລົດ ຕິດຕາມ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໃນຂະນະທີ່ແລ່ນຕາມຖະໜົນ Pennsylvania ເພື່ອນຳທ່ານທຣຳ ໄປຮັບປະທານອາຫານຄ່ຳ ຢູ່ທີ່ ໂຮງແຮມ International ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 25 ມີນາ 2017.

ເຖິງຢ່າງໃດກໍຕາມ ພາຍໃນວັນອາທິດວານນີ້ ທ່ານທຣຳ ໄດ້ສະແດງອອກ ເຖິງຄວາມ
ຜິດຫວັງ ຂອງທ່ານ ໃນ Twitter ໂດຍການຖິ້ມໂທດໃສ່ ກຸ່ມສະມາຊິກພັກຣີພັບບລີກັນ
ຫົວອະນຸລັກນິຍົມ ຜູ້ທີ່ໄດ້ຊຸກຍູ້ໃຫ້ຮ່າງກົດໝາຍ ປະລາໄຊ. ທ່ານໄດ້ຂຽນລົງ Twitter ວ່າ
“ພວກເດໂມແຄຣັດ ກຳລັງຍິ້ມແຍ້ມ ຢູ່ໃນ ດີຊີ ທີ່ກຸຸ່ມອິດສະຫລະ ໂດຍການຊ່ອຍເຫຼືອ
ຂອງສະໂມສອນເພື່ອການຂະຫຍາຍໂຕ ແລະ ມໍລະດົກ ໄດ້ຮັກສາໄວ້ ກົດໝາຍ
Planned Parenthood ແລະ Ocare!”

ຫົວໜ້າພະນັກງານທຳນຽບຂາວ ທ່ານ Reince Priebus ຢູ່ທີ່ລາຍການ Fox News
Sunday ໄດ້ພະຍາຍາມ ທີ່ຈະທັບຖົມ ລາຍງານຂ່າວໃຫຍ່ທັງຫຼາຍ ທີ່ທ່ານທຣຳ ໄດ້ຖິ້ມ
ໂທດໃສ່ທ່ານ Priebus ແລະ ປະທານສະພາຕ່ຳ ທ່ານ Paul Ryan ສຳລັບ ການປະລາ
ໄຊ ນັ້ນ. ທ່ານ ກ່າວວ່າ “ຂ້າພະເຈົ້າບໍ່ໄດ້ມີບັນຫາໃດໆ.” ທ່ານບອກຕໍ່ໂຄສົກຂອງລາຍ
ການ ທ່ານ Chris Wallace ວ່າ “ອັນນີ້ ແມ່ນຜົນງານ ການນິນທາຊຸບຊິບຂອງພວກ
ຄົນບໍ່ດີ.”

Republicans Try to Regroup after Health Care Debacle
please wait

No media source currently available

0:00 0:02:22 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG