ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ທ່ານ​ທ​ຣຳ ​ຮ້ອງ​ຮຽນ​ຕໍ່​ສານວ່າ ​​ທ່ານບໍ່​ມີ​ຄວາມ​ຜິດ ຕໍ່ ​ຂໍ້​ຫາ 34 ກະ​​ທົງ ຮວ​ມ​ທັງເງິນ​ປິດ​ປາກ


ອະ​ດີດ​ປະ​ທ​າ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ​ໄປປາ​ກົ​ດ​ໂຕ​ຢູ່​ສານ ໃນ​​ນະ​ຄອນ​ນິວຢອກ ວັນ​ທີ 4 ເມ​ສາ 2023
ອະ​ດີດ​ປະ​ທ​າ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ​ໄປປາ​ກົ​ດ​ໂຕ​ຢູ່​ສານ ໃນ​​ນະ​ຄອນ​ນິວຢອກ ວັນ​ທີ 4 ເມ​ສາ 2023

ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣໍ​າ ກ່າວ​ວ່າ ທ່າ​ບໍ່​ມີ​ຄວາມ​ຜິດ​ ໃນ​ວັນ​ອັງ​ຄານ​ວານ​ນີ້ ຢູ່​ໃນ​ສານ​ຂອງ​ລັດ​ນິວຢອກ ທີ່​ກ່າວ​ຫາ​ທ່ານ​ວ່າ​ມີ​ຄວາມ​ຜິດ 34 ກະທົງ ໃນ​ການ​ປອ​ມ​ແປງ​ບັນ​ທຶກ​ທຸ​ລະ​ກິດ ໃນ​ການ​ກະ​ທຳ​ຜິດ​ທີ່​ບໍ່​ເຈາະ​ຈົງ ​ທີ່​ໄດ້​ບັນ​ລະ​ຍາຍ​ໂດຍ​ບັນ​ດາໄອ​ຍະ​ການ ວ່າ​ເປັນ​ການ​ປົກ​ປິດ ​ການ​ຈ່າຍ​ເງິນປິດປາກ​ໃຫ້ດາ​ຣາ​ໂປ້ ເພື່ອ​ຊ່ວຍ​ໃຫ້​ທ່ານ​ຊະ​ນະ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ໃນປີ 2016.

ໃນ​ກໍ​ລະ​ນີ​ການກະ​ທຳ​ຄວາມຜິດ​ເທື່ອ​ທຳ​ອິດ​ທີ່​ບໍ່​ມີ​ມາ​ກ່ອນຕໍ່​ຜູ້​ນຳ​ໃນ​ປັດ​ຈຸ​ບັນຫລື​ອະ​ດີດ​ຂອງ​ສະ​ຫະ​ລັດ ທະ​ນາຍ​ຄວາມ​ປະ​ຈຳ​ເຂດ​ແມນ​ຮັດ​ຕັນ ທ່ານ​ອາ​ລ​ວິນ ແບ​ຣກ ຢູ່​ໃນ​ “ຖະ​ແຫລງ​ການ​ຄວາມ​ຈິງ” ​ຕິດ​ຕາ​ມ​ດ້ວຍ​ການ​ກ່າວ​ຫາ​ວ່າ ທ່ານ​ທ​ຣຳ ໄດ້​ປ​ອມ​ແປງ​ຊ້ຳ​ແລ້​ວ​ຊ້ຳ​ອີກ​ ບັນ​ທຶກ​ທຸ​ລະ​ກິດນິວຢອກ ເພື່ອ​ປົກ​ປິດ​ການ​ກະ​ທຳຄວາມ​ຜິ​ດ ທີ່​ຊຸກ​ເຊື່ອງຂໍ້​ມູນ​ຄວາມ​ເສຍ​ຫາຍ​ຈາກ ການ​ລົງ​ຄະ​ແນນ​ສຽງ​ສາ​ທາ​ລະ​ນະ ​ລະ​ຫວ່າງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ປີ 2016.

ພາກ​ສ່ວນ​ຂອງ​ແຜນການ ອີງ​ຕາມ​ຖະ​ແຫລງ​ການ​ທີ່​ຕິດ​ຕາມ​ມາ ທ່ານ​ທ​ຣຳ ​ຖືກກ່າວ​ຫາວ່າ​ໄດ້​ວາງ​ແຜນຈ່າຍ​ເງິນ 130,000 ໂດ​ລາ ໃຫ້​ແກ່​ດາ​ຣາສະ​ແດງຮູບ​ເງົາ​ໂປ້ ນາງ​ສະ​ຕອມ​ມີ ​ດານຽ​ລ​ສ໌ ພຽງ​ແຕ່​ກ່ອນ​ການ​ເລືອກ​ຕັ້ງ ເພື່ອ​ປິດ​ປາກ​ນາງ ກ່ຽວ​ກັບ​ນາງ​ອ້າງວ່າ ​ໄດ້​ໃຊ້​ເວ​ລາ​ສ່ວນ​ໂຕ ​ຢູ່​ນຳ​ກັນ​ນຶ່ງ​ຄືນ​ກັບ​ທ່ານ​ທ​ຣຳ ເມື່ອ​ສິບ​ປີ​ທີ່​ຜ່ານ​ມາ. ​ທ່ານ​ທ​ຣຳ​ໄດ້​ປະ​ຕິ​ເສດ​ການ​ມີ​ເພດ​ສຳ​ພັນ​ມາ​ໂດຍ​ຕະ​ຫຼອດ​ ແຕ່​ບໍ່​ແມ່ນ​ການ​ຈ່າຍ​ເງິນ.

