ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ເປັນເຈົ້າພາບ ຕ້ອນຮັບ ປ. Erdogan ແຫ່ງເທີກີ ທີ່ທຳນຽບຂາວ


ທະຫານເທີກີຄົນນຶ່ງ ຢ່າງລາດຕະເວນ ຢູ່ເລາະຮົ້ວຊາຍແດນ ລະຫວ່າງເທີກີ ແລະຊີເຣຍ.
ທະຫານເທີກີຄົນນຶ່ງ ຢ່າງລາດຕະເວນ ຢູ່ເລາະຮົ້ວຊາຍແດນ ລະຫວ່າງເທີກີ ແລະຊີເຣຍ.

ອາທິດ​ນຶ່ງຫລັງ​ຈາກ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້ກໍ່ໃຫ້​ເກີດ​ຄວາມ
ໂກດ​ແຄ້ນ​ຢູ່​ເທີ​ກີ ທີ່​ອະນຸມັດ​ໃຫ້​ຕິດ​ອາວຸດ ແກ່​ຊາວເຄີ​ດ​ໃນຊີ​ເຣຍ ​ທີ່​ທ່ານພວມ​ເປັນ​ເຈົ້າ
ພາບ​ຕ້ອນຮັບປະທານາທິບໍດີ​ເທີ​ກີທ່ານ Recept Tayyip Erdogan ​ໃນ​ການ​ສົນທະ
ນາ​ໃນ​ວັນ​ອັງຄານ​ມື້​ນີ້ຢູ່​ທຳນຽບຂາວ ດ້ວຍ​ຄວາມ​ຄາດ​ຫວັງ​ທີ່​ເຈາະ​ຈົງ​ໃສ່​ການ​ໂຕ້​ແຍ້​ງ
ກ່ຽວ​ກັບ​ເລື່ອງດັ່ງກ່າວ ພ້ອມ​ທັງ​ການ​ຂັດແຍ້​ງ​ໃນ​ຂອບ​ເຂດທີ່ກວ້າງຂວາງ​ຢູ່ໃນ​ຊີ​ເຣຍ.

ສະຫະລັດມອງ​ເຫັນ​ກຳລັງຊາວ​ເຄີ​ດ ຫລື YPG ​ເປັນພາກສ່ວນ​ສຳ​ຄັນ​ໃນ​ການ​ສູ້​ລົບ
​ຕ້ານກຸ່ມ​ລັດ​ອິສລາມ ​ແລະ​ຄວາມ​ພະຍາຍາມ​ທີ່​ຈະ​ຂັບ​ໄລ່ຫົວ​ຮຸນ​ແຮງອອກຈາກ​ເມືອງ
ຫລວງ Raqqa ທີ່​ເຂົາ​ເຈົ້າ​ຕັ້ງ​ຂຶ້ນ​. ​ແຕ່​ວ່າ​ເທີ​ກີ ພິຈາລະນາ​ວ່າ ກຳລັງ YPG ​ແມ່ນ​
ພວກກໍ່​ການຮ້າຍ ​ເພາະວ່າ ​ການ​ພົວພັນ​ຂອງ​ເຂົາ​ເຈົ້າ ​ກັບພັກ​ກຳມະກອນ​ Kurdistan
ທີ່ໄດ້​ກໍ່ກະບົດມາ​ໄດ້​ສາມ​ທົດ​ສະ​ວັດ​ຢູ່​ໃນ​ປະ​ເທດເທີ​ກີ.ທ່ານ Erdogan ຮ້ອງ​ການ​ຕັດ
ສິນ​ໃຈຕິດອາວຸດ​ຂອງສະຫະລັດນັ້ນວ່າ "​ກົງ ກັນຂ້າມ​ກັບ​ຄວາມ​ສຳ​ພັນທາງຍຸດທະ​
ສາດ​ຂອງພວກ​ເຮົາ​ກັບ​ສະຫະ​ລັດ.”

​ແຕ່​ທ່ານ​ກ່າວ​ໃນ​ອາທິດ​ແລ້ວ​ນີ້ ກ່ອນ​ການ​ເດີນທາງ​ວ່າ ທ່ານມອງ​ເຫັນ​ການມາ​ຢ້ຽມ
ຢາມ​ວໍ​ຊິງ​ຕັນ ຂອງ​ທ່ານ​ວ່າ “​ເປັນ​ການ​ເລີ້ມ​ຕົ້ນຄວາມ​ສຳພັນ​ໃໝ່ລະຫວ່າງ ​ເທີ​ກີ ກັບ​ສະຫະລັດ.”

ທັງ​ເທີ​ກີ ​ແລະ​ສະຫະລັດ ​ໄດ້​ໜູນ​ຫລັງ​ພວກ​ຕໍ່ຕ້ານ​ລັດຖະບານ​ຢູ່ໃນ​ຊີ​ເຣຍ ​ໃນລະ
ຫວ່າງ​ສົງຄາມເປັນ​ເວລາ​ຫົກ​ປີ ຕໍ່ຕ້ານກຳລັງ ​ປະທານາທິບໍດີ Bashar al-Assad
ແລະ​ບັນດາພັນທະ​ມິດ. ​ແລະ​ພັນທະ​ມິດອົງການ NATO ​ໄດ້​ພົວພັນ​ຢ່າງໃຫຍ່ໃນ​
ການ​ສູ້​ລົບກັບກຸ່ມລັດ​ອິສລາມ ນັບ​ແຕ່​ກຸ່ມ​ດັ່ງກ່າວ​ໄດ້​ ​ເຂົ້າ​ຍຶດ​ເອົາ ບໍລິ​ເວນ​ອັນກວ້າ​ງ
​ໃຫຍ່​ທາງ​ພາກ​ເໜືອ ​ແລະ​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກ ​ແລະ​ພາກ​ຕາ​ເວັນ​ອອກ
ຂອງ​ຊີ​ເຣຍ ​ໃນ​ກາງ​ປີ 2014.

ນອກ​ນັ້ນ ທ່ານ Ergogan ຍັງ​ຄາດ​ວ່າ​ ຈະ​ນຳ​ເອົາ​ເລື່ອງ​ທ່ານ Fethullah ນັກ​ສອນ​
ສາສະໜາ​ທີ່​ລີ້​ໄພ​ຢູ່​ໃນ​ສະຫະລັດ ຂຶ້ນ​ມາ​ສົນທະນາ​ກັບປະທານາທິບໍດີ​ທຣໍາ ​ທີ່ປະທາ
ນາທິບໍດີເທີ​ກີຖິ້ມ​ໂທດ​ໃສ່ ​ໃນ​ຄວາມ​ພະຍາຍາມ​ເຮັດ​ລັດຖະປະຫານ​ທີ່​ລົ້ມ​ແຫລວ. ​
ເທີ​ກີ​ໄດ້​ຂໍ​ຮ້ອງ​ໃຫ້​ສະຫະລັດ​ສົ່ງ​ໂຕທ່ານ Gulen ໃຫ້ແຕ່​ວ່າ​ຄຳ​ຮ້ອງ​ຂໍ​ດັ່ງ​ກ່າວ​ຕົກ​ຢູ່
ໃນ​ສະພາບບໍ່​ໄປ​ບໍ່​ມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Turkey Erdogan
please wait
Embed

No media source currently available

0:00 0:01:04 0:00

XS
SM
MD
LG