​ຍິ່ງ​ໄປ​ກວ່າ​ນັ້ນ ການ​ກ່າວ​ຫາ​ຈັບ​ກຸ​ມ​ດ້ວຍ​ການ​ຊັກຊວນ​ຂອງ​ທ່ານ​ທ​ຣຳ ບັນ​ດາ​ພັນ​ທະ​ມິດ​ການ​ເມືອງ​ຢູ່​ບໍ​ລິ​ສັດ​ສື່​ມ່ວນ​ຊົນ (American Media Inc) ຜູ້​ພິມ​ເຜີຍ​ແຜ່​ຂອງ​ຕະ​ຫລາດ​ໃຫຍ່​ທາບ​ລອຍ National Enquirer ທີ່​ໄດ້​ຈ່າຍ​ເງິນ 150,000 ​ໂດ​ລາ ແກ່​ນາງ​ແຄ​ຣັນ ແມັກ​ດູ​ໂກ​ລ ທີ່​ເປັນ​ນາງ​ແບບຂອງ​ນິ​ຕິ​ຍະ​ສານ Playboy ປະ​ຈຳ​ປີ 1998 ເພື່ອ​ຊື້​ບັນຊີ​ການ​ຂຽນ​ຂອງ​ນາງ​ອ້າງວ່າ ນາງ​ໄດ້​ພົວ​ພັນ​ເປັນ​ເວ​ລາ​ນານ​ນຶ່ງ​ເດືອນ​ ກັບ​ທ່ານ​ທ​ຣຳ ໃນ​ປີ 2006 ແລະ 2007 ​ແລະ​ໄດ້​ລືບ​ບົດ​ຂຽນຖິ້ມ. ​ທ່ານ​ທ​ຣຳ​ຍັງ​ໄດ້​ປະ​ເສດ​ຕໍ່​ການ​ອ້າງຂອງນາງ​ແມັກ​ດູ​ເກີ​ລ ວ່າ ​ໄດ້​ມີ​ຄວາ​ມ​ສຳ​ພັນ​ກັບ​ທ່ານ.

​ຫລັງ​ຈາກ​ມີ​ການ​ຕັ້ງ​ຂໍ້​ຫາ​ຕໍ່​ທ່ານ​ທ​ຣຳ​ແລ້ວ ໄອ​ຍະ​ການ ທ່ານ​ແບຣກ ໄດ້​ກ່າວ​ວ່າ ທ່ານ​ທ​ຣຳ​ໄດ້​ເຂົ້າ​ຮ່ວມ “ການ​ຈັບແລະ​ສັງ​ຫານ” ຕົວະ​ຕົ້ມ​ຢູ່​ທາບ​ລອຍເພື່ອ​ຊື້ ແລະ​ກົດ​ດັນ​ຂໍ້​ມູນ​ທີ່​ບໍ່​ດີ​ກ່ຽວ​ກັບ​ທ່ານ ກ່ອນ​ການ​ເລືອກ​ຕັ້ງ​ປີ 2016 ເພື່ອ “ຊ່ວຍ​ທ່ານ​ທ​ຣຳ ມີ​ໂອ​ກາດ​ໄດ້​ຊະ​ນະ.”

​ເອກ​ກະ​ສານ​ຄວາມ​ຈິງ ຕິດ​ຕາມ​ດ້ວຍ​ການ​ກ່າວ​ຫາ​ທີ່​ເປັນ​ທາງ​ການ ຍັງ​ໄດ້​ກ່າວ​ຫາວ່າ ທາບ​ລອຍ ໄດ້​ຈ່າຍ​ເງິນ 30,000 ໂດ​ລາ ໃຫ້​ແກ່​ຄົນ​ຍາມ​ປະ​ຕູ ຢູ່ທ​ຣຳ ທາວເວີ ທີ່​ເປັນ​ບ້ານ​ພັກ​ເຊົາ​ ຂອງອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ຢູ່​ນະ​ຄອນ​ນິວຢອກ ແລະ​ຫ້ອງ​ການ ເພື່ອ​ກົດ​ດັນ​ການ​ກ່າວ​ອ້າງວ່າ ທ່ານ​ທ​ຣຳ​ໄດ້​ເປັນ​ພໍ່ ທີ່​ບໍ່​ໄດ້​ແຕ່ງ​ງານ​ແກ່​ເດັກ​ນ້ອຍ ຊຶ່ງ​ທາບ​ລອຍ​ຕໍ່​ມາ​ໄດ້ກ່າວວ່າ​ບໍ່​ມີ​ຄວາມ​ຈິງ.

ອ່ານຂ່າວ​ນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG